ບຸນເສັນເຮືອນ ອີກໜຶ່ງປະເພນີຂອງ ເຜົ່າໄຕ໋ດຳ

ພິທີເຮັດບຸນເສັນເຮືອນ ເປັນປະເພນີຄວາມເຊື່ອກ່ຽວກັບຜີ, ວິນຍານບັນພະບູລຸດຂອງ ຊົນເຜົ່າໄຕ໋ດຳ ເຊິ່ງເປັນພິທີກຳທີ່ຈັດຂຶ້ນເພື່ອຜີເຮືອນ ໄດ້ແກ່: ຜີພໍ່ແມ່, ປູ່ຍ່າ, ຕາຍາຍ ທີ່ລ່ວງລັບໄປແລ້ວ ແລະໄດ້ເຮັດພິທີເອົາຜີຂຶ້ນເຮືອນ ໂດຍຈັດໃຫ້ວາງໄວ້ຢູ່ມຸມໃດມຸມໜຶ່ງຂອງຫ້ອງ ຕາມປົກກະຕິ ບ່ອນນັ້ນຈະມີແກ້ວນ້ຳຕັ້ງຢູ່. ການຈັດ ບຸນເສັນເຮືອນ ຈະມີທຸກໆ 3-5 ປີ ແລ້ວແຕ່ຄວາມສະດວກຂອງຄອບຄົວ ຖ້າຫາກຄອບຄົວໃດອ່າວມີຖານະດີແດ່ ກໍເຮັດທຸກປີ ຍິ່ງເປັນການດີ.

ເພື່ອໃຫ້ຜີເຮືອນຂອງຕົນໄດ້ມາຮັບເຄື່ອງຫວ້າຍຈາກລູກຫຼານ ເປັນການສະແດງອອກເຊິ່ງຄວາມກະຕັນຍູ ລະນຶກເຖິງພະຄຸນບັນພະບູລຸດຜູ້ທີ່ລ່ວງລັບໄປແລ້ວ ເຊື່ອກັນວ່າ ເມື່ອໄດ້ຈັດພິທີເສັນເຮືອນກັນແລ້ວຜີເຮືອນຈະປົກປ້ອງຄຸ້ມຄອງຮັກສາຕົນ ແລະຄອບຄົວໃຫ້ມີຄວາມສຸກຈະເລີນກ້າວໜ້າທຳມາຄ້າຂາຍຂຶ້ນ.

            ຂະບວນການ ແລະພິທີກຳ: ພິທີເສັນເຮືອນສ່ວນຫຼາຍເຂົ້າຈະມັກຈັດຂຶ້ນໃນຊ່ວງເດີອນ 2 ຫາເດືອນ 5 ຂອງທຸກໆປີ. ຜີໃນຕະກຸນດຽວກັນເຂົາຈະເອີ້ນວ່າ: “ສີ່ງດຽວກັນ” ຜີເຮືອນຄືຜີທີ່ຕາຍຢູ່ໃນເຮືອນທີ່ເຂົາເຈົ້າເຮັດພິທີເອົາຜີຂຶ້ນເຮືອນແລ້ວ. ທຸກເຮືອນຈະມີລາຍຊື່ຂອງຜີປະຈຳເຮືອນເອີ້ນວ່າ ປັບຜີເຮືອນ ໄວ້ເອີ້ນໃນມື້ເສັນເຮືອນໝໍເສັນຈະນຳປັບຜີເຮືອນມາອ່ານລາຍຊື່ຜີເຮືອນມາໃຫ້ຮັບຂອງຫວ້າຍທີ່ລະໜຶ່ງຕົນ.

            ການດຳເນີນການຫຍັງຕ່າງໆຈະເປັນໜ້າທີ່ຂອງໝໍເສັນ ນອກຈາກໝູແລ້ວອາຫານທີ່ນຳໄປໃສ່ພາເສັນທີ່ສຳຄັນປະກອບດ້ວຍ: ເຂົ້າໜົມຕ່າງໆໄດ້ແກ່: ເຂົ້າໝົມທີ່ຂາຍໃນຕະຫຼາດທົ່ວໄປ, ເຂົ້າຕົ້ມມັດ, ມັນຕົ້ນ, ເຜືອກ ແລະໝາກໄມ້ຕາມລະດູການ ສ່ວນຂອງຄາວຈະປະກອບໄປດ້ວຍໄກ່ຕົ້ມທີ່ຕ້ອງຕົ້ມໃຫ້ສຸກທັງໂຕ, ປາປິ້ງ, ກ້ອຍປາ, ລາບປາ, ລາບຊິ້ນຄວາຍ, ປາສົ້ມ, ຊຸບຜັກ ແລະອື່ນໆ. ອີກຢ່າງໜຶ່ງທີ່ຂາດບໍ່ໄດ້ກໍຄືເຫຼົ້າຂາວ, ເງິນຄຳ, ເຄື່ອງນຸ່ງໃໝ່ໆບໍ່ວ່າປະເປັນເສື້ອ, ໂສ້ງ, ສິ້ນ. ຫຼັງຈາກເຄື່ອງລະກອບການຄົບແລ້ວໝໍຕ່າມກໍ່ຈະເລີມພິທີການເລີຍ.

ຊົນເຜົ່າໄຕ໋ດຳກໍ່ເປັນອີກຊົນເຜົ່າໜຶ່ງທີ່ອາໄສຢູ່ຫຼາຍໃນຫຼວງນ້ຳທາ ທີມີຮິດຄອງປະເພນີເປັນເອກະລັກສະເພາະເຜົ່າ ເປັນຊົນເຜົ່າທີ່ຖືສາສະໜາຜີ ແລະລ້ຽງຜີເຮືອນ ເຊິ່ງບຸນເສັນເຮືອນຈະໄດ້ຈັດຂຶ້ນໃນມື້ ປາດຕຣົ່ງ ມື້ໃດທີມື້ເໝາະ ແລະເຮົາພ້ອມ. ນອກຈາກບຸນເສັງເຮືອນແລ້ວຍັງມີພິທີກຳອື່ນໆອີກເຊັ່ນ: ການປາຕຣົ່ງເຂົ້າໃໝ່ເວລາໄດ້ເຂົ້າໃໝ່, ການເສັນຄົນປ່ວຍ, ການເບິ່ງເສື້ອ ແລະການສູ່ຂວັນ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.