ພະທາດປວກ ເມືອງຄອບ, ແຂວງ ໄຊຍະບູລີ.

ພະທາດປວກ ຕັ້ງຢູ່ບ້ານ ດອນມູນ, ເມືອງຄອບ ເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳ ຂອງແຂວງ ໄຊຍະບູລີ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈໄປກາບໄຫວ້ ເພາະມີປະຫວັດຄວາມເປັນມາທີ່ໜ້າສົນໃຈ, ໂດຍສະຖານທີ່ດັ່ງກ່າວ ຫ່າງຈາກເທດສະບານ ເມືອງຄອບ ໄປປະມານ 3 ກິໂລແມັດ.

ຕາມເຖົ້າແກ່ບູຮານ ໄດ້ເລົ່າສືບຕໍ່ກັນມາວ່າ: ມີນົກອິນຊີສອງຜົວເມຍ ໄດ້ຄາບກະດູກຂອງພະເຈົ້າຕົນບຸນອົງໜຶ່ງ ມາແຕ່ເມືອງ ນາລັນທາ, ປະເທດອິນເດຍ ແລະ ໄດ້ບິນມາຈັບຢູ່ຕົ້ນໂພ (ບ່ອນທີ່ທາດປວກ ຕັ້ງຢູ່ປັດຈຸບັນນີ້) ເມື່ອມາຮອດ ກໍພາກັນເອົາກະດູກດັ່ງກ່າວ ວາງໄວ້ເທິງງ່າຕົ້ນໂພ ແລ້ວພາກັນລົງໄປກິນນ້ຳຢູ່ ໜອງເທົາ (ດົງໃຫຍ່ຂອງບ້ານ ດອນມູນ), ເມື່ອກັບຄືນມາຫາຕົ້ນໂພ ແລ້ວຊອກຫາກະດູກນັ້ນບໍ່ເຫັນ, ນົກທັງສອງ ຈຶ່ງເຊີນເອົາບັນດານົກຕ່າງໆ ທີ່ຢູ່ໃນປ່ານັ້ນມາຊອກຊ່ວຍ, ມີທັງນົກນ້ອຍ-ໃຫຍ່ ເປັນໝື່ນເປັນແສນໂຕ, ບິນເຈີດໄປເຈີດມາຢູ່ເທິງພູແຫ່ງນັ້ນ ແຕ່ກໍບໍ່ເຫັນ.

ຕໍ່ມາ ມີນາຍພານຄົນໜຶ່ງ ຊື່: ທ້າວ ມັງ ເປັນຄົນບ້ານ ດົງຖ້ຳທອງ, ໄດ້ໄປລ່າສັດຢູ່ບໍລິເວນນັ້ນ ລາວສັງເກດເຫັນນົກເປັນຈຳນວນຫຼວງຫຼາຍ ບິນເຈີດໄປ-ມາ ແລະ ສົ່ງສຽງຮ້ອງຟົດສະໜັ່ນຢູ່ບໍລິເວນດັ່ງກ່າວ, ລາວຈິ່ງພະຍາຍາມເຂົ້າໄປເບິ່ງ. ເມື່ອໄປຮອດ ລາວເຫັນປວກເປັນຈຳນວນຫຼວງຫຼາຍ ພາກັນຂົນດິນມາເຮັດຈອມປວກ, ລາວຈິ່ງເຂ່ຍດິນອອກ ແລະ ເຫັນກະດູກອັນໜຶ່ງ, ແຕ່ປວກກໍຂົນດິນຖົມກະດູກນັ້ນຢ່າງໄວວາ, ເມື່ອເຫັນເຫດການປະຫຼາດຄືແນວນັ້ນ ລາວຈິ່ງກັບຄືນມາບ້ານ ເພື່ອນຳເອົາເຫດການດັ່ງກ່າວ ໄປກາບທູນຕໍ່ພະຍາເຈົ້າເມືອງ ຢູ່ບ້ານ ດົງຖ້ຳທອງ (ບ້ານມ່ວງ ໃນປັດຈຸບັນ).

ຈາກນັ້ນ, ພະຍາກໍແຕ່ງຕັ້ງເສນາອາມາດ 3 ຄົນໄປເບິ່ງ ແລະ ກໍເຫັນປວກຂົນດິນມາເຮັດຈອມປວກສູງພຽງແອວ ແລະ ສືບຕໍ່ເຮັດໄປເລື້ອຍໆ. ຈາກນັ້ນ, ເສນາອາມາດກໍກັບມາກາບທູນລາຍງານຕໍ່ພະຍາເຈົ້າເມືອງ ຄື: ພະຍາຄອບຫານຈອມສັກ, ຫຼັງຈາກນັ້ນ ພະຍາຈິ່ງໄດ້ໄປເບິ່ງດ້ວຍໂຕເອງ ເມື່ອເຫັນເຫດການທີ່ແປກປະຫຼາດຄືແນວນັ້ນ ເພີ່ນຈິ່ງໄດ້ນຳພາບ່າວໄພ່ລາດສະດອນ ເມືອງຂອມໄຂ (ເມືອງຄອບ ໃນປັດຈຸບັນ) ພ້ອມກັນມາກໍ່ທາດກວມຈອມປວກນັ້ນ ແລະ ໄດ້ເອົາແກ້ວເຄື່ອງວິເສດເຂົ້າໃສ່ຕື່ມ ໃນປີ ຄ.ສ. 1536 ເຊິ່ງກໍ່ດ້ວຍດິນຈີ່ ແລະ ປູນຂາວ, ຕີນທາດ 4 ວາມົນທົນ, ສູງ 2 ວາເຄິ່ງ, ມີ 7 ຊັ້ນແທ່ນ.

ໃນລະຫວ່າງ ປີ 1920–1923 ຊາວເມືອງຄອບ ໄດ້ປະຕິສັງຂອນພະທາດໃຫ້ສວຍງາມ ແລະ ໃຫຍ່ກວ່າເກົ່າ ໂດຍແມ່ນ ພະຍາອິນ ເປັນຜູ້ນຳພາ. ຕີນທາດເປັນ 4 ຫຼ່ຽມມົນທົນ ແຕ່ລະເບື້ອງແທກໄດ້ 12 ແມັດ, ສູງ 14 ແມັດ 90 ຊັງຕີແມັດ. ຊາວເມືອງຄອບ ໄດ້ຖືເອົາທາດລູກນີ້ ເປັນທາດຫຼັກເມືອງ, ແຕ່ລະປີໄດ້ພ້ອມກັນມາເຮັດບຸນສິນກິນທານ ໃນເດືອນ 6 ເພັງທຸກໆ ປີ (ເດືອນເມສາ) ເພື່ອຂໍຟ້າຂໍຝົນ ໃຫ້ການຜະລິດມີຄວາມອຸດົມສົມບູນ ແລະ ປະຊາຊົນຢູ່ເຢັນເປັນສຸກ.

ຂໍ້ມູນຈາກ: https://bit.ly/3w37pDZ

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.