Wednesday, March 26, 2025

53 ໂຄງການຄວາມຮ່ວມມື ລາວ-ໄທ ລຸລ່ວງ ພ້ອມສືບຕໍ່ແຜນພັດທະນາອີກຫຼາຍ.

ຣາຊະອານາຈັກໄທ ບັນລຸ 53 ໂຄງການຮ່ວມມືເພື່ອການພັດທະນາ ໃນ ສປປ ລາວ ໄລຍະ 3 ປີ (2020-2022) ໂດຍຄວບຄຸມ 7 ໝວດໝູ່ ເຊິ່ງໄດ້ແກ່ ກະສິກຳ, ການສຶກສາ, ສາທາລະນະສຸກ, ການຄ້າ, ສິ່ງແວດລ້ອມ, ການພັດທະ ນາສັງຄົມ, ແລະ ການພັດທະນາຊັບພະຍາກອນມະນຸດ ພ້ອມວາງແຜນສືບຕໍ່ໂຄງການຕໍ່ເນື່ອງ ໂດຍຍັງຄົງเນັ້ນໜັກ ໃນດ້ານ ການພັດທະນາບຸກຄະລະກອນ ລາວ ເປັນສ່ວນຫຼາຍ.

ໃນໄລຍະຜ່ານມາ ມີໂຄງການຮ່ວມມືເພື່ອການພັດທະນາຈາກປະເທດໄທຈຳນວນຫຼາຍ ທີ່ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາ ສປປ ລາວ ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອດ້ານການພັດທະນາບຸກຄະລະກອນ ສ່ວນຫຼາຍແມ່ນເຮັດກະສິກຳເປັນຫຼັກ ເພື່ອໃຫ້ຜັນຂະຫຍາຍຈາກທີ່ເຄີຍຜະລິດພຽງແຕ່ກຸ້ມພາຍໃນຄອບຄົວ ກໍຍົກລະດັບຂຶ້ນ ໃຫ້ມີການຜະລິດເພື່ອສົ່ງອອກຂາຍ ທັງຢູ່ຕະຫຼາດພາຍໃນ ແລະ ຕ່າງປະ ເທດ ເຮັດໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.

ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ

ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ກ່າວວ່າ ສປປ ລາວ ມີຄວາມສຳພັນທີ່ດີກັບ ໄທ ມາຫຼາຍປີແລ້ວ ເຊິ່ງໂຄງການຮ່ວມມືໃນການພັດທະນາສິ່ງຕ່າງໆໃນ ສປປ ລາວ ກໍມີມາເກືອບ 50 ປີແລ້ວ, ເນື່ອງຈາກວ່າ ພວກເຮົາເປັນເພື່ອບ້ານກັນ ທີ່ມີວັດທະນະທຳ ແລະ ພາສາປາກເວົ້າຄ້າຍຄືກັນ ຈຶ່ງເຮັດໃຫ້ໂຄງ ການຕ່າງໆ ເກີດຂຶ້ນໄດ້ງ່າຍ ແລະ ເກີດຂຶ້ນດ້ວຍຄວາມຈິງໃຈ.

ສຳລັບໜ່ວຍງານຫຼັກ ທີ່ເຂົ້າມາໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືໃນໂຄງການພັດທະນາຕ່າງໆ ຢູ່ໃນລາວ ແມ່ນ ກົມການຮ່ວມມືລະຫວ່າງປະເທດ ຂອງໄທ ຫຼື TICA (ໄທກ້າ) ເຊິ່ງໃນປັດຈຸບັນມີຢູ່ 53 ໂຄງການ ທັງທີ່ສຳເລັດໄປແລ້ວ ແລະ ກຳລັງດຳເນີນງານຢູ່ ແລະ ຈະຍັງຄົງສືບຕໍ່ໂຄງການຕາມແຜນວຽກ ເຊິ່ງຈະປະເມີນ ແລະ ວາງແຜນພັດທະນາເປັນໂຄງການຕ່າງໆ ໃນທຸກໆ 3 ປີ.

