ວັນວິສາຂະບູຊາ ວັນສຳຄັນຂອງ ພຣະພຸດທະສາສະໜາ.

“ວິສາຂະບູຊາ” ຫຍໍ້ມາຈາກ ຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6 ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດ ການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່: ການປະສູດ, ຕັດສະຮູ້ ແລະ ປະຣິນິພານ ຂອງພຣະພຸດທະເຈົ້າ.

1. ວັນທີ່ພຣະພຸດທະເຈົ້າ ປະສູດ: ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງ ຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະ ນະທີ່ກໍາລັງ ເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດ ໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດຖະໜາ.

2. ວັນທີ່ພຣະພຸດທະເຈົ້າ ຕັດສະຮູ້: ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.

3. ວັນທີ່ພຣະພຸດທະເຈົ້າ ປະຣິນິພານ: ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ເຊິ່ງກົງກົງກັບວັນອັງຄານ ຂຶ້ນ 15 ຄຳ່ ເດືອນ 6 ປີ ມະເສັງ.

ນອກຈາກນີ້ ວັນວິສາຂະບູຊາ ຍັງປັນວັນສຳຄັນຂອງໂລກ ໂດຍໄດ້ຮັບຮອງຈາກອົງການ ສະຫະປະຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ 15 ທັນວາ ພ.ສ. 2542 (ຄ.ສ. 1999) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAk DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍື່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ 1 ວັນ ຂອງ ສະຫະປະຊາຊາດ ແລະ ເປັນວັນພັກລັດຖະການຫຼາຍປະເທດໃນໂລກ.

ທີ່ມາ: ສໍານັກປະຕິບັດກໍາມະຖານວັດປ່ານາຄູນນ້ອຍ Nakhounnoi meditation center

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...