Sunday, March 23, 2025

ເພື່ອນແທ້! ເຂົາເບິ່ງກັນແບບໃດ?

ທຸກໆຄົນລ້ວນແລ້ວແຕ່ມີໝູ່ເພື່ອນກັນໝົດ ເຖິງວ່າຈະເປັນຄົນທີ່ມັກຢູ່ໂດດດ່ຽວກໍຕາມ, ແຕ່ເຮົາຈະຮູ້ໄດ້ແນວໃດວ່າ ໝູ່ເພື່ອນທີ່ເຮົາຄົບຢູ່ນັ້ນ ເປັນເພື່ອນແທ້ທີ່ຈິງໃຈກັບເຮົາ, ເຂົ້າໃຈເຮົາໃນທຸກໆເລື່ອງ. ເຮົາລອງມາສັງເກດເບິ່ງວ່າ ໝູ່ເພື່ອນທີ່ຈິງໃຈກັບເຈົ້າແທ້ນັ້ນ ຄວນເປັນຄົນແບບໃດ?

  1. ບໍ່ນິນທາເຈົ້າລັບຫຼັງ: ບໍ່ວ່າເຈົ້າຈະຕຸ້ຍຂຶ້ນ, ດຳລົງ ຫຼື ມີເລື່ອງເຮັດໃຫ້ຮູ້ສຶກເຂີນອາຍ ເລື່ອງນັ້ນຈະເປັນຄວາມລັບຕະຫຼອດໄປ ຖ້າເຈົ້າມີໝູ່ແທ້ຢູ່ຂ້າງກາຍ ເພາະໝູ່ທີ່ດີຈະບໍ່ນຳເລື່ອງທີ່ບໍ່ດີຂອງເຈົ້າໄປເວົ້າໃຫ້ຄົນອື່ນຟັງ ຖ້າເຈົ້າຕຸ້ຍຂຶ້ນເຂົາກໍ່ພຽງແຕ່ຊວນເຈົ້າອອກກຳລັງກາຍ ຫຼື ບໍ່ກໍຕຸ້ຍໄປນຳກັນເລີຍ.
  2. ບໍ່ເຮັດໃຫ້ເຈົ້າຮູ້ສຶກບໍ່ດີກັບຕົນເອງ: ເຖິງວ່າມື້ນັ້ນເຈົ້າເກີດມີອາລົມຮ້າຍກາດ ເວົ້າຂວັນນິນທາຄົນອື່ນເກີນໄປ, ເຮັດວຽກຜິດພາດຈົນຖືກດ່າ ບໍ່ວ່າເຈົ້າຈະເຮັດຕົວບໍ່ດີປານໃດ ໝູ່ທີ່ດີຈະບໍ່ຊ້ຳເຕີມເຈົ້າ ເຂົາຈະຮັບຟັງເຈົ້າດ້ວຍຄວາມເຂົ້າໃຈ ເພາະເຂົາຮູ້ວ່າເຈົ້າອາດຈະມີບັນຫາຫຍັງເລີກໆ ຢູ່ໃນໃຈ ຫຼື ບໍ່ ທີ່ເຮັດໃຫ້ເຈົ້າມີອາລົມແບບນັ້ນ  ແລະ ຫາກມັນຮ້າຍແຮງເກີນໄປແທ້ໆ ເຂົາຈະເຕືອນເຈົ້າດ້ວຍຄວາມຫວັງດີ ແທນທີ່ຈະປ່ອຍໃຫ້ເປັນແບບນັ້ນຜ່ານໄປ.
  3. ບໍ່ຫາເລື່ອງຜິດກັນ: ຕໍ່ໃຫ້ຄວາມຄິດເຫັນບໍ່ຄືກັນ ແຕ່ຖ້າເຈົ້າ ແລະໝູ່ຄືເພື່ອນແທ້ທີ່ຟ້າສົ່ງມາເຂົາຈະບໍ່ຫາເລື່ອງເປີດປະເດັນໃຫ້ຜິດກັນກັບເຈົ້າຢ່າງແນ່ນອນ ແຕ່ສິ່ງທີ່ໝູ່ທີ່ດີຈະເຮັດຄື: ອະທິບາຍດ້ວຍເຫດຜົນ, ຍົກຕົວຢ່າງທີ່ຊັດເຈນ ແລະຮັບຟັງເຫດຜົນຂອງອີກຝ່າຍດ້ວຍໃຈທີ່ບໍ່ອັກຄະຕິ ແລະພິຈາລະນາຢ່າງເປັນກາງ ຫຼືໝູ່ບ່າງຄົນອາດຈະປະນິປະນອມຍອມຜ່ອນອາລົມໃຫ້ເຈົ້າແບບຈິງໃຈບໍ່ປະຊົດ ແຕ່ຖ້າເປັນເລື່ອງທີ່ມີຄວາມຖືກຕ້ອງກ່ຽວຂ້ອງ ເຂົາກໍ່ຈະຫາທາງບອກໃຫ້ເຈົ້າເຂົ້າໃຈໂດຍບໍ່ໂຕ້ຖຽງກັນໄດ້.
