Monday, June 23, 2025
Kbank Laos โอน รับ จ่าย

ອາຫານເປັນພິດ! ໂຮກອັນຕະລາຍ ທີ່ມາກັບລະດູຮ້ອນ

ອາຫານເປັນພິດ ເກີດຈາກການກິນອາຫານ ຫຼື ນ້ຳ ທີ່ປົນເປື້ອນເຊື້ອໂຣກເຂົ້າໄປໃນຮ່າງກາຍ ເຊິ່ງອາດພົບຫຼາຍຂຶ້ນໃນຊ່ວງລະດູຮ້ອນ ໂດຍອາການເບື້ອຕົ້ນຈະມີອາການປຸ້ນທ້ອງ, ປວດຮາກ ແລະ ເກີດອາການຖອກທ້ອງຖ່າຍແຫຼວຕາມມາ.

ເຮົາຄວນສັງເກດອາການໂຕເອງ ຖ້າມີອາການ 1-2 ຂໍ້ຕໍ່ໄປນີ້ ໃຫ້ສົງໄສໄວ້ກ່ອນວ່າ ເປັນໂຮກອາຫານເປັນພິດ ຊະນິດຮຸນແຮງ.

  1. ປວດຮາກຮຸນແຮງ ຫຼື ຖ່າຍຫຼາຍຜິດປົກກະຕິ (ຫຼາຍກວ່າ 8-10 ຄັ້ງຕໍ່ມື້).
  2. ມີອາການໄຂ້.
  3. ມີອາການຊຶມ, ບໍ່ມີແຮງ, ອ່ອນເພຍ, ຕີນ-ມື ເຢັນ.
  4. ຍ່ຽວໜ້ອຍ ແລະ ມີສີເຂັ້ມ ຫຼື ບໍ່ຍ່ຽວເກີນ 6 ຊົ່ວໂມງ.
  5. ຖ້າເປັນເດັກນ້ອຍ ອາດມີອາການປາກແຫ້ງ ແລະ ຮ້ອງໄຫ້ແບບບໍ່ມີນ້ຳຕາ.

 ອາຫານທີ່ສ່ຽງຕໍ່ການເກີດໂຣກອາຫານເປັນພິດ ມີ:

  1. ອາຫານ ສຸກໆ ດິບໆ ຫຼື ຜ່ານຄວາມຮ້ອວນບໍ່ພຽງພໍ.
  2. ອາຫານທີ່ມີຣົດຈັດ, ເຜັດຈັດ, ສົ້ມຈັດ ຫຼື ເຄັມຈັດ.
  3. ອາຫານໝັກດອງ, ອາຫານກະປ໋ອງ ທີ່ພົບວ່າມີຮອຍຮົ່ວ ຫຼື ມີຂີ້ໝ້ຽງຈັບຢູ່ກະປ໋ອງ.
  4. ອາຫານທີ່ຜະລິດ ຫຼື ປຸງບໍ່ສະອາດພຽງພໍ ເຊັ່ນ: ໃຊ້ຂຽງຊອຍຊີ້ນສົດ ກັບຜັກລວກຮ່ວມກັນ.
  5. ອາຫານທີ່ມີແມງວັນຕອມ.
  6. ອາຫານທີ່ປຸງສຸກຕັ້ງແຕ່ເຊົ້າ ໂດຍທີ່ບໍ່ໄດ້ອຸ່ນໃຫ້ຮ້ອນຄືນ.
  7. ອາຫານທີ່ມີກະທິເປັນສ່ວນຜະສົມ ແລ້ວປະໄວ້ດົນຫຼາຍຊົ່ວໂມງ.
  8. ນ້ຳກ້ອນ ທີ່ຜະລິດບໍ່ໄດ້ມາດຕະຖານ.

ວິທີເບິ່ງແຍງໂຕເອງ ເມື່ອມີອາການ ອາຫານເປັນພິດ

  • ປົກກະຕິແລ້ວ ການເກີດໂຣກອາຫານເປັນພິດ ຈະເຊົາໄດ້ເອງພາຍໃນ 24-48 ຊົ່ວໂມງ ໂດຍໃຫ້ປິ່ນປົວຕາມອາການຄື: ຮັບປະທານເກືອແຮ່ທົດແທນ ແລະ ຢາແກ້ອາການປຸ້ນທ້ອງປວດຮາກ.
  • ຫຼີກຫຼ່ຽງການຮັບປະທານອາຫານປະເພດ ນົມ, ໝາກໄມ້, ອາຫານຣົດຈັດ, ອາຫານສຸກໆ ດິບໆ ແລະ ອາຫານໝັກດອງ.
  • ພັກຜ່ອນໃຫ້ຫຼາຍຂຶ້ນ, ດື່ມນ້ຳຫຼາຍໆ, ຫຼຸດການເຮັດກິດຈະກຳໜັກໆ ເຊັ່ນ ອອກກຳລັງກາຍ, ເຮັກວຽກບ້ານໜັກໆ ແລະ ອື່ນໆ.
  • ບໍ່ຈຳເປັນຕ້ອງກິນຢາບຳລຸງ ຖ້າຫາກອາການບໍ່ດີຂຶ້ນໃຫ້ຟ້າວໄປພົບແພດຈະເປັນການດີກວ່າ.

ທີ່ມາ: https://bit.ly/3rTqRSi

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.