ປະຢັດແນວໃດ ໃນເສດຖະກິດແບບນີ້!

ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ເປັນສິ່ງທີ່ຈຳເປັນຂອງທຸກໆຄົນ, ແຕ່ໃນຍຸກເສດຖະກິດແບບນີ້ ລາຍຮັບຊ່ຳເກົ່າ ແຕ່ລາຍຈ່າຍເພີ່ມຂຶ້ນ, ເຮົາຈະເຮັດແນວໃດ ເພື່ອບໍລິຫານລາຍຈ່າຍທີ່ເຮົາມີ ໃຫ້ກຸ້ມຢູ່ກຸ້ມກິນໄປຈົນຮອດທ້າຍເດືອນ.

ນີ້ແມ່ນ ຄວາມຄິດເຫັນ ຂອງຄົນຈາກຕ່າງແຂວງ ທີ່ອາໄສຢູ່ໃນ ນະຄອນຫຼວງ ວຽງຈັນ ວ່າພວກເຂົາມີວິທີແນວໃດໃນການປະຢັດຄ່າໃຊ້ຈ່າຍ ໃຫ້ກຸ້ມຮອດເດືອນ.

ນາງ ສອນນະພາ

ສຳລັບ ນາງ ສອນນະພາ ສາວແຂວງ ຫົວພັນ ບອກວ່າ ຫຼັງຈາກທີ່ຮຽນຈົບແລ້ວກໍເຂົ້າມາເຮັດວຽກເປັນຄູສອນເປັນເວລາ 4 ປີ ປັດຈຸບັນ ສອນ ຢູ່ທີໂຮງຮຽນປະຖົມ ບ້ານ ນາທົ່ມ ແລະ ພັກຢູ່ເຮືອນພີ່ນ້ອງບ້ານ ນາທົ່ມ ເລີຍ, ປີນີ້ເປັນປີທີວິກິດທີ່ສຸດ ນ້ຳມັນກໍຂຶ້ນສູງຫຼາຍ ແຕ່ລະເດືອນໄດ້ເງິນເດືອນປະມານ 1.700.000 (ບໍ່ລວມຄ່າສອນພິເສດ). ຢູ່ໃນຊ່ວງວິກິດແບບນີ້ສິ່ງທີ່ຄວນຫຼຸດຜ່ອນທີ່ສຸດແມ່ນ ການໄປຫຼິ້ນ-ໄປທ່ຽວ ແລະ ຊຸມແຊວສ້າງສັນກັນຫຼາຍເກີນໄປ ເພາະຈະຊ່ວຍປະຢັດທັງເງິນ ແລະ ນ້ຳມັນລົດໄດ້ດີເລີຍລະ! ຄວນມີການວາງແຜນການໃຊ້ຈ່າຍຫຼາຍຂຶ້ນກວ່າແຕ່ກ່ອນວ່າແມ່ນຫຍັງຄວນຊື້ ແລະ ບໍ່ຄວນຊື້, ສຳລັບສິ່ງທີຄວນຊື້ສຳລັບ ສອນ ກໍຈະມີເຂົ້າ ແລະ ອາຫານການກິນ ສ່ວນສິ່ງທີ່ບໍ່ຄວນຊື້ ກໍຈະເປັນປະເພດເຄື່ອງນຸ່ງ ທີ່ບໍ່ຈຳເປັນ.

ນາງ ດາວອນ ຈາກແຂວງ ຫຼວງນ້ຳທາ ເຂົາເລີ່ມເຮັດວຽກຢູ່ ນະຄອນຫຼວງ ວຽງຈັນ ແຕ່ປີ 2017 ຈົນເຖິງປັດຈຸບັນ ເຂົາເຮັດວຽກນຳອົງກອນຊ່ວຍເຫຼືອສາກົນ, ປັດຈຸບັນ ພັກຢູ່ເຮືອນພີ່ນ້ອງ ລາຍຈາຍຫຼັກໆ ໃນປັດຈຸບັນ ແມ່ນໄດ້ເສຍຄ່ານ້ຳ, ຄ່າໄຟ, ຄ່າຢູ່, ຄ່າກິນ, ລາວເວົ້າວ່າ ເງິນເດືອນທີ່ໄດ້ແຕ່ລະເດືອນແມ່ນບໍ່ປົກກະຕິ ສະເລ່ຍປະມານ 1.500.000 ກີບ ກວ່າຈະກຸ້ມແຕ່ລະເດືອນ ກໍຕ້ອງໄດ້ໃຊ້ຈ່າຍຢ່າງປະຢັດທີ່ສຸດ ຂະໜາດວ່າບໍ່ໄດ້ເສຍຄ່າເຊົ່າຍັງຊ່ຳນີ້ແລ້ວ ແຕ່ກໍຕ້ອງໄດ້ອົດທົນ. ສຳລັບການປະຢັດຂອງລາວແມ່ນ ເລືອກຊື້ເຄື່ອງໃຊ້ແຕ່ແນວຈຳເປັນທີ່ຂາດບໍ່ໄດ້ ເຊັ່ນ: ສະບູ, ຢາຖູແຂ້ວ, ເຄື່ອງສຳອາງເລັກນ້ອຍ, ບໍ່ສັ່ງເຄື່ອງແບບຟຸມເຟືອຍ ແລະ ບໍ່ອອກໄປທ່ຽວ ກ່ອນຈະໄປໃສກໍຄິດຄຳນວນໃນການໄປຊື້ນ້ຳມັນກ່ອນວ່າຕ້ອງໄດ້ໃຊ້ເວລາດົນໃນການເຕີມນ້ຳມັນແຕ່ລະເທື່ອ ໃນຊ່ວງວິກິດແບບນີ້ ຈະປະຕິເສດການເດີນທາງກັບໝູ່ຊົ່ວຄາວ ເພື່ອຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ.