ໂດຍດ້ານຫຼັກການຂອງການຊ່ວຍເຫຼືອຮ່ວມມືໃນການພັດທະນາ ຂອງ TICA ຕ້ອງໃຫ້ສອດຄ່ອງກັບຄວາມຕ້ອງ ການໃນພື້ນທີ່ຊ່ວຍເຫຼືອນັ້ນແທ້ໆ ແລະ ຕ້ອງຕອບໂຈດໃນເລື່ອງຂອງການພັດທະນາແບບຍືນຍົງຂອງ ສະຫະປະຊາຊາດໄດ້ກຳນົດໄວ້.

ທ່ານ ເຈດສະດາ ກ່າວຕື່ມວ່າ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ອາດຈະມີຜົນກະທົບພໍສົມ ຄວນສຳລັບການດຳເນີນໂຄງການ ໂດຍສະເພາະ ແມ່ນໃນເລື່ອງຂອງການເດີນທາງ ໄປ-ມາ, ການສົ່ງບຸກຄະລາກອນໄປເບິ່ງວຽກງານຢູ່ຕ່າງປະເທດກໍໄປບໍ່ໄດ້ ຫຼື ຈະສົ່ງຜູ້ຊ່ຽວຊານເຂົ້າມາຝຶກອົບຮົມກໍຍາກ; ສະນັ້ນ ຈຶ່ງຕ້ອງໄດ້ມີການປັບຕົວເຂົ້າໃນລະບົບອອນລາຍ ບໍ່ວ່າຈະເປັນການຝຶກອົບຮົມທາງອອນລາຍ, ການປຶກສາຫາລືລະຫວ່າງ    ໜ່ວຍງານ ທາງອອນລາຍ ເຊິ່ງກໍມີທັງຂໍ້ດີ ແລະ ຂໍ້ຈຳກັດ ທີ່ວ່າ ບໍ່ຕ້ອງເສຍເວລາເດີນທາງໄປຫາກັນ ແຕ່ອາດຈະບໍ່ໄດ້ລົງເລິກໄດ້ດີ ເທົ່າກັບພົບກັນເຊິ່ງໜ້າ ແຕ່ເຮົາກໍຕ້ອງໄດ້ປັບຕົວໄປຕາມສະຖານະການ.

ການຮ່ວມມືຊ່ວຍເຫຼືອເພື່ອການພັດທະນາໃນໂຄງການຕ່າງໆ ທີ່ເກີດຂຶ້ນ ລ້ວນແລ້ວແຕ່ເປັນການສ້າງຄວາມເຂົ້າໃຈທີ່ດີ, ມິດຕະພາບທີ່ດີລະຫວ່າງກັນຢ່າງຍືນຍົງ ເຊິ່ງສິ່ງເຫຼົ່ານີ້ໄດ້ພິສູດໃຫ້ເຫັນວ່າ ການຊ່ວຍເຫຼືອໃນຮູບແບບນີ້ ແມ່ນບໍ່ໄດ້ມີຜົນປະໂຫຍດແອບແຝງຫຍັງ ແຕ່ການຊ່ວຍເຫຼືອອາດຈະເກີດຜົນປະໂຫຍດຮ່ວມກັນໄດ້ທາງດ້ານການຄ້າຂາຍ ເປັນຕົ້ນແມ່ນ ສາມາດໃຊ້ລົດໄຟສົ່ງເຄື່ອງໄປຈີນຜ່ານເສັ້ນທາງລົດໄຟ ລາວ-ຈີນ ໄດ້ຫຼາຍຂຶ້ນ ທ່ານ ເຈດສະດາ ກ່າວ.

