Friday, July 11, 2025
Kbank Laos โอน รับ จ่าย

ປະໂຫຍດຫຼາຍຢ່າງ ຈາກການຂີ່ລົດຖີບ

ໃນຍຸກທີ່ນ້ຳມັນແພງ ການຂີ່ລົດຖີບກໍເປັນອີກທາງເລືອກໜຶ່ງໃນການປະຢັດນ້ຳມັນໄດ້, ນອກຈາກນັ້ນແລ້ວ ການຂີ່ລົດຖີບ ຍັງເປັນການອອກກຳລັງກາຍອີກປະເພດໜຶ່ງທີ່ມີປະໂຫຍດກັບເຮົາຢ່າງຫຼວງຫຼາຍ ເຊິ່ງຈະມີຫຍັງແດ່ນັ້ນ ເຮົາມາເບິ່ງກັນນຳກັນເລີຍ.

  • ເພີ່ມພະລັງສະໝອງ: ມີຜົນການວິໄຈຈາກ Dr Charles Hillman ພົບວ່າ ການອອກກຳລັງກາຍ ຊ່ວຍເພີ່ມພະລັງໃຫ້ກັບສະໝອງ ແລະ ຊ່ວຍປ້ອງກັນໂຣກອັນໄຊຣເມີຣ ແລະ ເຮັດໃຫ້ເດັກນ້ອງມີນິດໄສດ້ານບວກຫຼາຍຂຶ້ນ ເຊິ່ງເປັນຜົນຈາກການໄດ້ຂີ່ລົດຖີບ ແລະ ຜົນວິໄຈຍັງພົບອີກວ່າ ການອອກກຳລັງກາຍຈະສາມາດຄວບຄຸມອາການຂອງ ໂຣກສະມາທິສັ້ນໄດ້ອີກດ້ວຍ.
  • ຊ່ວຍຟື້ນຟູຮ່າງກາຍໄດ້ໄວຂຶ້ນ: ຈາກການວິໄຈເມື່ອບໍ່ດົນມານີ້ພົບວ່າ ຜູ້ປ່ວຍສູງອາຍຸມີອາການເຈັບເຂົ່າ ແລະ ມີອາການຂໍ່ເຊື່ອມ ມີອາການດີຂຶ້ນຫຼັງຈາກທີໄດ້ຮັບການແນະນຳໃຫ້ຂີ່ລົດຖີບເປັນກິດຈະກຳປະຈຳວັນ ເຮັດໃຫ້ເຫັນວ່າ ເມື່ອເຮົາມີອາຍຸຫຼາຍຂຶ້ນ ການແບ່ງເວລາມາອອກກຳລັງກາຍບໍ່ວ່າຈະເປັນການປັ່ນລົດຖີບ ບໍ່ເທົ່າໃດນາທີ ກໍສາມາດສ້າງປະໂຫຍດໃຫ້ເຮົາໄດ້ຫຼາຍແລ້ວ.
  • ຊ່ວຍໃຫ້ຫົວໃຈແຂງແຮງ: ຈາກຜົນການວິໄຈຫຼ້າສຸດ ເຊິ່ງໄດ້ໃຊ້ເວລາວິໄຈດົນເຖິງ 5 ປີ ການເຝົ້າສັງເກດຄົນເຖິງ 1.500 ຄົນ ພົບວ່າ ຄົນທີ່ອອກກຳລັງກາຍທຸກມື້ ໂດຍສະເພາະແມ່ນການປັ່ນລົດຖີບ ຈະມີໂອກາດເປັນຄວາມດັນສູງ ໜ້ອຍລົງ 31% ນອກຈາກນີ້ ຍັງມີຜົນການວິໄຈວາລະສານ British Journal of Sports Medicine ຄົ້ນພົບວ່າການອອກກໍາລັງກາຍຢ່າງໜັກ ຈະຊ່ວຍຫຼຸດຄວາມດັນເລືອດໄດ້ຫຼາຍພໍໆ ກັນກັບການກິນຢາຕາມໃບສັ່ງແພດ.
  • ຊ່ວຍຫຼຸດໄຂມັນ: ບໍ່ແປກເລີຍ ຖ້າການຫຼຸດນ້ຳໜັກຈະເປັນອີກໜຶ່ງປະໂຫຍດທີເຮົາຈະໄດ້ຈາກການຂີ່ລົດຖີບ, ເຊິ່ງຜົນການວິໄຈຫຼ້າສຸດພົບວ່າ ແມ່ຍິງກຸ່ມທີ່ອາຍຸຫຼາຍທີ່ເປັນໂຣກເບົາຫວານ ສາມາດຫຼຸດໄຂມັນທີເກາະຢູ່ພາຍໃນຮ່າງກາຍໄດ້ດ້ວຍວິທີການອອກກຳລັງກາຍເທົ່ານັ້ນ ຄວບຄູ່ໄປກັບການຄວບຄຸມອາຫານຈົນເປັນກິດຈະກຳປະຈຳວັນ ແລະ ຜົນຮັບໃນການວິໄຈ ຈາກກຸ່ມແມ່ຍິງທີມີອາຍຸນ້ອຍກວ່າ ກໍໃຫ້ຜົນອອກມາແບບດຽວກັນ.
