ທັກສະທີ່ຄວນຮຽນຮູ້ ກ່ອນຈົບຈາກຮົ້ວມະຫາໄລ

ເມື່ອເວົ້າເຖິງການເຂົ້າສູ່ຮົ້ວມະຫາວິທະຍາໄລ ເຮົາຕ້ອງມີການປັບໂຕ, ຕ້ອງມີການບໍລິຫານເວລາ ແລະ ຕ້ອງພັດທະນາທັກສະຕ່າງໆທີ່ບໍ່ມີໃນມະຫາວິທະຍາໄລ ເຮົາຄວນມີກ່ອນທີ່ເຮົາຈະຮຽນຈົບ

ເພາະວ່າ ສປປ ລາວ ຍັງພົບຜູ້ທີ່ຈົບໃຫມ່ຫຼາຍຂຶ້ນໃນທຸກໆປີ ແລະ ຜູ້ທີ່ມີທັກສະປະສົບການຈຶ່ງຈະສາມາດແຂ່ງຂັນກັນໄດ້, ເຊິ່ງມຶ້ນີເຮົາຈະມາສິເໜີທັກສະສຳຄັນທີ່ແນະນຳວ່າ ນັກສຶກສາ ທັງຫຼາຍຈຳເປັນຕ້ອງຝຶກລ່ວງໜ້າ

ທັກສະດ້ານພາສາ

ທຸກມື້ນີ້ການທີ່ເຮົາມີພາສາຕ່າງປະເທດໃນການສົນທະນາ ບໍ່ແມ່ນທັກາະພິເສດອີກຕໍ່ໄປ ເພາະມັນແມ່ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ນອກຈາກນີ້ຍັງຕ້ອງຮຽນຮູ້ເພີ່ມເຕີມຖ້າຄິດວ່າໃນອະນາຄົດອາດຈະໄດ້ຮ່ວມງານກັບປະເທດໃນກຸ່ມອາຊຽນ

ເຮົາກໍຄວນແບ່ງເວລາ ໄປຮຽນເສີມຕື່ມ ເຊັ່ນ: ພາສາອັງກິດ ຖ້າຮຽນຂັ້ນພື້ນຖານເຮົາຕ້ອງໃຊ້ເວລາ 1 ປີ ຫຼື ຖ້າຢາກສົນທະນາໃຫ້ຄ່ອງກໍຄວນຮຽນໄປເລື້ອຍໆ ຈົນເຖິງຂັ້ນຊ່ຽວຊານ ໂອ້ລົມໄດ້ ແລະ ຍັງມີພາສາຕ່າງໆຂອງກຸ່ມປະເທດໃນອາຊຽນທີ່ຮຽນພື້ນຖານ 1 ປີຄືກັນເຊົ່ນ: ຈີນ, ຫວຽດນາມ, ຍີ່ປຸ່ນ ແລະທອີກຫຼາຍໆປະເທດ.

ທັກສະການຮຽນຮູ້ດ້ວຍຕົນເອງ

ໃນຊ່ວງມັດທະຍົມເຮົາອາດຈະໄດ້ຮຽນນໍາອາຈານ ແລະ ຮຽນຕາມຕຳລາມາຕະຫຼອດ ເຊິ່ງເປັນການຮຽນຮູ້ແບບເກົ່າໆ ບໍ່ຄ່ອຍໄດ້ຮຽນຮູ້ດ້ວຍຕົນເອງ ຫຼື ການລົງມືເຮັດສິ່ງຕ່າງໆ, ແຕ່ໃນຮົ້ວມະຫາໄລນັ້ນແຕກຕ່າງ ຜູ້ທີ່ຢູ່ລອດໄດ້ຕະຈະຕ້ອງມີທັກສະຫາສຶກສາຫາຄງາມຮູ້ເອງ ແລະ ພັດທະນາຕົນເອງຢູ່ເລື້ອຍໆ ຈຶ່ງຈະສາມາດແກ້ໄຂບັນຫາໄດ້ຢ່າງເປັນລະບົບ.

ທັກສະໃນການເວົ້າ

ບໍ່ວ່າເຈົ້າຈະເປັນຄົນຂີ້ອາຍປານໃດ ເມື່ອກ້າວເຂົ້າສູ່ການຮຽນແບບໃຫມ່ ແລະ ການສື່ສານເປັນສິາງຈຳເປັນ ໂດນສະເພາະຊ່ວງທຳອິດທີ່ເຂົ້າມະຫາໄລ ກໍຈະໄດ້ພົບປະກັບຄົນໃຫມ່ໆໝູ່ໃຫມ່ໆ ເປັນຈຳນວນຫຼາຍ ເຊິ່ງບຸກຄະລິກພາຍນອກ ແລະ ການເວົ້າການຈາ ກໍເປັນສິ່ງສຳຄັນໃນການເຂົ້າຫາຜູ້ຄົນ.

ທັກສະໃນການເຮັດວຽກເປັນທີມ

ການເຮັດວຽກເປັນທີມຢ່າງມີປະສິດທິພາບ ເປັນຄຸນນະສົມບັດໜຶ່ງທີ່ຫຼາຍໆຄົນຕ້ອງມີ ໂດຍສະເພາະຄົນຍຸກໃຫມ່ທີ່ມີໂລກສ່ວນໂຕຂອງຕົວເອງສູງ ໃນການຮຽນ ແລະ ເຮັດວຽກຮ່ວມກັບຜູ້ອື່ນ ຄວນມີຄວາມຮັບຜິດຊອບກັບໜ້າທີ່ວຽກຂອງຕົນ ມີຄວາມກະຕືລືລົ້ນໃນການມີສ່ວນຮ່ວມ

ສົມມຸດຖ້າຫາກວ່າມີເຫດການທີ່ເຮັດວຽກເປັນກຸ່ມ ແລ້ວມີຄົນໜຶ່ງທີ່ເຮັດຄົນດຽວ ຜຸ້ເຮັດກໍບໍ່ມີກຳລັງໃຈເຮັດ ແລະ ວຽກກໍຈະບໍ່ແລ້ວ.

ນີ້ກໍເປັກທັກສະສ່ວນໜຶ່ງ ທີ່ຈຳເປັນຕ້ອງຮຽນຮູ້ ຢ່າຄິດວ່າການຮຽນມັນເມື່ອຍ ເພາະຖ້າຄິດແບບນັ້ນເຮົາຈະເມື່ອຍໄປນໍາໃນທຸກໆມື້ ເຮົາຄວນຄິດວ່າການຮຽນຮູ້ເປັນການຫາປະສົບການ ເພື່ອໄວ້ໃຊ້ໃນອະນາຄົດ ແລະ ຄວນຫາສິ່ງໃຫມ່ໆຢູ່ເລື້ອຍໆ ເພື່ອເສີມທັກສະດ້ານຕ່າງໆທີ່ໂຕເຈົ້າສົນໃຈ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...