ນາງ ອອນ

ນາງ ອອນ ນັກສຶກສາ ຄະນະສະຖາປັດຕະຍາກຳສາດ, ສາຂາ ອອກແບບຜະລິດຕະພັນ ເປັນຄົນແຂວງ ຫຼວງນ້ຳທາ ປັດຈຸບັນ ພັກຢູ່ຫໍພັກຊີເກມກັບໝູ່ ຢູ່ໃນຊ່ວງທີ່ກຳລັງສຶກສາຢູ່ນີ້ແມ່ນບໍ່ໄດ້ໄປເຮັດວຽກຢູ່ໄສ ເພາະພໍ່ແມ່ ສົ່ງເງິນໃຫ້ໃນແຕ່ລະເດືອນ ແຕ່ກໍຕ້ອງໄດ້ໃຊ້ຈ່າຍຢ່າງປະຢັດຊ່ວຍເພິ່ນ, ສຳລັບວິທີປະຢັດຂອງ ອອນ ແມ່ນບໍ່ອອກໄປເລາະລິ້ນກິນຟຸມເຟືອຍ, ອອກໄປທາງນອກສະເພາະໃນຍາມທີ່ຈຳເປັນ ເພາະນ້ຳມັນແພງຫຼາຍ, ແຕ່ໃນລະນີທີ່ຕ້ອງເຮັດວຽກເປັນກຸ່ມກັບໝູ່ ຖ້າອອກໄປເກັບຂໍມູນນຳກັນ ກໍຈະອອກກັນໃສ່ນ້ຳມັນລົດ ເພື່ອປະຢັດລາຍຈ່າຍຊ່ວຍພໍ່ແມ່ ເພາະເຮົາມາຢູ່ຫ່າງໄກເພິ່ນ.

ທ້າວ ໄມຄຳ ຈາກແຂວງ ຊຽງຂວາງ ອາຊີບເປັນຄູສອນຢູ່ທີບ້ານ ໂພນທັນ ປັດຈຸບັນ ອາໄສຢູ່ຫ້ອງແຖວບ້ານ ສີວິໄລ ບອກວ່າ ບ່ອນເຮັດວຽກ ກັບ ບ່ອນຢູ່ຂ້ອນຂ້າງໄກກັນ ຖ້າເປັນເມື່ອກ່ອນກໍຄົງບໍ່ມີບັນຫາ ແຕ່ໃນປັດຈຸບັນນ້ຳມັນຂຶ້ນທົບເຄິ່ງ ສະເພາະຄ່ານ້ຳມັນທຽວງຽກກໍຫຼາຍແລ້ວ ຍັງມາບວກໃສ່ກັບຄ່າເຊົ່າຫ້ອງ, ຄ່າຢູ່ຄ່າກິນ ເງິນກໍຄົງບໍ່ເຫຼືອຮອດທ້າຍເດືອນ ທາງທີ່ດີແມ່ນຍ້າຍໄປພັກຢູ່ໃກ້ກັບບ່ອນເຮັດວຽກເພື່ອຄວາມສະດວກ ແລະ ບໍ່ເສຍຄ່ານ້ຳມັນໃນການເດີນທາງອີກດ້ວຍ ສ່ວນຄ່າໃຊ້ຈ່າຍອັນອື່ນນັ້ນ ແມ່ນຫຼຸດການຊຸມແຊວນຳໝູ່ຄູ່ລົງ.

ບໍ່ສະເພາະແຕ່ຄົນຕ່າງແຂວງເທົ່ານັ້ນ ທີ່ມີຜົນກະທົບກັບຄ່າຄອງຊີບທີ່ແພງຂຶ້ນ ຄົນທີ່ຢູ່ໃນເມືອງແທ້ໆ ທີ່ລາຍຮັບໜ້ອຍກໍໄດ້ຮັບຜົນກະທົບໄປຕາມໆກັນ ສະນັ້ນ, ບໍ່ວ່າຈະຕົກຢູ່ໃນສະພາບໃດກໍຕາມ ກໍຕ້ອງໄດ້ອົດທົນ ເພື່ອຄວາມຢູ່ລອດ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...