ນອກຈາກໂຄງການຕ່າງໆ ທີ່ກວ່າມານັ້ນ ຖ້າຈະເວົ້າເຖິງໂອກາດທາງດ້ານເສດຖະກິດ ລາວ-ໄທ ໃນການເປີດເສັ້ນທາງລົດໄຟ ລາວ-ຈີນ ທ່ານເອກອັກຄະຣາຊະທູດໄທ ໄດ້ໃຫ້ຄວາມຄິດເຫັນວ່າ ຖືເປັນໂອກາດດີທີ່ ສປປ ລາວ ແລະ ໄທ ຈະໄດ້ຮ່ວມມືກັນສ້າງສິ່ງທີ່ເປັນທ່າແຮງຂອງປະເທດລາວ ເພື່ອສົ່ງສິນຄ້າສົ່ງອອກຕ່າງປະເທດ ເພາະເສັ້ນທາງລົດໄຟ ລາວ-ຈີນ ໄດ້ເພີ່ມຄວາມສະດວກໃນການຂົນສົ່ງໃນປະເທດລາວຫຼາຍຂຶ້ນ ແລະ ຍັງເປັນເສັ້ນທາງເຊື່ອມຕໍ່ໃນການຂົນສົ່ງລະຫວ່າງປະເທດນຳອີກ.

ສຳລັບບົດບາດຫຼັກທີ່ປະເທດໄທ ທີ່ຈະມີສ່ວນຊ່ວຍໃຫ້ເສດຖະກິດ ສປປ ລາວ ມີທ່າອ່ຽງດີຂຶ້ນໄດ້ນັ້ນ ແມ່ນການນຳນັກທ່ອງທ່ຽວໄທເຂົ້າມາທ່ຽວໃນ ສປປ ລາວ, ການຮ່ວມມືໃຫ້ນັກລົງທຶນຂອງໄທ ມາລົງທຶນເພີ່ມໃນ ລາວ ແລະ ການຮັບເອົາແຮງງານຈາກລາວ ໄປເຮັດວຽກທີ່ປະເທດໄທ ເຊິ່ງທັງໝົດນີ້ລ້ວນແລ້ວແຕ່ເປັນການຊ່ວຍນຳເອົາເງິນຕາຕ່າງປະເທດເຂົ້າມາ ປະເທດລາວ ໄດ້ຫຼາຍຂຶ້ນ ທ່ານ ເຈດສະດາ ກ່າວ.

ໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ

ນອກຈາກໂຄງການຕ່າງໆ ຈາກ TICA ແລ້ວ ກໍຍັງມີ ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ຫຼື NEDA (ເນດ້າ) ເຊິ່ງເປັນອີກໜຶ່ງໜ່ວຍງານຂອງໄທ ທີ່ໃຫ້ການສະໜັບສະໜູນດ້ານການພັດທະ ນາໂຄງລ່າງພື້ນຖານມາຕະຫຼອດໄລຍະເວລາຫຼາຍປີ ເປັນຕົ້ນແມ່ນ ໂຄງການສ້າງຂົວມິດຕະພາບ ລາວ-ໄທ, ການພັດທະນາຖະໜົນສາຍ R11, ການກໍ່ສ້າງທາງລົດໄຟທ່ານາແລ້ງ ໄລຍະທີ່ 2, ແລະ ໂຄງການພັດທະນາ ແລະ ປັບປຸງລະບົບຂໍ້ມູນຂ່າວສານຂອງລາວ ເພື່ອເຊື່ອມຕໍ່  ASEAN Single Window (ASW) ເປັນຕົ້ນ.

ສຳລັບລາຍຊື່ໂຄງການຂອງ TICA ຕາມແຜນໄລຍະ 3 ປີ (2020-2022) ສາມາດເບິ່ງໄດ້ທີ່ບ່ອນນີ້, ແລະ ສຳລັບຂໍ້ມູນກ່ຽວກັບໂຄງການຕ່າງໆ ທີ່ NEDA ໃຫ້ການສະໜັບສະໜູນໃນລາວ ສາມາດເບິ່ງເພິ່ມເຕີມໄດ້ທີ່ເວັບ neda.or.th

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