Saturday, November 15, 2025
Kbank Laos โอน รับ จ่าย

ສປປ ລາວ ໄດ້ 42 ຫລຽນ ໃນງານມະຫາກໍາກິລາ ຊີເກມ ຄັ້ງທີ 31

ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ ທັບນັກກິລາ ສປປ ລາວ ເຮົາສາມາດຍາດໄດ້ທັງໝົດ 42 ຫຼຽນ ໃນນັ້ນມີ ຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ  ແລະ ຫລຽນທອງ 33 ຫລຽນ.

ສໍາລັບ ຫລຽນແຕ່ລະຫຼຽນແມ່ນ ໄດ້ມາຈາກບັນດາກິລາ ດັ່ງນີ້:

+ ຫລຽນຄໍາ ຈາກ ກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ

+ ຫລຽນເງິນ 7 ຫລຽນ ໄດ້ຈາກ: ນັກກິລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ນັກກິລາກາຣາເຕໂດ ຮຸ່ນນໍ້າໜັກ 84 ກິໂລ, ກິລາເປຕັງ ຊຸດຕີ້ງຍິງ, ທີມຊຸດປະສົມ ຍິງ 2 ຊາຍ 1, ກິລາຢູໂດ ຄູ່ຍິງ, ກິລາກະຕໍ້ ຄູ່ຍິງ ແລະ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ.

+ ຫລຽນທອງ 33 ຫຼຽນ ແມ່ນໄດ້ຈາກ: ເປຕັງ ປະເພດທີມຄູ່ຍິງ, ເປຕັງ ປະເພດທີມຄູ່ຊາຍ, ເປຕັງ ປະເພດທີມຊຸດຍິງ, ເປຕັງປະເພດທີມຊຸດຊາຍ, ຄິກບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ຄິກ ບ໋ອກຊິ້ງ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 57 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 60 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 56 ກິໂລ, ວູຊູ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 65 ກິໂລ, ປັນຈັກສີລັດ ຟ້ອນມີອາວຸດ, ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60-65 ກິໂລ, ປັນຈັກສີລັດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -60 ກິໂລ, ເພາະກາຍ,  ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 58 ກິໂລ, ເທຄວັນໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 73 ກິໂລ, ເທຄວັນໂດ ປະເພດປຸມເຊ ທີມຍິງ, ເທຄວັນໂດ ປະເພດປຸມເຊ ທີມປະສົມ. ນອກນີ້, ຍັງມີຢູໂດຟ້ອນກາຕາຄູ່ຊາຍ, ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 76 ກິໂລ, ມວຍປໍ້າ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 125 ກິໂລ, ໂວວີນາມ ຟ້ອນທີມປະສົມມີອາວຸດ, ໂວວີນາມ ຄູ່ຍິງບໍ່ມີອາວຸດຍິງ, ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -55 ກິໂລ, ມວຍສາກົນ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ 60 ກິໂລ, ຍິງປືນ ປະເພດທານິ້ງ ທາເກັດ ທີມຍິງ ແລະ ເທັນນິດ ປະເພດດ່ຽວຊາຍ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.