ໄພຮ້າຍ! ຈາກ ໂຄວິດ-19 ທີ່ຫຼາຍຄົນເບິ່ງຂ້າມ.

ປີ 2022 ຍັງບໍ່ຮອດ 4 ເດືອນ ຕົວເລກຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ມີສູງເຖິງ 361 ຄົນ, ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19. ສປປ ລາວ ຖືເປັນອີກປະເທດໜຶ່ງ ທີ່ຍັງມີການລະບາດມາຈົນເຖິງປັດຈຸບັນ, ສປປ ລາວ ມີຜູ້ເສຍຊີວິດຄົນທຳອິດຈາກພະຍາດດັ່ງກ່າວໃນວັນທີ 9 ພຶດສະພາ ປີ 2021 ເຊິ່ງຍອດຜູ້ເສຍຊີວິດຍັງບໍ່ຄ່ອຍສູງຫຼາຍ ສືບຕໍ່ເນື່ອງມາຈົນຮອດທ້າຍເດືອນ ກັນຍາ ຍອດຜູ້ເສຍຊີວິດຢູ່ທີ່ 18 ຄົນ.

ຕັ້ງແຕ່ ເດືອນ ຕຸລາ ເປັນຕົ້ນມາ ເລີ່ມມີຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທຸກໆມື້ ບາງມື້ກໍມີຄົນໜຶ່ງ ບາງມື້ກໍມີສອງຄົນ ແລະ ບາງມື້ກໍມີຜູ້ເສຍຊີວິດສູງເຖິງ 10 ຄົນ, ເຊິ່ງຍັງເພີ່ມຂຶ້ນແບບນັ້ນໃນທຸກໆມື້ ຈົນປາກົດວ່າມີການເສຍຊີວິດຈາກພະຍາດ ໂຄວິດ-19 ຢ່າງຕໍ່ເນື່ອງໃນທຸກໆມື້ສະສົມ ເຮັດໃຫ້ທ້າຍປີ 2021 ມີຍອດລວມຜູ້ເສຍຊີວິດເຖິງ 372 ຄົນ.

ສຳລັບ ໃນເດືອນທຳອິດຂອງປີ 2022 ທັງຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃໝ່ກໍຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ເດືອນທຳອິດນັ້ນມີຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ໄປແລ້ວກວ່າ 175 ຄົນ, ຫຼັງຈາກນັ້ນໃນ ເດືອນ ກຸມພາ ຜູ້ຕິດເຊື້ອໃໝ່ກໍເລີ່ມຫຼຸດລົງຈາກມື້ລະປະມານ 1 ພັນຄົນ ຫາ 2 ພັນຄົນ ເຫຼືອມື້ລະປະມານ 5 ຮ້ອຍຄົນ ຫາ 4 ຮ້ອຍຄົນ ເຊິ່ງເຮັດໃຫ້ເດືອນກຸມພາ ມີຍອດຜູ້ເສຍຊີວິດຫຼຸດລົງ.

ໃນເດືອນ ມີນາ ແລະ ເດືອນ ເມສາ ຜູ້ຕິດເຊື້ອໃໝ່ກໍເລີ່ມເພີ່ມສູງຂຶ້ນອີກຄັ້ງ ສະເລ່ຍແລ້ວສູງເຖິງ 1 – 2 ພັນຄົນຕໍ່ມື້ ເຮັດໃຫ້ຍອດຜູ້ເສຍຊີວິດ ກໍກັບມາເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທຸກໆມື້ເຊັ່ນກັນ ເຊິ່ງຖ້າເຮົານັບມາຕັ້ງແຕ່ຕົ້ນປີ 2022 ຈົນເຖິງ ວັນທີ 23 ເມສາ 2022 ແລ້ວຍອດຜູ້ເສຍຊີວິດລວມຢູ່ທີ່ 361 ຄົນ.

ເຖິງຜູ້ຕິດເຊື້ອໃໝ່ຈະຍັງຂຶ້ນໆ ລົງໆ ບາງມື້ມີໜ້ອຍ ແລະ ບາງມື້ມີຫຼາຍ ກໍບໍ່ຄວນປະມາດ, ເພາະວ່າ ຍອດຜູ້ເສຍຊີວິດ ຍັງເພີ່ມຂຶ້ນໃນທຸກໆມື້ ສະນັ້ນເຮົາບໍ່ຄວນເບິ່ງຂ້າມເລື່ອງນີ້ ແລະ ສືບຕໍ່ມາດຕະການປ້ອງກັນໃຫ້ດີຢູ່ຕະຫຼອດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...