ເຂົ້າແຫຼ່ງຟືນ ອີກໜຶ່ງອາຫານທ້ອງຖິ່ນແຂວງ ຫຼວງນ້ຳທາ

“ເຂົ້າຟືນ” ຫຼື “ເຂົ້າແຫຼ່ງຟືນ” ເປັນອີກອາຫານປະເພດໜຶ່ງ ທີ່ຄົນ ຫຼວງນ້ຳທາ ນິຍົມກິນກັນ ແລະ ກໍຖືວ່າເປັນອາຫານທ້ອງຖິ່ນປະຈຳແຂວງ ຫຼວງນ້ຳທາ ເລີຍກໍວ່າໄດ້, ມື້ນີ້ເຮົາຈະມາບອກວິທີເຮັດ ເຂົ້າແຫຼ່ງຟືນ ແບບຫຼວງນ້ຳທາ ໄວ້ກິນເອງຢູ່ເຮືອນດ້ວຍວິທີງ່າຍໆ ດັ່ງນີ້.

  • ອຸປະກອນໃນການເຮັດ: ເຄື່ອງບົດເຂົ້າ ຫຼື ເຄື່ອງປັ່ນໝາກໄມ້.
  • ວັດຖຸດິບ: ເຂົ້າຈ້າວແຂງ (ເຂົ້າສານ), ນ້ຳປູນໃສ.

ວິທີເຮັດ:

  • ນຳເຂົ້າຈ້າວ ໄປແຊ່ນ້ຳປະໄວ້ປະມານ 1-2 ຊົ່ວໂມງໃຫ້ເຂົ້າອ່ອນ ຫຼື ນຳບ່ວງແຊ່ໃສ່ນຳຈະເຮັດໃຫ້ເຂົ້າອ່ອນໄວຂຶ້ນ.
  • ຫຼັງຈາກນັ້ນນຳມາໃສ່ເຄື່ອງບົດເຂົ້າ ຫຼື ເຄື່ອງປັ່ນໝາກໄມ້ ບົດໃຫ້ລະອຽດແລ້ວນຳມາຕອງໃຫ້ເປັນນ້ຳຂາວໃສ ແລ້ວຖອກໃສໝໍ້ຕັ້ງໄຟອ່ອນໆ ເອົານ້ຳປູນໃສ່ ½ ບ່ວງແກງ.
  •  ຫຼັງຈາກນັ້ນກໍຄົນຕະຫຼອດຈົນເຂົ້າສຸກຂຸ້ນ, ຈາກນັ້ນກໍເທໃສ່ອ່າງໃຫ້ເປັນກ້ອນ ແຕ່ຖ້າຈະເຮັດເປັນເສັ້ນຕ້ອງມີເຄື່ອງບີບເສັ້ນ ຫຼື ຈະໃສ່ກະຕ່າໃຫ້ເປັນລອດຊ່ອງກໍໄດ້ ແລ້ວແຕ່ຄົນມັກ.

ວິທີເຮັດແຈ່ວ ເຂົ້າແຫຼ່ງຟືນ:

  • ສ່ວນປະສົມປະກອບມີ: ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ຖົ່ວເນົ່າ, ກະທຽມ, ຂິງ, ເກືອ, ແປ້ງນົວ.
  • ວິທີເຮັດ: ນໍາເອົາໝາກເຜັດດິບ, ຂິງ, ກະທຽມ ແລະ ຖົ່ວເນົ່າໄປຈີ່ ເພື່ອໃຫ້ກິ່ນຫອມ, ສ່ວນໝາກເຜັດແຫ້ງ ນຳໄປຕົ້ມໃຫ້ສຸກແລ້ວມາຟັກໃຫ້ມຸ່ນ ເພື່ອເພີ່ມສີສັນໃຫ້ແຈ່ວ ຫຼັງຈາກນັ້ນນຳມາຕຳໃຫ້ເຂົ້າກັນ.

ສຳລັບ ນ້ຳສົ້ມ ທີ່ຈະນຳມາຜະສົມກັບແຈ່ວ ເຂົ້າແຫຼ່ງຟືນ ນັ້ນ ແມ່ນແລ້ວແຕ່ເຮົາມັກເລີຍວ່າຈະໃຊ້ສົ້ມຫຍັງເຮັດ ບໍ່ວ່າຈະເປັນ ນ້ຳຕົ້ມໝາກຂາມປຽກ, ສົ້ມພໍດີ, ໝາກກອກ ແລະ ອື່ນໆ.

ກ່ອນຈະກິນ ນຳເອົານ້ຳສົ້ມມາຜະສົມກັບແຈ່ວເຂົ້າແຫຼ່ງຟືນປຸງຣົດຊາດຕາມໃຈມັກ ແລ້ວເອົາເຂົ້າແຫຼ່ງຟືນລົງໃສ່ ພ້ອມກິນໄດ້ເລີຍ ແຕ່ຖ້າຈະໃຫ້ແຊບຕື່ມອີກຄວນກິນຄູ່ກັບເຂົ້າໂຄບ ຫຼື ໄຂ່ຕົ້ມ ຈະຄົບສູດການກິນ ເຂົ້າແຫຼ່ງຟືນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...