Tuesday, March 18, 2025

8 ວິທີ ກຳຈັດກິ່ນອັບໃນຫ້ອງ

ຖ້າເຮືອນ ຫຼື ຫ້ອງທີ່ເຮົາຢູ່ອາໄສມີກິ່ນອັບ ບໍ່ວ່າຈະເປັນຍ້ອນອາກາດ ຫຼື ເຟີນີເຈີ ທີ່ບໍ່ໄດ້ຮັບການທຳຄວາມສະອາດ, ໄປຈົນຮອດສັດລ້ຽງທີ່ທ່ານລ້ຽງໄວ້ໃນຫ້ອງ ຖ້າກິ່ນອັບເຫຼົ່ານີ້ ເປັນບັນຫາກວນໃຈເຈົ້າ ລອງນຳໃຊ້ 8 ວິທີ ຕໍ່ໄປນີ້ເບິ່ງ.

  1. ນໍ້າສົ້ມສາຍຊູ: ໜຶ່ງໃນວິທີກຳຈັດກີ່ນອັບໃນຫ້ອງ ຄືນ້ຳສົ້ມສາຍຊູ ທີ່ມີສ່ວນປະກອບຂອງກົດ ແລະ ມີກີ່ນແຮງ ມີຄຸນສົມບັດຊ່ວຍດູດກິ່ນຕ່າງໆ ເຮັດໃຫ້ກິ່ນເໝັນອັບໃນຫ້ອງໝົດໄປ. ໂດຍໃຫ້ນຳນ້ຳສົ້ມສາຍຊູຖອກຊາມນ້ອຍ ແລ້ວນຳໄປປະໄວ້ຢູ່ຈຸດທີ່ມີກິ່ນເໝັນອັບ ເຊັ່ນ: ຫ້ອງນ້ຳ, ຕູ້ເຄື່ອງນຸ່ງ, ຖ້ານເກັບມ້ຽນເກີບເປັນຕົ້ນ… ພຽງສ່ຳນີ້ກິ່ນອັບໃນຫ້ອງກໍຈະຄ່ອຍໆໝົດໄປ.
  2. ໃບເຕີຍ: ເນື່ອງຈາກວ່າ ໃບເຕີຍ ຂຶ້ນຊື່ເລື່ອງຄຸນສົມບັດທີ່ຊ່ວຍຫຼຸດກິ່ນອັບໃນຫ້ອງໄດ້ເປັນຢ່າງດີ, ໂດຍການຊອຍໃບເຕີຍອອກເປັນນ້ອຍໆ ກ່ອນນຳໄປໃສ່ໄວ້ໃນກະປອງເພື່ອຕັ້ງໄວ້ໃນຫ້ອງທີ່ມີກິ່ນເໝັນອັບ ແລະ ກິ່ນເໝັນກໍຈະຄ່ອຍໆ ໝົດໄປ ນອກຈາກນີ້ໃບເຕີຍຍັງມີກິ່ນຫອມອ່ອນໆ ສະເພາະຕົວ ຊ່ວຍໃຫ້ອາກາດໃນຫ້ອງດີຂຶ້ນອີກດ້ວຍ.
  3. ຖ່ານດັງໄຟ: ຖ່ານໄຟທີ່ເຮົາໃຊ້ດັງໄຟ ແຕ່ງຢູ່ຄົວກິນ ຄືໜຶ່ງໃນຕົວຊ່ວຍກຳຈັດກິ່ນນຊັ້ນດີ ທີ່ດູດຊຶມກິ່ນເໝັນອັບໄດ້, ພຽງແຕ່ນຳຖ່ານໄປວາງໄວ້ໃນຫ້ອງທີ່ມີກິ່ນເໝັນອັບ ເຊັ່ນ: ຫ້ອງຄົວ, ຫ້ອງນ້ຳ, ຫ້ອງນອນ ຫຼື ປະໄວ້ໃນຕູ້ເຢັນ ກໍໄດ້, ເຊິ່ງທ່ານສາມາດຊ່ວຍດັບກິ່ນອັບໄດ້ ທີ່ສຳຄັນຫາງ່າຍ ແລະ ລາຄາບໍ່ແພງ.
  4. ເປືອກໝາກກ້ຽງ: ເປັນສິ່ງທີມີຄຸນປະໂຫຍດຫຼາຍ ທັງເປັນຢາໄລ່ຍຸງ, ເຮັດເຄື່ອງຫອມ ຫຼື ຈະນຳມາກຳຈັດກິ່ນອັບກໍໄດ້ ເພາະໃນເປືອກໝາກກ້ຽງມີກົດທີ່ສາມາດກຳຈັດເຊື້ອໂຣກ, ກິ່ນອັບໃນຫ້ອງ ແລະ ເພີ່ມຄວາມຫອມສົດຊື່ນອີກດ້ວຍ, ໂດຍນຳເປືອກໝາກກ້ຽງແຫ້ງ ໄປຈີກເປັນຕ່ອນນ້ອຍໆ ແລ້ວນຳໄປໃສ່ຖົງຜ້າ ທີ່ມີລັກສະນະເປັນຮູນ້ອຍໆ ຈະເຮັດໃຫ້ກິ່ນຂອງເປືອກໝາກກ້ຽງຄ່ອຍໆ ອອກມາຈາກຖົງຜ້າ ແລະ ດູດຊຶມເອົາກິ່ນເໝັນອັບຈົນໝົດໄປ.
