Friday, March 21, 2025

ວາງແຜນການເງິນແນວໃດ ໃຫ້ມີຄວາມໝັ້ນຄົງ

ຖ້າເວົ້າເຖິງ “ຄວາມໝັ້ນຄົງທາງການເງິນ” ແມ່ນສິ່ງທີ່ຫຼາຍໆຄົນປາດຖະໜາ ເພື່ອຊີວິດທີ່ດີ ທັງໃນປັດຈຸບັນ ແລະ ອະນາຄົດ, ທຸກຄົນຕ່າງກໍຢາກຈະມີວຽກ ຫຼື ທຸລະກິດທີ່ເຮັດ ມີຄວາມໝັ້ນຄົງ, ມີລາຍໄດ້ດີ ແລະ ສາມາດຕໍ່ຍອດລາຍໄດ້ທີ່ມີ ໃຫ້ເຕີບໃຫຍ່ໄດ້. ມື້ນີ້ ເຮົາມີແນວທາງການວາງແຜນການເງິນ ໃຫ້ມີຄວາມໝັ້ນຄົງ ມາຝາກກັນ.

ພາບປະກອບ

ການສ້າງຄວາມໝັ້ນຄົງທາງການເງິນ ຄື ການວາງແຜນການໃຊ້ຈ່າຍໃມຫ້ມີປະສິດທິພາບ ແລະ ວາງແຜນເພື່ອຮອງຮັບຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້, ເຊິ່ງກ່ອນອື່ນເຮົາຄວນກວດເຊັກເບິ່ງສະຖານະທາງການເງິນຂອງເຮົາ ດ້ວຍການຕັ້ງຄຳຖາມດັ່ງຕໍ່ໄປນີ້ ເບິ່ງວ່າ ປັດຈຸບັນ ເຮົາມີສະຖານະການເງິນເປັນແບບໃດ, ມີຄວາມໝັ້ນຄົງທາງການເງິນແລ້ວ ຫຼື ບໍ່?

  1. ມື້ນີ້ ລາຍໄດ້ / ອາຊີບ / ທຸລະກິດ ທີ່ທ່ານເຮັດມີຄວາມໝັ້ນຄົງ ແມ່ນ ຫຼື ບໍ່.
  2. ນອກຈາກລາຍໄດ້ຫຼັກ ທ່ານມີລາຍໄດ້ຈາກແຫຼ່ງອື່ນອີກ ແມ່ນ ຫຼື ບໍ່.
  3. ປັດຈຸບັນ ທ່ານມີສຸຂະພາບແຂງແຮງ ບໍ່ມີໂຣກປະຈຳໂຕ ແມ່ນ ຫຼື ບໍ່.
  4. ທຸກມື້ນີ້ ທ່ານມີການອອມເງິນ ຫຼື ລົງທຶນ 10-30% ຂອງລາຍໄດ້ ແມ່ນ ຫຼື ບໍ່.
  5. ມື້ນີ້ ທ່ານມີເງິນສຳຮອງໄວ້ສຳລັບຄອບຄົວຂັ້ນຕ່ຳ 3-6 ເທົ່າຂອງຄ່າໃຊ້ຈ່າຍ ແມ່ນ ຫຼື ບໍ່.
  6. ໜີ້ສິນທີ່ຜ່ອນຊຳລະໃນປັດຈຸບັນຂອງທ່ານ ໜ້ອຍກວ່າ 35% ຂອງລາຍໄດ້ຕໍ່ເດືອນ ແມ່ນ ຫຼື ບໍ່.
  7. ຖ້າຄອບຄົວຂອງທ່ານຕ້ອງສູນເສຍຜູ້ທີ່ມີລາຍໄດ້ຫຼັກ ຄອບຄົວຂອງທ່ານໄດ້ມີຊັບສິນ ເພື່ອເປັນຄ່າໃຊ້ຈ່າຍໃນການດຳລົງຊີວິດຕໍ່ໄປ ແມ່ນ ຫຼື ບໍ່.
  8. ຖ້າຄົນໃນຄອບຄົວເຈັບປ່ວຍ ຫຼື ປະສົບກັບອຸບັດເຫດ ຄອບຄົວທ່ານມີສະຫວັດດີການ, ຄ່າປິ່ນປົວຢູ່ໂຮງໝໍທີ່ພຽງພໍ ຫຼື ມີເງິນສຳຮອງ ສຳລັບຄ່າໃຊ້ຈ່າຍເຫຼົ່ານີ້ ແມ່ນ ຫຼື ບໍ່.
  9. ຖ້າເກີດເຫດການບໍ່ຄາດຄິດ ກໍລະນີເກີດອຸບັດເຫດ, ອັກຄີໄພ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນ ທ່ານມີປະກັນໄພ ຄຸ້ມຄອງຊັບສິນ ຫຼື ມີເງິນສຳຮອງພຽງພໍ ສຳລັບຄ່າໃຊ້ຈ່າຍເຫຼົ່ານີ້ ແມ່ນ ຫຼື ບໍ່.
  10. ທຸກມື້ນີ້ ທ່ານໄດ້ກຽມທຶນການສຶກສາຂອງລູກ ຫຼື ວາງແຜນກ່ຽວກັບຄ່າໃຊ້ຈ່າຍໃນການຮ່ຳຮຽນຂອງລູກແລ້ວ ແມ່ນ ຫຼື ບໍ່.

