ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 21 ພຶດສະພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ລາວ-ອິນເດຍ ຮ່ວມມືກໍ່ສ້າງເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ

ກະຊວງກະສິກຳ ແລະ ປ່າໄມ້ ອະນຸຍາດໃຫ້ບໍລິສັດຈາກປະເທດອິນເດຍກໍ່ສ້າງເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ທີ່ເມືອງແກ່ນທ້າວ ແຂວງໄຊຍະບູລີ

ພິທີເຊັນສັນຍາກໍ່ສ້າງໂຄງການມູນຄ່າ 30.94 ລ້ານໂດລາສະຫະລັດ ຈັດຂື້ນເມື່ອມໍ່ໆມານີ້ຢູ່ນະຄອນຫຼວງວຽງຈັນ ລະຫ່ວາງ ກົມຊົນລະປະທານ ແລະ ບໍລິສັດ ວິໄຈ ກຸມມານ ມີຊ່າ ກໍ່ສ້າງ ປະເທດອີເດຍ…ອ່ານຕໍ່

ແຂວງ ສາລະວັນ ເລັ່ງປັບປຸງ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ

ແຂວງ ສາລະວັນ ກໍາລັງເລັ່ງຟື້ນຟູການທ່ອງທ່ຽວໂດຍເລັ່ງໃສ່ການຊຸກຍູ້, ສົ່ງເສີມຜູ້ປະກອບການລົງທຶນ ພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫຼ່ງທ່ອງທ່ຽວຕ່າງໆ, ປັບປຸງກິດຈະກໍາທ່ອງທ່ຽວໃໝ່ເຊັ່ນ: ການຍ່າງປ່າ, ທ່ອງທ່ຽວແບບອະນຸລັກ, ຜະຈົນໄພ, ຕັ້ງແຄັມ, ຢ້ຽມຢາມຊົນເຜົ່າ

ພ້ອມທັງປັບປຸງອຸທິຍານພູຜາສຸກ, ປາກເສັດ, ຫັດຖະກໍາຕໍ່າແຜ່ນຫ້ວຍຫູນ, ຕາດສູງເຊເສັດ, ແກ້ງຊັນ, ຫໍໄຕປີດົກ, ແກ້ງຄັນຕ່າຍ ແລະ ແຫຼ່ງທ່ອງທ່ຽວອື່ນໆ, ນອກຈາກນັ້ນ ພະແນກ ຖວທ ຍັງສ້າງແຜນເຊື່ອມໂຍງການທ່ອງທ່ຽວລະຫວ່າງແຂວງ ກັບ ຕ່າງແຂວງ ແລະ ປະເທດເພື່ອນບ້ານ ເຊັ່ນ: ປະເທດໄທ ແລະ ສສ ຫວຽດນາມ…ອ່ານຕໍ່

ເຂດພັດທະນາເສດຖະກິດພິເສດ ສາມາດດຶງດູດນັກລົງທຶນໄດ້ແລ້ວກວ່າ 260 ບໍລິສັດ

ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິສັດ, ມີທຶນຈົດທະບຽນ 676,7 ຕື້ກວ່າກີບ, ເທົ່າກັບເງິນຢວນ 15 ຕື້ກວ່າຢວນ.

ປັດຈຸບັນ, ເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ສຳເລັດການບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໄດ້ 1.131 ເຮັກຕາ ແລະ ຈັດແບ່ງການນຳໃຊ້ຕອນດິນ ອອກເປັນ 3 ເຂດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...