Friday, March 21, 2025

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 7 ພຶດສະພາ 2022 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຫຼາຍປໍ້າຂາຍຍ່ອຍປິດບໍລິການ ຍ້ອນບໍລິສັດນໍາເຂົ້າສະໜອງນໍ້າມັນບໍ່ພຽງພໍ

ປັດຈຸັນນີ້, ທົ່ວປະເທດໄດ້ພົບວ່າຫຼາຍປໍ້ານໍ້າມັນຂາຍຍ່ອຍນໍ້າມັນເຊື້ອໄຟໄດ້ປິດປໍ້າ ຊຶ່ງໄດ້ສ້າງຜົນກະທົບໂດຍກົງໃຫ້ຜູ້ໃຊ້ຍານພາຫະນະ ແລະ ເກີດສຽງວິພາກວິຈານໄປຕ່າງໆນາອັນບໍ່ດີຕໍ່ເຈົ້າຂອງປໍ້າວ່າປິດເພື່ອຫວັງກໍາໄລ, ແຕ່ສາເຫດທີ່ແທ້ຈິງໃນການປິດປໍ້ານັ້ນແມ່ນເກີດຈາກບໍລິສັດນໍາເຂົ້າສະໜອງນໍ້າມັນບໍ່ພຽງພໍກັບຄວາມຕ້ອງການຍ້ອນວ່າມີພຽງ 4 ຈາກ 13 ບໍລິສັດເທົ່ານັ້ນທີ່ຍັງມີຄວາມສາມາດນໍາເຂົ້ານໍ້າມັນເຊື້ອໄຟ.

ສາເຫດທີ່ເຮັດໃຫ້ລາຄາ ນ້ຳມັນເຊື້ອໄຟສູງຂຶ້ນ ເກີດຈາກ ຄວາມຂັດແຍ່ງລະຫວ່າງບັນດາ ປະເທດ ທີ່ຜະລິດນ້ຳມັນອອກຮັບໃຊ້ໃນໂລກ ເຮັດໃຫ້ປະເທດທີ່ນຳ ເຂົ້ານ້ຳມັນ ລວມທັງປະເທດລາວ ພວກເຮົາ ໄດ້ຮັບຜົນກະທົບ, ບວກ ກັບການນຳເຂົ້າສິນຄ້າຈາກຕ່າງ ປະເທດມີຈຳນວນຫຼາຍຂຶ້ນສົ່ງ ຜົນໃຫ້ມີຄວາມຕ້ອງການເງິນຕາ ຕ່າງປະເທດເປັນຈຳນວນຫຼາຍ ໃນການຊຳລະສະສາງ…ອ່ານຕໍ່

ຍັງພົບເຫັນຫຼາຍ! ການເຄື່ອນໄຫວກ່ຽວກັບເງິນຕາຕ່າງປະເທດທີ່ບໍ່ຖືກຕ້ອງ

ຍັງພົບເຫັນເປັນຈໍານວນຫຼາຍຢູ່ປະເທດລາວ ສຳລັບການບໍລິການແລກປ່ຽນເງິນຕາ, ການໃຫ້ບໍລິການໂອນເງິນລະຫວ່າງປະເທດ, ການໂຄສະນາແລກປຽ່ນເງິນຕາຜ່ານສື່ສັງຄົມອອນລາຍ, ການນໍາໃຊ້ເງິນຕາຕ່າງປະເທດແບບຊະຊາຍ, ການສວຍໂອກາດຂຶ້ນອັດຕາແລກປ່ຽນຕາມໃຈໂດຍບໍ່ປະຕິບັດ ຕາມອັດຕາແລກປ່ຽນຂອງທະນາຄານແຫ່ງປະເທດລາວ, ການໂຄສະນາສິນຄ້າໂດຍກໍານົດລາຄາເປັນເງິນຕາຕ່າງປະເທດ ແລະ ອື່ນໆແບບຊະຊາຍບໍ່ໄດ້ຮັບອະນຸຍາດ ຫຼື ຜິດກົດໝາຍ.

ດັ່ງນັ້ນ, ເພື່ອເປັນການຄຸ້ມຄອງການເຄື່ອນໄຫວກ່ຽວກັບເງິນຕາຕ່າງປະເທດຢູ່ລາວ, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຄຳສັ່ງແນະນຳ ເມື່ອມໍ່ໆມານີ້ກ່ຽວກັບການເພີ່ມທະວີຄຸ້ມຄອງ, ຕິດຕາມບຸກຄົນ ແລະ ນິຕິບຸກຄົນ ທີ່ມີການເຄື່ອນແລກປ່ຽນເງິນຕາຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດຫມາຍ…ອ່ານຕໍ່

ສູນຫັດຖະກໍາ ແຂວງຈໍາປາສັກໄດ້ຮັບ ຄວາມນິຍົມຈາກນັກທ່ອງທ່ຽວ

ນະຄອນປາກເຊ ແຂວງຈໍາປາສັກເປັນສູນລວມທາງດ້ານເສດຖະກິດ ແລະ ການບໍລິການດ້ານການທ່ອງທ່ຽວ, ພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຫຼວງຫຼາຍ ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ຕິດພັນກັບຮີດຄອງປະເພນີ ອັນດີງາມຂອງແຕ່ລະຊົນເຜົ່າ

ທ່ານ ນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກໍາແຂວງຈໍາປາສັກໃຫ້ຮູ້ວ່າ: ນອກຈາກແຫຼ່ງທ່ອງທ່ຽວອື່ນໆແລ້ວ ແຂວງຈໍາປາສັກ ຍັງມີແຫຼ່ງທ່ອງທ່ຽວດ້ານວັດທະນະທໍາຕື່ມອີກ ເປັນຕົ້ນແມ່ນສູນຫັດຖະກໍາແຂວງຈໍາປາສັກ ຕັ້ງຢູ່ບ້ານຫຼັກ 7 ນະຄອນປາກເຊ ໄດ້ເລີ່ມສ້າງຕັ້ງມາແຕ່ປີ 2007…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່