  5. ໝາກຂີ້ຫູດ: ເປັນອີກວິທີໜຶ່ງ ທີ່ສາມາດກຳຈັດກິ່ນອັບໃນຫ້ອງໄດ້ ເຊິ່ງເປັນວິທີງ່າຍໆ ບໍ່ຫຍຸ້ງຍາກ ພຽງແຕ່ປາດໝາກຂີ້ຫູດອອກເປັນອັນນ້ອຍໆ ແລ້ວນຳໄປວາງຕາມຫ້ອງນ້ຳ ຫຼື ຫ້ອງທີ່ມີກິ່ນອັບ ກິ່ນຈາກໝາກຂີ້ຫູດ ສາມາດດູດຊຶມກີິ່ນເໝັນໃຫ້ຫາຍໄປໄດ້ເປັນຢ່າງດີ ເນື່ອງຈາກໝາກຂີ້ຫູດມີນ້ຳມັນຫອມລະເຫີຍ ທີ່ຊ່ວຍດູດຊຶມກີິ່ນ ແລະ ຊ່ວຍໃຫ້ບັນຍາກາດຫອມຊົດຊື່ນອີກດ້ວຍ.
  6. ຫົວສີໄຄ:  ຫົວສີໄຄ ມີນ້ຳມັນຫອມລະເຫີຍທີ່ຫອມສົດຊື່ນ ຊ່ວຍດັບກິ່ນອັບໃນຫ້ອງໄດ້ດີ ວິທີເຮັດຄືນຳຫົວສີໄຄມາຊອຍແລ້ວຕຳໃຫ້ລະອຽດ ກ່ອນນຳມາໃສ່ຜ້າຂາວບາງ ແລ້ວນຳໄປວາງຕາມຈຸດຕ່າງໆ ໃນຫ້ອງ ພຽງເທົ່ານີ້ກໍສາມາດກຳຈັດກີ່ນອັບໄດ້ແລ້ວ, ນອກຈາກນີ້ ຫົວສີໄຄ ຍັງມີຄຸນປະໂຫຍດອີກຫຼາຍຢ່າງ ຊ່ວຍເຮັດໃຫ້ລະບົບໄລວຽນຂອງເລືອດໄດ້ດີ, ຂ້າເຊື້ອໂຣກ ແລະ ໄລ່ແມງໄມ້ໄດ້.
  7. ຫົວຜັກບົ່ວ: ຈຸດເດັ່ນຂອງຫົວຜັກບົ່ວຄືມີກິ່ນທີ່ແຮງ ເຊິ່ງເປັນຂໍ້ດີທີ່ບໍ່ຄວນເບິ່ງຂ້າມ ເພາະມີຄຸນສົມບັດຊ່ວຍດັບກິ່ນເໝັນໄດ້ດີ, ສາມາດນຳເອົາຫົວຜັກບົ່ວມາຊອຍເປັນ 4 ປ່ຽງ ຫຼື ທຸບ ແລ້ວນຳໄປໃສ່ກະປອງໄປວາງໃນຫ້ອງ ພຽງເທົ່ານີ້ກໍ່ສາມາດດັບກິ່ນໃນຫ້ອງໄດ້ແລ້ວ ແລະ ຫົວຜັກບົ່ວ ຍັງຊ່ວຍດັບກິ່ນສີທາເຮືອນໄດ້ດີອີກດ້ວຍ ເອີ້ນໄດ້ວ່າມີປະໂຫຍດຮອບດ້ານເລີຍລະ.
  8. ໃບຊາ: ໃບຊາ ເປັນວັດຖຸດິບໃກ້ໂຕ ທີ່ດັບກິ່ນຫ້ອງໄດ້ດີບໍ່ແພ້ໂຕອື່ນໆ ເລີຍ ໂດຍແນະນຳໃຫ້ເອົາໃບຊາທີ່ມີໃນເຮືອນຂອງເຈົ້າ ບໍ່ວ່າຈະເປັນໃບຊາສົດ, ໃບຊາແຫ້ງ ພໍປະມານ ມາວາງປະໄວ້ໃນຫ້ອງ ພຽງຂ້າມຄືນ ກໍຈະຊ່ວຍຫຼຸດກິ່ນອັບໄດ້ຢ່າງມີປະສິດທິພາບແລ້ວ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.