Thursday, May 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 30 ເມສາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງ ແຂວງບໍ່ແກ້ວ ສຳເລັດແລ້ວ 97%

ໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງ ແຂວງບໍ່ແກ້ວ  ທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຫ້ວຍຊາຍ ຕາມແລວທາງ ອະນຸພາກພື້ນແມ່ນ້ຳຂອງ, ໂດຍລວມແມ່ນສໍາເລັດແລ້ວຫຼາຍກວ່າ 97%.

ໂຄງການດັ່ງກ່າວນີ້ປະກອບມີການກໍ່ສ້າງປ້ອງກັນຕາຝັ່ງແຄມຂອງທີ່ມີຄວາມຍາວ 960 ແມັດ, ມີທາງຍ່າງ, ມີຂົວເບຕົງເສີມເຫຼັກຂ້າມຮ່ອງ 1 ແຫ່ງ ພ້ອມລະບົບໄຟແສງສະຫວ່າງ, ກໍ່ສ້າງເສັ້ນ ທາງເຂົ້າທ່າເຮືອປູດ້ວຍເບຕົງໜາ 23 ຊັງຕີແມັດ, ກວ້າງ 6-9 ແມັດ, ມີໄຟເຍືອງທາງຄົບຊຸດ, ກໍ່ສ້າງອາຄານ 2 ຫຼັງ…ອ່ານຕໍ່

ຊາວກະສິກອນ ໃນຂະແໜງກາເຟ ແລະ ຊາໄດ້ຮັບການປົກປ້ອງທາງສັງຄົມ ແລະ ສິດທິດ້ານແຮງງານ

ແຮງງານໃນຂະແໜງກາເຟ ແລະ ຊາ ຂອງ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການປົກປ້ອງທາງສັງຄົມທີ່ດີຂຶ້ນ ແລະ ຄວາມປອດໄພ ແລະ ສຸຂະພາບແຮງງານຈະໄດ້ຮັບການປັບປຸງຂື້ນພາຍຫຼັງໂຄງການໃໝ່ຂອງອົງການແຮງງານສາກົນທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU)

ໂຄງການ “ຫຼຸດຜ່ອນຄວາມສ່ຽງໃນ ສປປ ລາວ: ສ້າງຄວາມກ້າວໜ້າໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ ແລະ ຊາ ຂອງສປປລາວ (SOLAR)” ໄດ້ເປີດເປັນທາງການໃນມື້ວັນທີ 28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ….ອ່ານຕໍ່

ທົ່ວປະເທດ ມີເດັກນ້ອຍເອັສໂອເອັສລາວ ຫຼາຍກວ່າ 900 ຄົນ

ປະຈຸບັນ, ສປປ ລາວ ມີບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ (SOS) ທັງໝົດ 6 ແຫ່ງ, ມີເດັກນ້ອຍຢຸ່ໃນການຄຸ້ມຄອງທັງໝົດ 984 ຄົນ (ຍິງ 438 ຄົນ) ໃນຂອບເຂດທົ່ວປະເທດ, ຊຶ່ງຈໍານວນບ້ານຊ່ວຍເຫຼືອເດັກ ແລະ ຈໍານວນເດັກນ້ອຍຢຸ່ໃນການຄຸ້ມຄອງ ນີ້ ແມ່ນໄດ້ລາຍງານໃນກອງປະຊຸມຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ປະຈຳປີ 2021

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ, ເຊິ່ງສະແດງອອກໃນການປັບປຸງ ບ້ານຊ່ວຍ ເຫຼືອເດັກເອັສໂອເອັສ ດ້ວຍການສ້າງນິຕິກຳ; ປັບປຸງລະບົບກົນໄກການປະສານງານ ຢູ່ແຕ່ລະຂັ້ນ…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້