ໃນເມັດໝາກບົວ ອຸດົມໄປດ້ວຍ ວິຕະມິນເອ, ວິຕະມິນຊີ, ວິຕະມິນອີ, ໂປຣຕິນ ປະມານ 23 ເປີເຊັນ, ເກືອແຮ່, ຟົດສະຟໍ ຊຶ່ງມີສັບພະຄຸນໃນການບໍາລຸງສະຫມອງ, ບໍາລຸງປະສາດ, ບໍາລຸງໄຂ່ຫລັງ, ປ້ອງກັນມະເຮັງຕັບ ເພາະໄປຂ້າເຊື້ອລາໃນຕັບ, ຊ່ວຍໃນການປົວພະຍາດຖອກທ້ອງ ແລະ ທ້ອງບິດຊໍາເຮື້ອ, ເປັນຢາບໍາລຸງເລືອດ ແລະ ທີ່ສໍາຄັນບີບົວທີ່ຂົມໆນັ້ນ ແກ້ໂຣກຫົວໃຈ.

ສໍາລັບການກິນເພື່ອບໍາລຸງເລືອດ ແມ່ນຕ້ອງກິນແກ່ນບົວສົດເທົ່ານັ້ນ. ເມັດບົວຕົ້ມສຸກ, ເມັດບົວແຫ້ງ ຫລືເມັດບົວນໍ້າເຊື່ອມ ບໍ່ມີປະສິດທິຜົນຄືເມັດບົວສົດ. ມີການວິໄຈພົບວ່າ ໃນເມັດບົວ ມີສານຕ້ານອະນຸມູນອິດສະຫລະໃນປະລິມານຫຼາຍ ຊຶ່ງສານນີ້ ມີຄຸນສົມບັດຫລາຍຢ່າງ ເຊັ່ນ:
- ຖ່ວງເວລາການແກ່ຊະລາຂອງອະໄວຍະວະ ແລະ ຜິວພັນ.
- ປ້ອງກັນມະເຮັງ ໂດຍສະເພາະ ມະເຮັງຕັບ.
- ບີບົວ ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, ແກ້ກະຫາຍນໍ້າ ແລະ ແກ້ນໍ້າກາມເຄື່ອນຕົວໃນຂະນະນອນຫຼັບ.
- ນວນຂອງເມັດບົວ ທີ່ມິຣົດຊາດຝາດຫອມ ຊ່ວຍບໍາລຸງກໍາລັງ, ບໍາລຸງໄຂຂໍ້, ເຮັດໃຫ້ມີແຮງ, ແກ້ເສມຫະ, ແກ້ບີພິການ, ແກ້ອ່ອນເພຍ ແລະ ເພີ່ມໄຂມັນດີໃຫ້ຮ່າງກາຍ.
- ກາກໝາກບົວ ມີຣົດຊາດຝາດ ຊ່ວຍປົວບາດແຜໃນມົດລູກ.
- ກາກດອກບົວ ມີຣົດຊາດເຢັນເມົາ ສາມາດນໍາໄປຕາກແຫ້ງ ແລ້ວເອົາມາຕິດໄຟ ເພື່ອສູບເປັນຢາແກ້ລິດສະດວງດັງ.
ແຕ່ມີການວິໄຈວ່າ ເມັດບົວພື້ນບ້ານເຮົາມີປະສິດທິຜົນທາງຢາຫຼາຍກວ່າ ເມັດບົວ ທີ່ນໍາເຂົ້າຈາກ ປະເທດຈີນ.