ຈາກຄຳຖາມ 10 ຂໍ້ດ້ານເທິງນີ້ ຄຳຕອບສ່ວນໃຫຍ່ຂອງທ່ານແມ່ນຫຍັງ, ສຳລັບທ່ານທີ່ມີຄຳຕອບສ່ວນໃຫຍ່ຫຼາຍກວ່າ 7 ຂໍ້ຂຶ້ນໄປ ຕອບວ່າ “ແມ່ນ” ຖືວ່າ ຄວາມໝັ້ນຄົງທາງການເງິນຢູ່ໃນເກນດີ, ອາດຈະມີບາງຂໍ້ທີ່ຍັງບໍ່ທັນໄດ້ວາງແຜນ ແຕ່ທ່ານກໍບໍ່ຄວນປະໝາດ ແນະນຳໃຫ້ວາງແຜນໃນສ່ວນທີ່ຍັງບໍ່ໄດ້ວາງແຜນເພີ່ມຕື່ມອີກ.

ແລະ ຖ້າຄຳຕອບສ່ວນໃຫຍ່ຫຼາຍກວ່າ 7 ຂໍ້ຂຶ້ນໄປ ຕອບວ່າ “ບໍ່” ນັ້ນໝາຍເຖິງ ທ່ານຕ້ອງຟ້າວວາງແຜນທາງການເງິນກັນແລ້ວ, ເພາະສະຖານະທາງການເງິນຂອງທ່ານຖືວ່າ “ບໍ່ມີຄວາມໝັ້ນຄົງ” ອາການຂ້ອນ8້າງໜ້າເປັນຫ່ວງເລີຍລະ! ແນະນຳໃຫ້ທ່ານ ລຳດັບຄວາມສຳຄັນກ່ອນການວາງແຜນ ໂດຍໃຫ້ວາງແຜນເລື່ອງທີ່ມີຄວາມສຳຄັນທີ່ສຸດຂອງທ່ານກ່ອນເປັນລຳດັບທຳອິດ.

ພາບປະກອບ

ການສ້າງຄວາມໝັ້ນຄົງທາງການເງິນນັ້ນ ຖ້າທ່ານບໍ່ຮູ້ຈະເລີ່ມຕົ້ນຈາກບ່ອນໃດ ເຮົາມາເບິ່ງແນວທາງການວາງແຜນກັນເລີຍ.

1 ວິເຄາະແຫຼ່ງເງິນໄດ້.

ລາຍໄດ້ຫຼັກນັ້ນ ສາມາດສ້າງລາຍໄດ້ກັບເຮົາໄດ້ດົນປານໃດ, ອະນາຄົດເຕັກໂນໂລຊີ ສາມາດເຂົ້າມາປ່ຽນ ຫຼື ທຳລາຍທຸລະກິດຂອງເຮົາໄດ້ ຫຼື ບໍ່, ມີແຫຼ່ງເງິນອື່ນທີ່ເປັນລາຍໄດ້ພິເສດ ຫຼື ອີກຊ່ອງທາງ ຫຼື ບໍ່ (ເພາະການມີລາຍໄດ້ທາງດຽວ ສ່ຽງທີ່ສຸດ).

2. ກວດເຊັກສຸຂະພາບປະຈຳປີ.

ເບິ່ງແຍງສຸຂະພາບ, ອອກກຳລັງກາຍສະໝ່ຳສະເໝີ ເພາະສຸຂະພາບເປັນສິ່ງສຳຄັນ ຖ້າສຸຂະພາບບໍ່ແຂງແຮງ, ມີໂຣກປະຈຳຕົວ ກໍຈະມີຜົນກະທົບຕໍ່ວຽກງານທີ່ເຮັດ ມີຜົນກະທົບຕໍ່ຄ່າໃຊ້ຈ່າຍໃຈຄອບຄົວ.

 4. ເລີ່ມຕົ້ນດ້ວຍການຂຽນ ລາຍຮັບ-ລາຍຈ່າຍ ທັງໝົດທີ່ມີ.

