ພະທາດໂມລີ ທີ່ຕັ້ງຢູ່ ວັດບ້ານຈອມສີ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ, ເປັນອີກພະທາດອົງໜຶ່ງທີ່ສຳຄັນໃນຍຸກສະໄໝຂອງ ພະເຈົ້າໄຊຍະເສດຖາທິລາດ ທີ່ເພິ່ນໄດ້ນຳພາສ້າງຂຶ້ນມາ ເພື່ອເປັນສິ່ງຍຶດນ່ຽວຈິດໃຈຂອງປະຊາຊົນ ຕັ້ງແຕ່ອະດີດຈົນມາເຖິງປັດຈຸບັນ.
ອີງຕາມການບອກເລົ່າຂອງ ພະອາຈານມະຫາ ບຸນທະວີ ວິໄລຈັກ, ເຈົ້າອະທິການ ວັດຈອມສີ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ ພະທາດແຫ່ງນີ້ຊື່ວ່າ ພະທາດໂມລີ ເຊິ່ງ “ໂມລີ” ແປວ່າ ເກດ ຫຼື ຈອມ, ຕາມຕຳນານບອກວ່າ ພະເຈົ້າໄຊຍະເສດຖາທິລາດ ໄດ້ເສັ້ນຜົມຂອງ ພະພຸດທະເຈົ້າ 4 ພະອົງ 4 ເສັ້ນ ແລ້ວພະອົງຈຶ່ງໄດ້ນຳເອົາເສັ້ນຜົມດັ່ງກ່າວມາໃສ່ໃນພະທາດແຫ່ງນີ້ (ບ້ານ ຈອມສີ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໃນປັດຈຸບັນ).
ຍ້ອນຫຍັງເພິ່ນຈຶ່ງມາສ້າງທາດໄວ້ຢູ່ບ່ອນນີ້? ໃນສະໄໝທີ່ພະມ້າເຂົ້າມາລາວຄັ້ງທີ 3, ພະເຈົ້າໄຊຍະເສດຖາທິລາດ ໄດ້ຍ້າຍປະຊາຊົນ ລາຊະດອນ ຂອງພະອົງມາຢູ່ຕາມບໍລິເວນສະຖານທີ່ແຫ່ງນີ້ ເພື່ອຫຼອນຕີກັບທັບພະມ້າ ທີ່ເຂົາມາຮຸກຮານໃນສະໄໝນັ້ນ. ຈາກນັ້ນ ພາຍໃຕ້ກັບຊີ້ນຳຂອງພະອົງ ຈຶ່ງໄດ້ສັ່ງໃຫ້ເສນາອາມາດນຳພາປະຊາຊົນສ້າງພະທາດແຫ່ງນີ້ຂຶ້ນມາ ເພື່ອເປັນສິ່ງຍຶດນ່ຽວຈິດໃຈຂອງປະຊາລາຊະດອນ ທີ່ມາຢູ່ໃນບໍລິເວນນີ້.
ເປັນຫຍັງຈຶ່ງຮູ້ວ່າພະທາດໂມລີຖືກສ້າງຂຶ້ນໃນສະໄໝ ພະເຈົ້າໄຊຍະເສດຖາທິລາດ ເພິ່ນໄດ້ມີການວິເຄາະເສັ້ນທາງຈາກບ້ານ ນາຂຽນ ຫາ ວັດຈອມສີ ຈົນໄປຮອດ ຫາດຊາຍຟອງ ຈະມີເຈດີ ຫຼື ພະທາດ ຕັ້ງຢູ່, ສະນັ້ນ ເພິ່ນຈຶ່ງຢັ້ງຢືນໄດ້ວ່າ ພະທາດ ໂມລີ ແຫ່ງນີ້ ໄດ້ຖືກສ້າງຂຶ້ນໃນຍຸກຂອງ ພະເຈົ້າໄຊຍະເສດຖາທິລາດ.
ພະທາດໂມລີ ມີຄວາມສູງດັ້ງເດີມ 30 ແມັດ ຫຼື ວັດແທກຈາກປາລະມີ 30 ທັດ ມີລັກສະນະ 4 ຫຼ່ຽມ ຫຼື ພະທາດບົວຫຼ່ຽມ ເຊິ່ງເປັນສິລະປະໃນຍຸກຂອງ ພະເຈົ້າໄຊຍະເສດຖາ ໂດຍເພິ່ນເບິ່ງສິລະປະນີ້ເປັນຫຼັກ, ນອກຈາກນີ້ ພະທາດຍັງມີລັກສະນະແອວຂັນ, ເຂົ່າພົມ, ຫຍໍ້ມຸມໄມ້ 12 (ໝາຍຄວາມວ່າ ເອົາໄມ້ 12 ອັນ ມາເຮັດເປັນແມ່ແບບ ເທກໍ່ຂຶ້ນໄປຈົນຮອດຈອມພະທາດ).
ຢູ່ບໍລິເວນທາງກາງຂອງພະທາດ ຈະມີຊ່ອງຈາລະນຳນ້ອຍໆ ທີ່ມີໄວ້ສຳລັບມ້ຽນໄວ້ພະພຸດທະຮູບ, ສ່ວນຈອມພະທາດ ແມ່ນໄດ້ພຸພັງລົງມາໄດ້ຫຼາຍຮ້ອຍປີ ແລ້ວຕາມການເວລາ ເພາະບໍ່ໄດ້ຮັບການບູລະນະ ມາດົນ ເນື່ອງຈາກຈຸດທີ່ຕັ້ງຂອງພະທາດຢູ່ເຂດປ່າດົງ ເຊິ່ງຫ່າງໄກຈາກຕົວເມືອງ.
ຕາມປະຫວັດໄດ້ກ່າວໄວ້ວ່າ ການສ້າງພະເຈດີ ຫຼື ພະທາດ ນັ້ນ, ມີຈຸດປະສົງຢູ່ 2 ຢ່າງຄື: ຢ່າງທີ 1 ແມ່ນເກັບມ້ຽນວັດຖຸສິ່ງຂອງມີຄ່າ ປະເພດເງິນຄຳໄວ້, ຢ່າງທີ່ 2 ແມ່ນເຮັດໃຫ້ຄົນທີ່ຢູ່ໃນເຂດພະທາດນີ້ເປັນສິ່ງຍຶດນ່ຽວຈິດໃຈ ໄດ້ກາບໄຫວ້ເພື່ອເຮັດໃຫ້ຈິດໃຈສະຫງົບ.
ເຖິງວ່າ ພະທາດ ໂມລີ ຈະຖືກພຸພັງລົງ ແລະ ອົງພະທາດບໍ່ສົມບູນ ແຕ່ປະຊາຊົນຕ່າງກໍມີຄວາມສັດທານັບຖື ແລະ ມາກາບໄຫວ້ພະທາດອົງນີ້ເປັນປະຈຳ ຈົນມາເຖິງປັດຈຸບັນ.