ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ ຍ້ອນປູກສາລີ ເປັນສິນຄ້າ

ສາລີ ເປັນພືດຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມບໍລິໂພກຢ່າງແຜ່ຫຼາຍ, ຂະນະດຽວກັນ ຕະຫຼາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ ຊຶ່ງປັດຈຸບັນ ພັກ-ລັດຖະບານ ໄດ້ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ໃນທົ່ວປະເທດ ໂດຍສະເພາະແມ່ນຂົງເຂດກະສິກຳ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ ໃຫ້ຫັນມາປູກສາລີເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ.

ປັດຈຸບັນ ເວົ້າໄດ້ວ່າ ປະຊາຊົນ ໄດ້ມີຄວາມຕື່ນຕົວ ແລະ ແຂ່ງຂັນກັນປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງພໍສົມຄວນ ຊຶ່ງສາມາດສ້າງລາຍຮັບໄດ້ໂດຍພື້ນຖານ ເຮັດໃຫ້ເສດຖະກິດຄອບຄົວຂອງເຂົາເຈົ້າ ໄດ້ມີທ່າອຽງດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ດັ່ງຄອບຄົວ ຂອງ ທ່ານ ສຸລິນ ວິໄລພອນ, ປະຊາຊົນ ບ້ານນາຊົງ, ເມືອງ ທ່າໂທມ, ແຂວງ ໄຊສົມບູນ ທີ່ໄດ້ຢຶດຖືການປູກສາລີ ເປັນສິນຄ້າ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວສູ່ຄວາມສິວິໄລທາງດ້ານເສດຖະກິດ.

ທ່ານ ສຸລິນ ວິໄລພອນ ໃຫ້ຮູ້ວ່າ: ກ່ອນມາຢຶດຖືການປູກສາລີເປັນສິນຄ້າ ສະພາບຄອບຄົວຂອງເພິ່ນໃນເວລານັ້ນ ໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ພໍສົມຄວນ ແລະ ລາຍຮັບເຂົ້າຄອບຄົວກໍມີໜ້ອຍ ຊຶ່ງບໍ່ສາມາດຈຸນເຈືອໃຫ້ແກ່ການໃຊ້ຈ່າຍ ເຂົ້າໃນວຽກງານຈຳເປັນໃນຊີວິດປະຈຳວັນ ເທົ່າທີ່ຄວນ ດັ່ງນັ້ນ ເພື່ອຊອກຫາວິທີທາງອອກທີ່ກ້າວໜ້າ ເພິ່ນຈິ່ງໄດ້ມີການປຶກສາຫາລື ກັບ ຜູ້ເປັນເມຍ ຫຼາຍຫຼົົບຫຼາຍຕ່າວ ແລະ ໃນທີ່ສຸດກໍມີຄວາມເປັນເອກະພາບຕົງກັນວ່າ: ການປູກສາລີ ເປັນສິນຄ້າ ຄືແນວທາງທີ່ດີໃນການພັດທະນາເສດຖະກິດຄອບຄົວ ໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ຈາກນັ້ນ ທ່ານ ສຸລິນ ວິໄລພອນ ຈິ່ງໄດ້ຕັດສິນໃຈນຳໃຊ້ພື້ນທີ່ດິນນາ 5,000 ຕາເເມັດ ເປັນບ່ອນບຸກເບີກປູກສາລີ ນັບແຕ່ປີ 2016 ຈົນເຖິງປັດຈຸບັນ. ຜ່ານການເພີ່ມພູນຜະລິດຜົນໃນການປູກສາລີ ເປັນສິນຄ້າ ສັງເກດເຫັນວ່າ ຊີວິດການເປັນຢູ່ພາຍໃນຄອບຄົວ ໄດ້ມີທ່າກ້າວດີຂຶ້ນຢ່າງຕໍ່ເນື່ອງ ແບບໜ້າມືເປັນຫຼັງມື ແລະ ລາຍຮັບຈາກການຂາຍຕົວຈິງ ແມ່ນຕົກຢູ່ໃນຈຳນວນເງິນ 30,000,000 ລ້ານ ຫາ 40,000,000 ລ້ານກີບ ຕໍ່ປີ ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບຄ່າແຮງທີ່ເພິ່ນໄດ້ທຸ່ມເທ ແລະ ຄຸກຄີ ຢູ່ກັບການບົວລະບັດຮັກສາສວນສາລີ ແຫ່ງນີ້ ຕະຫຼອດມາ.