  4. ເປັນຜູ້ຟັງທີ່ດີ: ມີຄຳເວົ້າທີ່ວ່າ “ການເປັນຄົນເລົ່າມ່ວນກວ່າການເປັນຄົນຟັງ” ແຕ່ຮູ້ບໍ່ວ່າ ການຈະເປັນໝູ່ທີ່ດີກໍຕ້ອງເປັນຜູ້ຟັງທີ່ດີນຳ ໂດຍລັກສະນະຂອງຄົນທີ່ຈະເປັນໝູ່ທີ່ດີ ທີ່ໃຜໆກໍຢາກເວົ້ານຳ ມັກຈະມີລັກສະນະພິເສດຢູ່ຢ່າງໜຶ່ງນັ້ນກໍຄື ການເປັນຜູ້ຟັງທີ່ດີ ບໍ່ວ່າຈະເປັນເລື່ອງເດືອດຮ້ອນ, ເລື່ອງຕາຫຼົກ ເລື່ອງເສົ້າຕ່າງໆ ໝູ່ຄົນນັ້ນກໍຈະນັ່ງຟັງເຈົ້າດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈ, ໃສ່ອາລົມກັບເລື່ອງເລົ່າຂອງເຈົ້າ ແຖມຍັງຊ່ວຍໃຫ້ຄຳແນະນຳດີໆ ໃນເລື່ອງທີ່ເຈົ້າຍັງແກ້ບັນຫາບໍ່ໄດ້ອີກດ້ວຍ.
  5. ເຊື່ອໝັ້ນໃນຕົວເຈົ້າ: ບໍ່ວ່າເຈົ້າຈະບໍ່ເຊື່ອໃນຕົນເອງວ່າເຮັດໄດ້ ແຕ່ຂໍໃຫ້ເຊື່ອໝູ່ຂອງເຈົ້າເທາະ ຖ້າເຂົາບອກວ່າເຈົ້າເຮັດໄດ້ ນັ້ນບໍ່ແມ່ນພຽງເພາະເຂົາຢາກໃຫ້ກຳລັງໃຈເຈົ້າ ແຕ່ເຂົາເຊື່ອແທ້ໆວ່າເຈົ້ານັ້ນເຮັດໄດ້ ຫຼືກຳລັງບອກເປັນໃນໆວ່າ ເຖິງບໍ່ໄຫວກໍ່ຍັງມີຂ້ອຍຄອຍຊ່ວຍຢູ່ສະເໝີ ເຈົ້າຈະຜ່ານມັນໄປໄດ້ແນ່ນອນ.
  6. ບໍ່ສົນໃຈອະດີດ: ທຸກຄົນຕ້ອງມີອາດີດທີ່ບໍ່ດີທີ່ຢາກຈະປິດບັງ ແຕ່ໝູ່ທີ່ດີຈະບໍ່ສົນໃຈອະດີດຂອງເຈົ້າເຖິງເຂົາຈະຮູ້ຫຼືບໍ່ຮູ້ກໍ່ຕາມ ເຂົາຈະເບິ່ງແຕ່ສິ່ງປັດຈຸບັນທີ່ເຈົ້າເປັນແລະຈະບໍ່ຂຸດຄົ້ນອາດີດຂື້ນມາເພື່ອປະຈານເຈົ້າ ໃນເມື່ອເຂົາຍັງບໍ່ສົນໃຈອາດີດຂອງເຈົ້າເລີຍ ເຈົ້າກໍ່ຕ້ອງພະຍາຍາມລືມອາດີດຂອງຕົນເອງ ແລະກ້າວຕໍ່ໄປເປັນຄົນໃໝ່ທີ່ດີກວ່າເກົ່ານຳເດີ.