  • ຫຼຸດໂອກາດປ່ວຍເປັນມະເຮັງ: ການຄວບຄຸມນ້ຳໜັກ, ການອອກກຳລັງກາຍເປັນປະຈຳ, ການເລືອກກິນອາຫານທີມີປະໂຫຍດ ມີສ່ວນຊ່ວຍໃນການປ້ອງກັນໂຣກມະເຮັງໄດ້. ມີຜົນການວິໄຈຈາກວາລະສານ Journal of the American Medical Association ຈາກການເຝົ້າສັງເກດເບິ່ງຜູ້ຊາຍ 14.000 ຄົນ ສະຫຼຸບໄດ້ວ່າ ຜູ້ຊາຍໃນໄວກາງຄົນທີມີສຸຂະພາບແຂງແຮງ ຈະຊ່ວຍຫຼຸດໂອກາດໃນການເປັນມະເຮັງປອດ ແລະ ມະເຮັງລຳໄສ້ໃຫຍ່.
  • ມີຄວາມເຄົາລົບຕົວເອງຫຼາຍຂຶ້ນ: ການອອກກຳລັງກາຍທົ່ວໄປລວມທັງການຂີ່ລົດຖີບ ສາມາດເພີ່ມລະດັບຄວາມເຄົາລົບຕົນເອງ (Self-Esteem) ໄດ້, ການອອກກໍາລັງກາຍໜັກ ຈະຊ່ວຍໃຫ້ຮ່າງກາຍຫຼັ່ງຮໍໂມນທີ່ເຮັດໃຫ້ຮູ້ສຶກດີອອກມາຫຼາຍຊະນິດ ໃຜທີມີບັນຫາເລື່ອງຄວາມໝັ້ນໃຈໃນຕົວເອງ ການອອກກຳລັງກາຍຊ່ວຍໄດ້ແນ່ນອນ.
  • ມີອາຍຸທີຍືນຍາວຂຶ້ນ: ຈາກຜົນວິໄຈຄົນຂີ່ລົດຖີບ Tour de France ການຂີ່ລົດຖີບ ເຮັດໃຫ້ຜູ້ທີມັກຂີ່ລົດຖີບມີອາຍຸຍືນຂຶ້ນໄດ້ແທ້ ໂດຍອາດິດນັກຂີ່ລົດຖີບມືອາຊີບ ມີອາຍຸໄດ້ເຖິງ 81,5 ປີ ໃນຂະນະທີປະຊາຊົນທົ່ວໄປມີອາຍຸປະມານ 73,5 ປີ ເຊິ່ງມັນຫຼາຍກວ່າກັນເຖິງ 17% ເລີຍ ຜົນການວິໄຈຍັງພົບອີກວ່າ ແມ່ນແຕ່ການຂີ່ລົດຖີບໃນລະດັບທົ່ວໂລກ ກໍຍັງເຮັດໃຫ້ອາຍຸຍືນຂຶ້ນໄດ້ ຄົນທີ່ປ່ຽນຈາກການໃຊ້ລົດໃຫຍ່, ລົດຈັກ ໄປຂີ່ລົດຖີບ ຈະມີອາຍຸຍືນຂຶ້ນ 3-14 ເດືອນ ແລະ ການຂີ່ລົດຖີບພຽງ 1-60 ນາທີຕໍ່ອາທິດ ຈະຊ່ວຍຫຼຸດໂອກາດເສຍຊີວິດກ່ອນໄວ ເຖິງ 23%.
  • ຊ່ວຍຫຼຸດຄວາມຄຽດ: ເຮົາທຸກຄົນກໍຮູ້ຢູ່ແລ້ວວ່າການອອກກຳລັງກາຍນັ້ນຊ່ວຍຫຼຸດຄວາມຄຽດ ແຕ່ຜົນການວິໄຈລ່າສຸດຈາກວາລະສານ Lancet ພົບວ່າອາສາສະໝັກນັບລ້ານຄົນ ຢືນຢັນວ່າການຂີ່ລົດຖີບຄືໜຶ່ງໃນກິດຈະກຳຫຼຸດຄວາມຄຽດທີດີທີສຸດ ເປັນອັນດັບຕົ້ນໆ ນັກຂີ່ລົດຖີບຈະມີມື້ທີສູນເສຍສຸຂະພາບຈິດໜ້ອຍກວ່າຄົນທົ່ວໄປເຖິງ 21,6% ຮອງລົງມາຈາກການຫຼີ້ນກິລາເປັນທີມ 22,3% ແລະ ຫຼາຍກວ່າການຫຼີ້ນກິລາແອໂຣບິກຊະນິດອື່ນໆ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.