Tuesday, March 18, 2025

7 ປັດໄຈ ເພື່ອໃຫ້ຄອບຄົວມີຄວາມສຸກ

ຄອບຄົວຈະໝັ້ນຄົງ ແລະ ເປັນສຸກບໍ່ແມ່ນເລື່ອງງ່າຍ ຍ້ອນສະພາບເສດຖະກິດ,​ ສັງຄົມ ທີ່ແຂ່ງຂັນກັນທັງດ້ານວັດຖຸນິຍົມ ຈົນຂາດການໃສ່ໃຈທາງດ້ານຈິດໃຈ. ນອກຈາກຄວາມຮັກ ຄວາມຜູກພັນ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ດີ ມີຄວາມສຸກນັ້ນ, ຍັງມີອີກຫຼາຍປັດໄຈ ທີ່ຈະຊ່ວຍໃຫ້ຄອບຄົວຢູ່ລອດໄດ້ ໃນສັງຄົມແຫ່ງການແຂ່ງຂັນກັນ ຊຶ່ງມັກຈະມີ 7 ປັດໄຈ ດັ່ງຕໍ່ນີ້:

  1. ຄົນໃນຄອບຄົວຕ້ອງສາມາດຮັບມື ແລະ ຈັດການກັບບັນຫາຕ່າງໆ ທີ່ຜ່ານເຂົ້າມາໃນຊີວິດ, ຕ້ອງຕັ້ງສະຕິໃຫ້ໝັ້ນຄົງກ່ອນ ຈຶ່ງຈະຮັບມືກັບບັນຫາໄດ້.
  2. ທຸກຄົນຕ້ອງຄຳນຶງເຖິງຄວາມຮູ້ສຶກຂອງກັນ ແລະກັນ, ນອກຈາກການເຮັດວຽກແລ້ວ ຄົນໃນຄອບຄົວຕ້ອງຮູ້ຈັກແບ່ງເວລາ, ສົນໃຈກັບຄວາມຮູ້ສຶກຄວາມຕ້ອງການຂອງຄົນໃນຄອບຄົວນຳອີກ ເພາະໃນເວລາທີ່ຄອບຄົວເດືອດຮ້ອນ ຫຼືຍາກລຳບາກ, ຄອບຄົວຖືເປັນກຳລັງໃຈສຳຄັນ.
  3. ໃຊ້ເວລາຮ່ວມກັນ ບໍ່ວ່າຈະເກີດບັນຫາໃດກໍຕາມ ຄົນໃນຄອບຄົວໃຊ້ເວລານຳກັນໃນການແກ້ໄຂບັນຫານັ້ນ ເຮັດໃຫ້ຮູ້ສຶກວ່າເພິ່ງພາອາໄສກັນໄດ້,​ ຄົນໃນຄອບຄົວກໍຈະບໍ່ສະແຫວງຫາຄວາມສຸກຢູ່ບ່ອນອື່ນ ຊຶ່ງເກີດເປັນຄວາມເຂົ້າໃຈຊຶ່ງກັນ ແລະກັນ.
  4. ຄອບຄົວຕ້ອງມີລະບຽບແບບແຜນ ເມື່ອມີບັນຫາກໍມີຫຼັກການ ຫຼືຄວາມຮັບຜິດຊອບທີ່ເຮັດໃຫ້ຄອບຄົວຍັງເຮັດໜ້າທີ່ຕໍ່ໄປໄດ້.
  5. ຄອບຄົວມີທີ່ເພິ່ງທາງໃຈ ໂດຍສະເພາະການປະຕິບັດຕາມຫຼັກສາສະໜາ, ເມື່ອເກີດບັນຫາກໍຈະມີສະຕິ ຊຶ່ງຖືເປັນຕົ້ນທຶນທີ່ມີຄ່າສຳລັບການເບິ່ງແຍງຈິດໃຈຍາມຄົນໃນຄອບຄົວເດືອດຮ້ອນ.
  6. ມີວິທີສື່ສານໂອ້ລົມກັນຢ່າງຊັດເຈນ, ກົງໄປກົງມາ ບໍ່ເວົ້າຊ່ອນເງື່ອນງຳ ຫຼືປິດບັງກັນ, ຄົນໃນຄອບຄົວຕ້ອງຮັບຟັງຄວາມຄິດເຫັນ, ຄວາມຮູ້ສຶກຊຶ່ງກັນ ແລະກັນ, ເຮັດໃຫ້ການຢູ່ຮ່ວມກັນໃນຄອບຄົວເປັນໄປດ້ວຍຄວາມສະບາຍໃຈ.
  7. ຮັກສາຄວາມຜູກພັນກັບຄອບຄົວເກົ່າ, ໝັ່ນຫາເວລາໄປມາຫາສູ່ກັນ ຫຼື ພົບປະສັງສັນຕິດຕາມຂ່າວຄາວ,​ ຊ່ວຍເຫຼືອຊຶ່ງກັນ ແລະກັນ. ນອກຈາກຈະເຮັດໃຫ້ມີຄວາມສຸກສະໜຸກສະໜານແລ້ວ ການຊ່ວຍເຫຼືອຄົນອື່ນເຮັດໃຫ້ຄວາມຄິດກວ້າງຂຶ້ນ, ​ບໍ່ຄິດແຕ່ເລື່ອງຂອງຄອບຄົວໂຕເອງ ແລະເຮັດໃຫ້ມີບ່ອນເພິ່ງພາອາໄສເມື່ອມີບັນຫາ ຫຼືຄວາມເດືອດຮ້ອນ.

ສະຖາບັນຄອບຄົວຈະແຂງແຮງນັ້ນ ຕ້ອງອາໄສປັດໄຈຫຼັກຄື ຢູ່ຮ່ວມກັນດ້ວຍຄວາມຮັກ ຄວາມຜູກພັນເອື້ອເຟື້ອ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ສິ່ງເລັກໆນ້ອຍໆ ເຫຼົ່ານີ້ປຽບດັ່ງນຳ້ທິບບຳລຸງໃຈ ໃຫ້ຮູ້ສຶກສະຫງົບຮົ່ມເຢັນ ແລະເມື່ອດົນໄປກໍສະສົມກາຍເປັນຄວາມຮູ້ສຶກໝັ້ນຄົງ, ປອດໄພ, ສຸກກາຍສະບາຍໃຈ, ທຸກຄົນມີຄວາມສຸກ ແລະຄອບຄົວກໍຈະຂຶ້ນຊື່ວ່າ ເປັນຄອບຄົວແຫ່ງຄວາມສຸກຄືກັນ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.