  • ແຍກ “ລາຍຈ່າຍຄົງທີ່” ເຊິ່ງລາຍຈ່າຍຄົງທີ່ບໍ່ຄວນເກີນ 35% ຂອງລາຍໄດ້ ເຊັ່ນ ຄ່າເຮືອນ, ຄ່າລົດ.
  • “ລາຍຈ່າຍບໍ່ຄົງທີ່” ເຊັ່ນ ຄ່າກິນ, ຄ່ານ້ຳ, ຄ່າໄຟ, ຄ່າໂທລະສັບ, ຄ່າເດີນທາງ
  • “ລາຍຈ່າຍເພື່ອການອອມ ຫຼື ລົງທຶນ” ເຊັ່ນ ເງິນຝາກປະຈຳ, ກອງທຶນລວມ, ປະກັນອອມຊັບ.

ແລ້ວນຳ ລາຍຮັບ – ລາຍຈ່າຍ = ? ລະວັງຢ່າໃຫ້ຕິດລົບ.

3. ບັນທຶກ ລາຍຮັບ-ລາຍຈ່າຍ ປະຈຳວັນ.

ຕັ້ງເປົ້າໝາຍການໃຊ້ຈ່າຍ ເຊັ່ນ ຄ່າກິນໃນແຕ່ລະມື້ວ່າບໍ່ເກີນມື້ລະເທົ່າໃດ ແລະ ມີລາຍຈ່າຍໃດ ທີ່ບໍ່ສາມາດຫຼຸດ ຫຼື ປະຢັດໄດ້.

5. ສຳຫຼວດ ຊັບສິນ-ໜີ້ສິນ ທັງໝົດທີ່ມີ.

ສິນຊັບແບ່ງເປັນ 3 ປະເພດ ຄື:

  • ສິນຊັບສະພາບຄ່ອງ (ເພື່ອເປັນເງິນສຳຮອງໝຸນວຽນ) ເຊັ່ນ ເງິນສົດ, ເງິນຝາກທະນາຄານ.
  • ສິນຊັບສ່ວນຕົວ (ຊັບສິນທີ່ບໍ່ກໍ່ໃຫ້ເກີດລາຍໄດ້) ເຊັ່ນ ເຮືອນທີ່ຢູ່ອາໄສ, ລົດ, ເຄື່ອງປະດັບ.
  • ສິນຊັບເພື່ອການລົງທຶນ (ຊັບສິນທີ່ກໍ່ໃຫ້ເກີດລາຍໄດ້) ເຊັ່ນ ທີ່ດິນ, ກອງທຶນລວມ, ຮຸ້ນ, ຄຳ.

ໃນສ່ວນຂອງສິນຊັບເພື່ອການລົງທຶນ ຄວນມີ:

ໜີ້ສິນ ເຊິ່ງແບ່ງອອກເປັນ 2 ປະເພດ

  • ໜີ້ສິນໄລຍະສັ້ນ (ບໍ່ເກີນ 1-3 ປີ) ເຊັ່ນ ໜີ້ບັດເຄຣດິດ, ໜີ້ຜ່ອນສິນຄ້າ.
  • ໜີ້ສິນໄລຍະຍາວ (ຫຼາຍກວ່າ 3 ປີ) ເຊັ່ນ ຜ່ອນເຮືອນ, ຜ່ອນລົດ.

ຊັບສິນ / ໜີ້ສິນ = ?  ປະເມີນຊັບສິນ ແລະ ໜີ້ສິນ ຢ່າໃຫ້ມີໜີ້ສິນເກີນ 50% ຂອງຊັບສິນທີ່ມີ.

ຈາກແນວທາງປະຕິບັດທີ່ກ່າວມານັ້ນ ຄົງພໍເປັນແນວທາງໃນການສ້າງຄວາມໝັ້ນຄົງທາງການເງິນໃຫ້ກັບທຸກທ່ານໄດ້ ການວາງແຜນການເງິນບໍ່ແມ່ນເລື່ອງຍາກ, ແຕ່ການລົງມືເຮັດນັ້ນຍາກກວ່າ ບໍ່ວ່າສະຖານະການເງິນຂອງທ່ານໃນປັດຈຸບັນ ຈະເປັນແບບໃດ ທ່ານກໍສາມາດສ້າງຄວາມໝັ້ນຄົງທາງການເງິນໃຫ້ກັບຕົນເອງ ແລະ ຄອບຄົວໄດ້ ຫາກຕັ້ງໃຈທີ່ຈະວາງແຜນ ພ້ອມລົງມືປະຕີບັດ ແລະ ຫາຄວາມຮູ້ທາງດ້ານການເງິນຢູ່ສະເໝີ ທ່ານກໍສາມາດທີ່ຈະມີຄວາມໝັ້ນຄົງທາງການເງິນໄດ້ເຊັ່ນກັນ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່