ທຸກອາຊີບ ມີຄ່າສະເໝີ

ຄົນເຮົາທຸກຄົນ ຕ່າງກໍຢາກມີວຽກເຮັດງານທຳທີ່ດີ ແລະ ມີຄວາມໝັ້ນຄົງ ແຕ່ບໍ່ແມ່ນວ່າທຸກຄົນຈະເລືອກໄດ້ເພາະຕົ້ນທືນຂອງແຕ່ລະຄົນບໍ່ຄືກັນ, ແຕ່ບໍ່ວ່າຈະເປັນອາຊີບໃດ ກໍມີຄ່າສະເໝີ. ເຊັ່ນດຽວກັນກັບ ອາຊີພະນັກງານອະນະໄມ ເຊິ່ງເປັນອີກອາຊີບໜຶ່ງ ທີ່ບໍ່ໄດ້ດ້ອຍຄ່າກວ່າອາຊີບອື່ນໆເລີຍ ເພາະເປັນອາຊີບທີ່ສຸດຈະລິດ ແລະ ເປັນອາຊີບທີ່ສ້າງຄວາມສະອາດຈົບງາມໃຫ້ກັບບ້ານເມືອງ ໂດຍສະເພາະແມ່ນ ຖະໜົນຫົນທາງ.

ຈາກການສຳພາດຂອງ ແມ່ສົມຈັນ ພະນັກງານອານະໄມ ເສັ້ນທາງແຕ່ ດົງໂດກ ຫາ ໄຟແດງ ຫໍປະຊຸມແຫ່ງຊາດ ກັບທີມຂ່າວ ອິນໄຊລາວ ວ່າ ແມ່ສົມຈັນ ອາຍຸ 59 ປີ ເປັນພະນັກງານອານະໄມໄດ້ 10 ເດືອນແລ້ວ ເພີ່ນເລີ່ມເຮັດວຽກນີ້ແຕ່ເດືອນ 7 ປີ 2021, ທຸກໆ ມື້ແມ່ສົມຈັນຈະຕື່ນມາເຮັດວຽກແຕ່ 4 ໂມງເຊົ້າ ຈົນເຖິງ 8-9 ໂມງເຊົ້າ ຈື່ງແລ້ວວຽກ, ການມາເຮັດວຽກຂອງເພິ່ນແມ່ນໄດ້ຂີ່ລົດມານຳຜົວ ເພາະຜົວເປັນຍາມຢູ່ທະນາຄານແຖວດົງໂດກ ຍ້ອນຄວາມທຸກຍາກ, ຄວາມຮູ້ບໍ່ສູງ ຈຶ່ງຕ້ອງມາເຮັດອາຊີບນີ້ ຖ້າບໍ່ເຮັດມີແຕ່ຖ້າລູກກັບຜົວເຮັດກໍບໍ່ກຸ້ມກິນ ຕອນມີແຮງເຮັດໄດ້ກະຢາກເຮັດເພື່ອແບ່ງເບົາພາລະຊ່ວຍຄອບຄົວ.

ການເຮັດອາຊີບນີ້ ກໍບໍ່ໄດ້ເຫຼືອບ່າກວ່າແຮງຫຼາຍ ແຕ່ມັນກໍເມື່ອຍຕາມທຳມະດາ ແລະ ລຳບາກເວລາຝົນຕົກ ປັດສະອາດແລ້ວແຕ່ກໍຍັງເປື້ອນຄືເກົ່າ, ສິ່ງທີ່ມີຄວາມພູມໃຈໃນການເຮັດອາຊີບນີ້ ແມ່ນເຮັດໃຫ້ຖະໜົນຫົນທາງສະອາດງາມ, ຄົນທຽວທາງກາຍໄປ-ກາຍມາ ໄດ້ເຫັນແລ້ວກໍສະບາຍຕາ.

