Saturday, April 26, 2025
Kbank Laos โอน รับ จ่าย

ເປັນໂສດແບບໃດ ໃຫ້ຕົວເອງມີຄວາມສຸກ.

ຄວາມຮັກເປັນສິ່ງທີງົດງາມສະເໝີ ແຕ່ຫາກຈະຕ້ອງຢູ່ແບບໂສດໆ ບໍ່ມີຄົນຮັກ ຫຼື ຄູ່ຊີວິດ ກະບໍ່ແມ່ນວ່າຊີວິດຈະຂາດຄວາມສຸກໄປ ເພາະຂາດຄວາມຮັກມາເຕີມເຕັມ ແຕ່ໃນເມື່ອຫຼາຍຄົນເລືອກທີຈະໂສດດ້ວຍຄວາມເຕັມໃຈ ບໍ່ແມ່ນໂສດແບບຈຳຍອມເພາະຖືກຖີ້ມ ຫຼື ບອກເລີກ.

ນາງ ປານຸລີ ລີນາຮື (ນູ່), ສາວເຜົ່າມົ້ງ ໄວ 25 ປີ ບອກວ່າ ການຢູ່ເປັນໂສດກໍມີຄວາມສຸກໄດ້, ເພາະວ່າເຮົາບໍ່ໄດ້ຢູ່ຄົນດຽວ ເຮົາຍັງມີຄອບຄົວ, ຍັງມີໝູ່ຄູ່ທີ່ຄອຍມອບຄວາມຮັກ ແລະ ຄວາມຫ່ວງໃຍໃຫ້ເຮົາຢູ່ ຄິດແຕ່ວ່າຈະເຮັດແນວໃດ ໃຫ້ຊີວິດເຮົາດີຂຶ້ນ ບໍ່ຄວນໝົກມຸ້ນຢູ່ກັບຄວາມຮັກຈົນຫຼາຍເກີນໄປ ເຖິງຄວາມຮັກຈະເປັນສ່ວນໜຶ່ງຂອງການໃຊ້ຊີວິດ ແຕ່ກະຂຶ້ນກັບການຄິດ, ການຕັດສິນໃຈຂອງເຮົາ.

ຫຼາຍຄົນມັກຈະເວົ້າວ່າ “ອາຍຸກໍສ່ຳນີ້ແລ້ວເປັນຫຍັງຍັງບໍ່ເອົາຜົວ” ແຕ່ສຳລັບເຮົາມັນບໍ່ເປັນແນວນັ້ນ, ເພາະເຊື່ອສະເໝີວ່າຖ້າຮອດເວລາຂອງມັນ ຄວາມຮັກຈະມາຫາເຮົາເອງ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຊອກຫາ, ບໍ່ຈຳເປັນຕ້ອງຄຽດກັບການຫາຄວາມຮັກເພື່ອໃຫ້ທັນໃຜ ຫຼື ຕ້ອງແຕ່ງງານມີຄອບຄົວແບບຄົນອື່ນໆ ເພາະບາງເທື່ອຖ້າເຮົາເລືອກຜິດຂຶ້ນມາ ຄົນທີ່ທຸກໃຈທີ່ສຸດກໍຈະແມ່ນເຮົາເອງ.

ແຕ່ຖ້າເຮົາຢາກໂສດຢ່າງມີຄວາມສຸກ ກໍຕ້ອງເບິ່ງຄວາມຮັກໃຫ້ກວ້າງຂຶ້ນ ເພາະຄວາມຮັກບໍ່ໄດ້ຈຳກັດພຽງແຕ່ການມີຄົນຮັກ ແລະ ຈົບລົງໂດຍການແຕ່ງງານເທົ່ານັ້ນ, ແຕ່ຍັງມີຄອບຄົວທີຄອຍຫ່ວງໃຍ ແລະ ໝູ່ເພື່ອນທີຄອຍຄຽງຂ້າງເຮົາຢູ່ນຳເຊັ່ນກັນ ແລ້ວເຮົາຈະເຫັນວ່າ ການຢູ່ຄົນດຽວກໍມີຄວາມສຸກໄດ້ ແລະ ບໍ່ໄດ້ເຫງົາຢ່າງທີຄິດ.

ຕ່າງຈາກອາດິດທີເຮົາມັກເຫັນຫຼາຍໆຄົນ ພະຍາຍາມປະຄັບປະຄອງຮັກສາຊີວິດຄູ່ເອົາໄວ້ດ້ວຍເຫດຜົນຕ່າງໆ ເຊິ່ງໜຶ່ງໃນນັ້ນຄືບໍ່ຢາກຖືກສັງຄົມປະນາມ ເມື່ອຕ້ອງຢ່າຮ້າງກັນດ້ວຍກໍລະນີໃດກໍຕາມ, ທຸກມື້ນີ້ຄົນສ່ວນໃຫຍ່ເລືອກໃຫ້ຄຸນຄ່າກັບຕົນເອງຫຼາຍຂຶ້ນ ຖ້າຢູ່ນຳກັນແລ້ວບໍ່ມີຄວາມສຸກ ກໍບໍ່ຈຳເປັນຕ້ອງທົນຢູ່ໃຫ້ທຸກໃຈ ຫຼື ຖ້າຊອກຄວາມຮັກດີໆ ບໍ່ໄດ້ ກໍບໍ່ເຫັນຕ້ອງຊອກພາລະມາໃຫ້ຕົນເອງຕ້ອງເມື່ອຍໃຈ.

ການເປັນໂສດທີຢູ່ແບບມີຄວາມສຸກ ຈຶ່ງເປັນທາງເລືອກຂອງຄົນທີເບິ່ງເຫັນຄຸນຄ່າໃນຕົວເອງ ແລະ ເບິ່ງວ່າຊີວິດເປັນຂອງເຮົາ ຖ້າເຮົາຮັກໂຕເອງຫຼາຍພໍກໍຈະເລືອກແຕ່ສີ່ງດີໆເຂົ້າມາໃນຊີວິດ ໂດຍບໍ່ຈຳເປັນຕ້ອງຊອກຫາໃຜມາເຕີມເຕັມຄວາມສຸກໃຫ້.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.