Sunday, February 16, 2025

ບັນຫາທີ່ມັກພົບ ຂອງຜູ້ສົ່ງເຄື່ອງອອນລາຍ (ໄຣເດີ້)

ຄືດັ່ງທີ່ຫຼາຍທ່ານຮູ້ນຳກັນແລ້ວວ່າ ບັນຫາການຂາຍເຄື່ອງ ອອນລາຍ ເຖິງວ່າຈະມີ ຄວາມສະດວກສະບາຍກໍຕາມ ກໍມັກຈະມີບັນຫາຕ່າງໆຕາມມາ ທັງຜູ້ທີ່ຂາຍ, ລູກຄ້າ ຜູ້ຊື້ ໄປຈົນຮອດຜູ້ທີ່ສົ່ງເຄື່ອງ.

ຕໍ່ໄປນີ້ແມ່ນບັນຫາຂອງຜູ້ທີ່ສົ່ງເຄື່ອງອອນລາຍ ຫຼື ໄຣເດີ້ ມັກພົບ ເມື່ອພວກເຂົາ ອອກໄປສົ່ງເຄື່ອງໃຫ້ລູກຄ້າ:

ພາບປະກອບ

ອ້າຍນ້ອຍ ພະນັກງານສົ່ງເຄື່ອງຮ້ານຄ້າແຫ່ງໜຶ່ງໄດ້ໃຫ້ສຳພາດວ່າ ມາເຮັດອາຊີບນີ້ໄດ້ 1 ກວ່າແລ້ວ ແຕ່ກ່ອນເຄີຍຂັບລົດໃຫຍ່ໃຫ້ບໍລິສັດ ແຕ່ມາວຽກສົ່ງເຄື່ອງເພາະຢູ່ໃຫ້ເຮືອນ ປັດຈຸບັນ ແມ່ນອາໄສຢູ່ບ້ານ ດອນຕິ້ວ ແຕ່ລະມື້ການແລ່ນລົດສົ່ງເຄື່ອງກໍພໍກຸ້ມຢູ່ກຸ້ມກິນ ໄດ້ມື້ໜຶ່ງບໍ່ຫຼຸດ 100.000 ກີບ ແລ້ວແຕ່ຄວາມຂະຫຍັນຂອງເຮົາ ໄດ້ຮັບອໍເດີ້ຫຼາຍກໍໄດ້ເງິນຫຼາຍ.

ບັນຫາທີ່ມັກພົບຫຼາຍໃນການສົ່ງເຄື່ອງໃຫ້ກັບລູກຄ້າ ຖືວ່າມີຫຼາຍສົມຄວນ  ບໍ່ວ່າຈະເປັນການຖືກລູກຄ້າຮ້າຍ ທີ່ເວລາເຮົາໂທຖາມຈຸດທີ່ເຮົາ ຈະໄປສົ່ງຫຼາຍເທື່ອກໍຮ້າຍ,  ບາງເທື່ອລູກຄ້າກໍວ່າເຮົາສົ່ງເຄື່ອງບໍ່ຄົບໃຫ້, ແຕ່ບາງຄົນກໍມີບັນຫາຫຼາຍໆ ຕ່າງກັນໄປ ແຕ່ເຮົາກໍຕ້ອງໄດ້ອົດທົນ ແຕ່ບັນຫາທີ່ມັກພົບມາຫຼາຍກວ່າໝູ່ແມ່ນ: ສິນຄ້າຫຼຸດບໍ່ຮອດໂລ,  ສ່ວນຫຼາຍເຂົາເຈົ້າຈະສໍ້ເຮົາ ກ່ອນທີ່ເຮົາຈະອອກໄປສົ່ງແຕ່ລະເທື່ອເຮົາກໍໂທແຈ້ງ ລູກຄ້າກ່ອນວ່າຈະໃຫ້ໄປສົ່ງຢູ່ຈຸດໃດ ແລະ ລູກຄ້າຈະບອກບ້ານບໍ່ຖືກກັບສະຖານ ທີ່ນັດ, ສົມໝຸດວ່າໄປສົ່ງຢູ່ຫຼັກ 19 ແທ້ໆ ແລ້ວຢູ່ລາດຄວາຍ, ດັ່ງນັ້ນເຮົາກໍຈຳເປັນທີ່ຈະໄດ້ເກັບເງິນເພີ່ມ ແຕ່ເຮົາເກັບ 10.000 ຕາມຕົກລົງກັນກໍໄດ້ ແຕ່ລູກຄ້າຕ້ອງອອກມາເອົາຕາມຈຸດທີ່ນັດ ຖ້າລູກຄ້າບໍ່ອອກມາເອົາກໍຈຳເປັນຕ້ອງເກັບຄ່າເພີ່ມ ສ່ວນນ້ຳມັນລົດທີ່ໃຊ້ແລ່ນສົ່ງເຄື່ອງແຕ່ລະມື້ຫຼາຍສຸດປະມານ 100.000ກີບຕໍ່ມື້.

ວິທີການປະຢັດຂອງເພີ່ນໃນຊ່ວງຂາດແຄນນ້ຳມັນກໍຄື ຕ້ອງເກັບອໍເດີ້ໃຫ້ໄດ້ຫຼາຍໆແລ້ວຄ່ອຍອອກໄປສົ່ງເທື່ອດຽວ ອາດຈະສົ່ງເຄື່ອງຊ້າແດ່ແຕ່ກໍຕ້ອງເຫັນໃຈນຳກັນ.

ພາບປະກອບ

ອ້າຍຈັນ ກະເປັນ ໄຣເດີ້ ອີກຜູ້ໜຶ່ງອາໄສຢູ່ບ້ານ ອາມອນ ເຊິ່ງເພິ່ນເຮັດອາຊີບໄຣເດີ້ ມາໄດ້ 6 ເດືອນແລ້ວ, ການທີ່ເລືອກມາເຮັດອາຊີບນີ້ ກໍເພື່ອຫາລາຍໄດ້ໄປໃຊ້ໃນຄອບຄົວ. ບັນຫາທີ່ພົບໃນແຕ່ລະມື້ ກໍມັກຈະຖືກລູກຄ້າຈົ່ມໃຫ້ວ່າສົ່ງຊ້າແດ່,  ເຄື່ອງສັ່ງແລ້ວບໍ່ຄົບແດ່, ຊອກທີຢູ່ຂອງລູກຄ້າບໍ່ເຫັນແດ່ ເພາະບາງເທື່ອການນຳໂລເຄຊັ້ນ ກໍເຮັດໃຫ້ເຮົາຫຼົງທາງ ແລະ ໄປຮອດລູກຄ້າຊ້າ ແລ້ວກໍຖືກເວົ້າໃຫ້. ມີບັນຫາຫຼາຍໆ ຢ່າງສາລະພັດ ແຕ່ກໍຄືວ່າຫັ້ນລະ! ລູກຄ້າແຕ່ລະຄົນບໍ່ຄືກັນ ກໍຕ້ອງອົດທົນ ເພາະເຮົາເລືອກມາເຮັດອາຊີບນີ້ແລ້ວ. ສຳລັບລາຍໄດ້ຂອງແຕ່ລະມື້ກະພໍກຸ້ມຢູ່ກຸ້ມກິນ ດີກວ່າບໍ່ຫາທາງໃດ ໃນຍຸກເສດຖະກິດແບບນີ້ບໍ່ຊອກບໍ່ຫາກະບໍ່ໄດ້ກິນ.

ນີ້ອາດເປັນບັນຫາສ່ວນໜຶ່ງທີ່ເກີດຂຶ້ນ

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.