ສຳລັບພະນັກງານທີ່ເຮັດວຽກນຳກັນມີທັງໝົດ 32 ຄົນ ຈະມີລົດຮັບສົ່ງແຕ່ລະມື້ 6 ໂມງຕ້ອງໄດ້ໄປປ້ຳໂປ້ຢູ່ຫ້ອງການແລ້ວ ລົດຈຶ່ງສົ່ງລົງແຕ່ລະຈຸດຕາມເຂດຂອງໃຜມັນ ແຕ່ຫາກໃຜທີ່ຢາກເອົາລົດມາເອງກໍໄດ້ ແລ້ວແຕ່ຄວາມສະດວກ.

ແມ່ສົມຈັນ ຍັງໄດ້ເວົ້າອີກວ່າ ຖ້າຮ່າງກາຍຍັງໄຫວກະຍັງຢາກເຮັດອາຊີບນີ້ຢູ່ ເຮັດຊ່ວຍລູກສາວ 2 ຄົນ ຜູ້ໜຶ່ງກໍອານາໄມທາງຄືກັນຢູ່ເສັ້ນແຄມຂອງ, ອີກຜູ້ໜຶ່ງເປັນແມ່ບ້ານໃຫ້ຕ່າງປະເທດ. ແຕ່ຖ້າເຖົ້າແລ້ວເຮັດບໍ່ໄດ້ກໍຕ້ອງໄດ້ເຊົາ ເຮັດຕອນຍັງມີແຮງເພື່ອຢາກແບ່ງເບົາພາລະລູກ ແລະ ຍັງມີຫຼານໃຫ້ລ້ຽງນຳອີກ. ການເຮັດອາຊີບນີ້ ເຖິງວ່າລາຍຮັບຈະບໍ່ຫຼາຍ ແຕ່ກໍເຮັດໃຫ້ຄອບຄົວພໍກຸ້ມຢູ່ກຸ້ມກິນ ບາງເດືອນບໍ່ມີພາລະຫຼາຍ ຫຼື ຖ້າບໍ່ເຈັບເປັນ ກໍຍັງມີເຫຼືອພໍເກັບເລັກນ້ອຍ.

ສ່ວນວັນກຳມະກອນທີ່ຜ່ານມາ ເພິ່ນກໍມີມື້ພັກໃຫ້ 2 ມື້ ແລະ ແຕ່ລະອາທິດຈະພັກໃຫ້ວັນເສົາ ຫຼື ກໍລະນີ້ເຈັບປ່ວຍເຮົາກໍສາມາດຂໍລາພັກນຳທາງຫ້ອງການໄດ້. ມີຊ່ວງໜຶ່ງຫຼານຂອງ ແມ່ສົມຈັນ ຕິດໂຄວິດ ເຂົາເຈົ້າກໍໃຫ້ພັກ 15 ມື້ແຕ່ຕ້ອງລາຍງານຫ້ອງການກ່ອນ, ອີກອັນໜຶ່ງທີ່ດີ ຄືເວລາເຮົາພັກແລ້ວເພີ່ນບໍ່ໄດ້ຕັດເງິນເຮົາ ແລະ ຕັ້ງແຕ່ເພິ່ນເຮັດວຽກມາ 10 ເດືອນ ເພິ່ນກໍຍັງບໍ່ເຄີຍລາພັກ, ບໍ່ເຄີຍຂາດວຽກເລີຍ.

ສະນັ້ນ, ເຮົາທຸກຄົນບໍ່ວ່າຈະເຮັດອາຊີບໃດ ກໍບໍ່ຄວນດູຖູກອາຊີບກັນ ເພາະທຸກໆ ອາຊີບ ທີ່ແຕ່ລະຄົນເຮັດກໍມີເປົ້າໝາຍອັນດຽວກັນໝົດ ເພື່ອແລກກັບເງິນຈາກແຮງງານທີ່ເຮົາເຮັດ ແລະ ເພື່ອຄວາມຢູ່ລອດຂອງແຕ່ລະຄົນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...