ສຳລັບ ແນວພັນສາລີ ທີ່ນຳມາປູກປະກອບມີ 2 ແນວພັນ ຄື: ແນວພັນຫວານ ແລະ ແນວພັນໜຽວ ເປັນແນວພັນຕົ້ນຕໍ ທີ່ມີຢູ່ໃນປັດຈຸບັນ. ນອກນີ້ ການບົວລະບັດຮັກສາ ກໍພົບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າ ສາລີ ມີຈຳພວກສັດຕູພືດ ມັກເຂົ້າມາທຳລາຍຢູ່ເລື້ອຍໆ ເປັນຕົ້ນ ບົ້ງ, ໜູ ແລະ ສັດປະເພດອື່ນໆ ດັ່ງນັ້ນ ເພິ່ນຈິ່ງເພີ່ມທະວີການເຝົ້າຮັກສາ ແລະ ໃຫ້ຄວາມໃກ້ຊິດຕິດແທດ ໃນແຕ່ລະວັນ ຢ່າງສະໝໍ່າສະໝີ ເພື່ອປາບສັດຕູພືດ ບໍ່ໃຫ້ມາທຳລາຍລຳຕົ້ນ ທີ່ພວມເຕີບໃຫຍ່ຂະຫຍາຍໂຕ ຮັບປະກັນໃຫ້ສາລີ ງອກງາມ, ອອກຝັກ ແລະ ຂາຍໄດ້ຕາມຄວາມຕ້ອງການ.
ອີກຢ່າງໜຶ່ງ ພາກສ່ວນທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າໂທມ ກໍໄດ້ສົ່ງພະນັກງານວິຊາການ ລົງໃກ້ຊິດຕິດແທດຢ່າງສະເໝີຕົ້ນສະເໝີປາຍ ໃນການແນະນຳເຕັກນິກການປູກ ແລະ ການບົວລະບັດຮັກສາ ເພື່ອເຮັດໃຫ້ຜົນຜະລິດຈາກການປູກສາລີ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ທັງເປັນທີ່ພໍໃຈໃຫ້ແກ່ຜູ້ບໍລິໂພກໃນສັງຄົມ. ນອກນີ້ ແຮງງານທີ່ນຳໃຊ້ເຂົ້າໃນການບົວລະບັດຮັກສາສວນສາລີ ແມ່ນນຳໃຊ້ຄົນພາຍໃນຄອບຄົວ ເປັນແຮງງານຕົ້ນຕໍ ທີ່ໄດ້ພ້ອມພຽງກັນບຸກບືນ-ເພີ່ມພູນຜະລິດຜົນ ໃນແຕ່ລະວັນ.

ສຳລັບການຂາຍ ແມ່ນວາງຂາຍຕາມເສັ້ນທາງຖະໜົນ ເນື່ອງຈາກວ່າ ເຮືອນ ແລະ ສວນສາລີ ຂອງເພິ່ນ ຢູ່ຕິດກັບເສັ້ນທາງຜ່ານ ລະຫວ່າງ ແຂວງ ຊຽງຂວາງ ກັບ ເມືອງ ທ່າໂທມ ອອກໃສ່ແຂວງ ບໍລິຄຳໄຊ ແລະ ນະຄອນຫຼວງ ວຽງຈັນ ໂດຍສ່ວນຫຼາຍແມ່ນຜູ້ຄົນໂດຍສານ ທີ່ສັນຈອນໄປມາ ຈາກແຂວງສູ່ແຂວງ ແລະ ຈາກເມືອງສູ່ເມືອງ ເປັນລູກຄ້າຂາປະຈຳ ທີ່ຊື້ສາລີ ໃນແຕ່ລະວັນ. ຊຶ່ງການຂາຍແມ່ນຝັກໜຶ່ງ 2,000 ກີບ ຫຼື ຈະຊື້ເປັນຖົງກໍໜຶ່ງຖົງແມ່ນ 10,000 ກີບ ໂດຍເປັນລາຄາທີ່ສົມເຫດສົມຜົນ ແລະ ຮັບປະກັນຄຸນນະພາບ ທາງດ້ານລົດຊາດ.

ຜ່ານຈາກການຢຶດຖືການປູກສາລີ ຜະລິດເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວ ຂອງທ່ານ ສຸລິນ ວິໄລພອນ ປະຊາຊົນ ບ້ານນາຊົງ ເມືອງທ່າໂທມ ແຂວງໄຊສົມບູນ ມີບາດກ້າວຂະຫຍາຍຕົວດີຂຶ້ນ ຢ່າງຕໍ່ເນື່ອງ, ຖານະການເງິນພາຍໃນຄອບຄົວ ມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ນັບມື້ນັບມີທ່າອຽງພົ້ນເດັ່ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເປັນກ້າວໆ. ສຳລັບລາຍຮັບທີ່ໄດ້ຈາກການຂາຍສາລີ ໄດ້ກາຍເປັນທຶນຮອນອັນພື້ນຖານ ແລະ ສະດວກສະບາຍ ໃນການພັດທະນາຊີວິດການເປັນຢູ່ຂອງຄອບຄົວ ໃຫ້ມັ່ງຄັ່ງເຂັ້ມແຂງ ໃນອະນາຄົດ ຕື່ມອີກ.

ດັ່ງນັ້ນ ຈິ່ງສາມາດເວົ້າໄດ້ວ່າ ທ່ານ ສຸລິນ ວິໄລພອນ ໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢ່າງ ຂອງບ້ານນາຊົງ ເມືອງທ່າໂທມ ແຂວງໄຊສົມບູນ ໃນການປະກອບອາຊີບປູກສາລີ ເປັນສິນຄ້າ ແລະ ທຳມາຫາກິນ ທີ່ບໍ່ຂັດກັບລະບຽບກົດໝາຍ ຂອງບ້ານເມືອງ, ອີກຢ່າງໜຶ່ງ ກໍຍ້ອນເຫັນໄດ້ແນວທາງອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ-ລັດຖະບານ ຊຶ່ງຍາມໃດກໍຖືເອົາການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເປັນບັນຫາກົກ ແລະ ຕໍ່ເນື່ອງ ຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ.
.

ໂດຍ: ຈິນລະວອນ ວໍລະສົມບູນ

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.