  7. ສົນໃຈໃນທຸກໆ ສະຖານະໃນເຟສບຸກຂອງເຈົ້າ: ບາງເທື່ອເຮົາກໍ່ມັກຈະຕັ້ງສະຖານະເຟສບຸກເພື່ອລະບາຍຄວາມໃນໃຈ ຫຼືບອກເລົ່າເລື່ອງດີໆ ທີ່ເກີດຂຶ້ນ, ໝູ່ໃນເຟດບຸກຫຼາຍໆຄົນອາດຈະເລື່ອນຜ່ານໄປ ບາງຄົນອາດຈະກົດໄລ້ໃຫ້ ແຕ່ໝູ່ແທ້ຂອງເຈົ້າຈະເຂົ້າມາທັກທາຍເຈົ້າທັນທີ ຖ້າເປັນສິ່ງດີໆ ເຂົາເຈົ້າກໍຈະຮ່ວມຍິນດີນຳ ແຕ່ຖ້າມັນຄືບັນຫາໜັກໃຈເຈົ້າ ພວກເຂົາກໍພ້ອມຊ່ວຍເຫຼືອທັນທີເລີຍ.
  8. ບໍ່ອິດສາຄວາມສຳເລັດຂອງໝູ່: ໝູ່ທີ່ດີ ເຂົາຈະຢາກເຫັນເຈົ້າໄດ້ຮັບແຕ່ສິ່ງດີໆ ພວກເຂົາຈະບໍ່ອິດສາໃນສີ່ງທີ່ເຈົ້າມີ, ສິ່ງທີ່ເຈົ້າເປັນ ແລະ ສິ່ງທີ່ເຈົ້າກຳລັງຈະໄດ້ຮັບ ຖ້າເປັນເລື່ອງຄວາມສຳເລັດຂອງເຈົ້າແລ້ວ ພວກເຂົາຈະມີແຕ່ຍິນດີດ້ວຍຄວາມຈິງໃຈ ແລະ ຍິນດີທີ່ຈະສົ່ງເສີມເຈົ້າ ໃຫ້ກ້າວສູ່ຄວາມສຳເລັດຕໍ່ໄປເລື້ອຍໆ ແຕ່ຖ້າຫາກເຈົ້າເກີດຜິດພາດລົ້ມລົງມາ ສິ່ງທີ່ເຈົ້າຈະໄດ້ຮັບຄືຮອຍຍິ້ມ ແລະ ສຽງຫົວ ທີ່ຈະບອກວ່າບໍ່ເປັນຫຍັງດອກຖ້າສູ້ກັນໃໝ່ຕໍ່ໄປ ບໍ່ແມ່ນຮອຍຍິ້ມ ແລະ ສຽງຫົວທີ່ເຢາະເຢີ້ຍສຽດສີແນ່ນອນ.
  9. ບໍ່ພະຍາຍາມປ່ຽນແປງເຈົ້າ: ຢ່າຢ້ານວ່າເຈົ້າຈະບໍ່ເປັນຕົວຂອງຕົວເອງ ຫາກໄດ້ຄົບໝູ່ແທ້ ເພາະໝູ່ແທ້ຈະບໍ່ປ່ຽນແປງເຈົ້າໃຫ້ເປັນແບບທີ່ເຂົາຫວັງແຕ່ເຂົາຈະປ່ຽນເຈົ້າໃຫ້ເປັນຄົນທີ່ດີກວ່າເກົ່າໃນແບບທີ່ເຈົ້າເປັນໂດຍບໍ່ຕ້ອງອຶດອັດໃຈ.
  10. ບໍ່ຫວັງຜົນປະໂຫຍດຕໍ່ມິດຕະພາບ: ຄວາມຈິງແລ້ວ ມິດຕະພາບອາດເລີ່ມຈາກການເຮັດວຽກຮ່ວມກັນ ຫຼື ມີຜົນປະໂຫຍດຮ່ວມກັນມາກ່ອນ ແຕ່ຖ້າເຈົ້າ ແລະ ເຂົາລົມກັນຖືກຄໍຈົນໄດ້ກາຍມາເປັນໝູ່ແທ້ ຫຼັງຈາກນັ້ນ, ຄຳວ່າຜົນປະໂຫຍດອາດຈະໝົດໄປ ເຫຼືອພຽງແຕ່ໝູ່ມິດຕະພາບທີ່ດີຕໍ່ກັນ ໂດຍທີ່ບໍ່ມີເງິນມາກ່ຽວຂ້ອງ, ໂດຍໝູ່ທີ່ດີຈະຫວັງພຽງແຕ່ເຈົ້າມີຄວາມສຸກ ແລະ ຕົວເຂົາກໍມີຄວາມສຸກ ແບບນີ້ຈະເອີ້ນວ່າປະໂຫຍດຈາກມິດຕະພາບທັງສອງຝ່າຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່