ອາຫານ ທີ່ບໍ່ຄວນກິນຫຼາຍເກີນໄປ.

ການຮັບປະທານອາຫານ ແມ່ນຂຶ້ນຢູ່ກັບຄວາມມັກຂອງໃຜລາວ ແຕ່ອາຫານບາງຊະນິດທີ່ເຮົາມັກນັ້ນ ອາດເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາໄດ້ ເມື່ອຮັບປະທານຫຼາຍຈົນເກີນໄປ ດັ່ງນັ້ນ ທາງທີ່ດີແມ່ນຄວນກິນໃນປະລິມານທີ່ພໍດີເພື່ອສຸຂະພາບຂອງເຮົາເອງ. ຕໍ່ໄປນີ້ແມ່ນອາຫານທີ່ເຮົາບໍ່ຄວນກິນຫຼາຍເກີນໄປ.

Thousand years duck egg with ginger and chopsticks on a plate
  • ໄຂ່ຍ່ຽວມ້າ: ໄຂ່ຍ່ຽວມ້າມີສ່ວນປະກອບຂອງສານຕະກົ່ວ ການກິນໄຂ່ຍ່ຽວມ້າປະລິມານຫຼາຍໆ ແລະກິນເລື້ອຍໆ ອາດເກີດພິດຈາກສານຕະກົ່ວ. ນອກນັ້ນ ຍັງເຮັດໃຫ້ການດູດຊຶມແຄວຊຽມຫຼຸດໜ້ອຍລົງ, ເກີດພາວະຂາດແຄວຊຽມ ແລະເຮັດໃຫ້ກະດູກຜ່ອຍໄດ້.

  • ເຂົ້າໜົມຄູ່: ຂະບວນການເຮັດເຂົ້າໜົມຄູ່ມີການໃຊ້ສານສົ້ມເປັນສ່ວນປະກອບ ແລະໃນສານສົ້ມມີສ່ວນປະກອບຂອງສານຕະກົ່ວ, ການກິນເຂົ້າໜົມຄູ່ທຸກມື້ຈະເຮັດໃຫ້ໄຂ່ຫຼັງເຮັດວຽກໜັກໃນການຂັບສານຕະກົ່ວ ຊຶ່ງເປັນພິດຕໍ່ສະໝອງ ແລະ ຈຸລັງປະສາດ, ເຮັດໃຫ້ເສື່ອມໄວ, ເປັນໂຣກຄວາມຈຳເສື່ອມ ນອກຈາກນີ້ຍັງເຮັດໃຫ້ຄໍແຫ້ງ, ເຈັບຄໍ ໂດຍສະເພາະຄົນທີ່ມີອາການຮ້ອນໃນງ່າຍ.

  • ຊີ້ນປີ້ງ: ຊີ້ນປະເພດຕ່າງໆທີ່ຖືກຄວັນເປັນຕົ້ນແມ່ນໄຟ ຈະເກີດສານເບນໂຊໄພຣິນ ຊຶ່ງເປັນສານກໍ່ມະເຮັງຊະນິດນຶ່ງ.

  • ຜັກດອງ: ການກິນຜັກດອງ ຫຼື ຂອງໝັກໃສ່ເກືອເປັນເວລາດົນ ຈະເກີດການສະສົມຂອງທາດເກືອ ເຮັດໃຫ້ຫົວໃຈເຮັດວຽກໜັກ, ເກີດໂຣກຄວາມດັນເລືອດສູງ ແລະໂຣກຫົວໃຈໄດ້ງ່າຍ. ນອກຈາກຂອງໝັກຂອງດອງແລ້ວ ຍັງມີສານກໍ່ມະເຮັງ ແລະແອມໂມນຽມໄນໄຕຣ.

  • ຕັບໝູ: ໃນຕັບໝູ 1 ກິໂລ ມີຄໍເລດສະເຕີຣອນຫຼາຍກວ່າ 400 ມີລີກຣາມ, ການກິນອາຫານທີ່ມີຄໍເລດສະເຕີຣອນປະລິມານສູງຫຼາຍເປັນເວລາດົນຈະເຮັດໃຫ້ຫຼອດເລືອດແຂງໂຕ, ມີຄວາມສ່ຽງຕໍ່ໂຣກຫົວໃຈ ແລະໂຣກຫຼອດເລືອດທາງສະໝອງລວມເຖິງໂຣກມະເຮັງອີກດ້ວຍ.

  • ຜັກຫົມ, ຜັກປວຍເລ້ງ: ມີສານອາຫານອຸດົມສົມບູນ ແຕ່ມີກົດອອກຊາເລດຫຼາຍ ຈະເຮັດໃຫ້ມີການຂັບສັງກະສີ ແລະແຄວຊຽມອອກຈາກຮ່າງກາຍຫຼາຍ, ເກີດພາວະຂາດແຄນແຄວຊຽມ ແລະສັງກະສີ.

iinstant ramen noodles are called ‘Kappu-ramen’
  • ໝີ່ສຳເລັດຮູບ: ໝີ່ຫຼາຍຊະນິດມີສານກັນບູດ, ສານປຸງແຕ່ງຣົດທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ. ການກິນໝີ່ສຳເລັດຮູບເລື້ອຍໆຈະເຮັດໃຫ້ຂາດສານອາຫານ ແລະເກີດການສະສົມສານພິດໃນຮ່າງກາຍ.

  • ແກ່ນຕາເວັນ: ມີສ່ວນປະກອບຂອງກົດໄຂມັນບໍ່ອີ່ມໂຕ, ການກິນແກ່ນຕາເວັນໃນປະລິມານຫຼາຍ ຈະເຮັດໃຫ້ລະບົບເມຕາບໍລິຊຶມ ຂອງໄຂມັນຜິດປົກກະຕິ ເຮັດໃຫ້ມີການສະສົມໄຂມັນທີ່ຕັບ ແລະໄຂ່ຫຼັງ; ເປັນອັນຕະລາຍຕໍ່ອະໄວຍະວະອີກດ້ວຍ.

  • ເຕົ້າຮູ້ໝັກ, ເຕົ້າຮູ້ຕ່ອນ: ຂະບວນການໝັກເຕົ້າຮູ້ ມີໂອກາດປົນເປື້ອນເຊື້ອໂຣກໄດ້ງ່າຍ ນອກຈາກນີ້ຍັງມີສານຍ່ອຍສະຫຼາຍໂປຣຕິນ, ໄຮໂດຣເຈນຊັນໄຟ ຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ.
  • ແປ້ງນົວ: ຄົນເຮົາບໍ່ຄວນກິນແປ້ງນົວເກີນກວ່າ 6 ກຣາມຕໍ່ມື້ ເພາະຈະເຮັດໃຫ້ກົດກລູຕາມິກໃນເລືອດສູງ ຊຶ່ງມີຜົນຕໍ່ການເຮັດວຽກຂອງແຄວຊຽມ ແລະແມັກນີຊຽມ, ເກີດອາການເຈັບຫົວ, ໃຈສັ່ນ ແລະປຸ້ນທ້ອງ. ນອກຈາກນີ້ ຍັງມີຜົນເສຍຕໍ່ອະໄວຍະວະສືບພັນອີກດ້ວຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...