ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະຈຳວັນທີ 14 ພຶດສະພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ບັນຫານໍ້າມັນບໍ່ໄດ້ວິກິດ ແຕ່ເກີດຈາກການແຕກຕື່ນຂອງປະຊາຊົນ

ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ເວົ້າເຖິງສະພາບຂາດແຄນນ້ຳມັນຢູ່ລາວ, ຕົວຈິງແລ້ວບໍ່ໄດ້ເຖິງຂັ້ນວິກິດ, ມັນອາດເກີດຈາກການແຕກຕື່ນຂອງປະຊາຊົນຫຼາຍກ່ວາ ຈື່ງພາກັນຫຼັ່ງໄຫຼໄປໃສ່ນ້ຳມັນຕາມປ້ຳຕ່າງໆໃນປະລິມານຫຼາຍ ຊຶ່ງບາງຄົນກໍເອົາກະຕຸກໄປໃສ່ເອົາເພື່ອກັກຕຸນ ຫຼື ຂາຍຕໍ່.

ປັດຈຸບັນກໍໄດ້ຮ່ວມກັບລັດຖະບານໄດ້ອອກມາແກ້ໄຂປັນຫາຫຼາຍດ້ານ ໂດຍໄດ້ເຮັດວຽກຮ່ວມກັບທະນາຄານກາງເພື່ອແກ້ໄຂບັນຫາຂາດແຄນເງິນຕາ, ລັດຖະບານເອງກໍ່ໄດ້ມີການປະຊຸມຮ່ວມກັບທະນາຄານພາກທຸລະກິດໃນການສະໜອງເງິນຕາໃຫ້ບໍລິດສັດນຳເຂົ້ານຳ້ມັນອີກດ້ວຍ…ອ່ານຕໍ່

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ລາວ ແລະ ຈີນ ຮ່ວມກັນສ້າງຕັ້ງສູນກວດກາມາດຕະຖານໂຍທາທິການ ແລະ ຂົນສົ່ງ

ມະຫາວິທະຍາໄລແຫ່ງຊາດລາວ  ແລະ ມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ ສປ ຈີນໄດ້ຮ່ວມກັນລົງນາມບົດບັນທຶກ ຄວາມເຂົ້າໃຈໃນຮູບແບບທາງໄກ ວ່າດ້ວຍການຮ່ວມມືສ້າງຕັ້ງສູນກວດກາ, ຢັ້ງຢືນມາດຕະຖານໂຍທາທິການ ແລະ ການຂົນສົ່ງ (Logistics)

ເພື່ອຮັບໃຊ້ວຽກງານກວດກາຄຸນນະພາບ ແລະ ຕິດຕາມໂຄງການຂະໜາດໃຫຍ່ ຕາມເສັ້ນທາງໜຶ່ງແລວໜຶ່ງເສັ້ນທາງ ຫຼື ໂຄງການອື່ນໆ…ອ່ານຕໍ່

ບໍ່ແກ້ວ ເປີດເສັ້ນທາງທ່ອງທ່ຽວສີຂຽວ ຕ້ອນຮັບນັກທ່ອງທ່ຽວ

ອໍານາດການປົກຄອງແຂວງບໍ່ແກ້ວໄດ້ເປີດເສັ້ນທາງທ່ອງທ່ຽວສີຂຽວ ເມື່ອວັນທີ 8 ພຶດສະພາ ທີ່ຜ່ານມານີ້ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍຫຼັງທີ່ລັດຖະບານໄດ້ມີການເປີດດ່ານສາກົນທຸກດ່ານໃນຂອບເຂດທົ່ວປະເທດ

ການເປີດເສັ້ນທາງທ່ອງທ່ຽວສີຂຽວນີ້ແມ່ນໄດ້ເປີດທົດລອງຢູ່ເມືອງຫ້ວຍຊາຍເປັນແຫ່ງທໍາອິດ, ເປັນການປະຕິບັດຕາມແຜນການຟື້ນຟູການທ່ອງທ່ຽວຂອງ ສ ປປ ລາວ, ແຜນການເປີດປະເທດເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດ ຕິດພັນກັບແຜນການຕ່າງໆ ຂອງໂຄງການລາວເຊບ, ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວຢູ່ ສ ປປ ລາວ ບົນພື້ນຖານຮູບແບບການທ່ອງທ່ຽວເຂດຂຽວ…ອ່ານຕໍ່

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້