ປັດຈຸບັນ ບັນຫາທາງດ້ານເສດຖະກິດຢູ່ໃນ ສປປ ລາວ ໄດ້ສົ່ງຜົນກະທົບໃຫ້ກັບປະຊາຊົນ ຫຼາກຫຼາຍອາຊີບ ຈາກລາຍຮັບທີ່ມີຊ່ຳເກົ່າ ແຕ່ລາຍຈ່າຍຊ້ຳພັດສູງຂຶ້ນກວ່າເກົ່າ ເຊິ່ງຈາກຜົນກະທົບດັ່ງກ່າວນັ້ນ ເຮັດໃຫ້ພວກເຂົາເຫຼົ່ານັ້ນຈຳເປັນຕ້ອງໄດ້ມີການປັບຕົວ ແລະ ຫາວິທີຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.
ນີ້ແມ່ນຄວາມຄິດເຫັນຂອງປະຊາຊົນບາງສ່ວນ ວ່າພວກເຂົາດຳລົງຊີວິດແນວໃດໃນຍຸກເສດຖະກິດແບບນີ້ ແລະ ພວກເຂົາຢາກໃຫ້ຂັ້ນເທິງຊ່ວຍຫຍັງແດ່.
ຈາກການໃຫ້ສຳພາດຂອງ ນາງ ນຸນີ່ ພະນັກງານຈາກໂຮງງານສາຍໄຟແຫ່ງໜຶ່ງ ໃນ ນະຄອນຫຼວງ ວຽງຈັນ ບອກວ່າ ປັດຈຸບັນ ຄ່າຄອງຊີບສູງຂຶ້ນ ແຕ່ເງິນເດືອນພື້ນຖານຕ່ຳ ເຮັດໃຫ້ການດຳລົງຊີວິດຍາກຂຶ້ນ ຈະໄປເຮັດວຽກອື່ນເສີມກໍບໍ່ຄ່ອຍມີເວລາ ມີແຕ່ຕ້ອງໄດ້ປັບໂຕ, ຍອມຮັບ ແລະ ໄດ້ປະຢັດໃຫ້ຫຼາຍຂຶ້ນ ຈາກທີເຄີຍໄປທ່ຽວອາທິດລະຄັ້ງ ກໍບໍ່ໄດ້ໄປ, ຫຼຸດຜ່ອນການຊື້ສິ່ງທີ່ບໍ່ຈໍາເປັນ. ສິ່ງທີ່ຢາກໃຫ້ຂັ້ນເທິງແກ້ໄຂຢ່າງເລັ່ງລັດກໍຄື ອັດຕາເງິນເຟີ້ ແລະ ການຊື້ຂາຍໃນທ້ອງຕະຫຼາດທີ່ຕີມູນຄ່າເປັນເງິນຕາຕ່າງປະເທດ ບາງທີໄປຊື້ຜັກຂື້ນລາຄາ ບອກວ່າເງິນບາດຂຶ້ນ ທັງໆທີ່ເປັນສິນຄ້າທີ່ເອົາຢູ່ລາວມາຂາຍ.
ສ່ວນ ນາງໝີ ພະນັກງານໂຮງງານ ເວົ້າວ່າ ມີຜົນກະທົບທາງດ້ານນ້ຳມັນທີ່ໃສ່ລົດທຽວໄປວຽກແຕ່ລະມື້ ກ່ອນຈະຊື້ໄດ້ແຕ່ລະຄັ້ງກໍບໍ່ແມ່ນເລື່ອງງ່າຍ ນອກຈາກລະຄາທີ່ສູງຂຶ້ນແລ້ວ ຍັງຊອກໃສ່ຍາກອີກ, ແຕ່ກໍຕ້ອງຈຳໃຈຍອມຮັບແຕ່ຖ້າບໍ່ໃສ່ ກໍບໍ່ມີນ້ຳມັນລົດທຽວວຽກ. ສິ່ງທີ່ຢາກໃຫ້ຂັ້ນເທິງແກ້ໄຂຢາກໃຫ້ປັບນ້ຳມັນໃຫ້ເປັນປົກກະຕີ ເພື່ອຄວາມສະດວກໃນການເດີນທາງໄປວຽກ-ໄປການ ຫຼື ການເດີນທາງ ໂດຍການໃຊ້ພາຫະນະທີ່ເພີ່ງພານ້ຳມັນເຊື້ອໄຟ.
ນາງດາ ເຈົ້າຂອງຮ້ານຂາຍເສື້ອຜ້າ ແລະ ນາງວັນ ເຈົ້າຂອງຮ້ານຂາຍເຄື່ອງສຳອາງ ໄດ້ເວົ້າເປັນສຽງດຽວກັນວ່າ ຜົນທະທົບທີ່ໄດ້ຮັບຄັ້ງນີ້ມີຫຼາຍບັນຫາຈົນເຮັດໃຫ້ເຈັບຫົວໄປເລີຍ ເພາະເຄື່ອງທີ່ນຳເຂົ້າມາຂາຍແມ່ນຄິດໄລ່ຄ່າຕາມອັດຕາແລກປ່ຽນເງິນບາດທີ່ສູງຫຼາຍ, ຄ່າເຊົ່າຫ້ອງຂາຍເຄື່ອງ ຈາກແຕ່ກ່ອນເຄີຍໄລ່ເປັນເງິນກີບ ແຕ່ມາປັດຈຸບັນ ໄລ່ເປັນເງິນບາດໝົດ ອັດຕາແລກປ່ຽນເງິນ ກໍອີງຕາມຕະຫຼາດທົ່ວໄປໂດຍທີ່ບໍ່ໄດ້ອີງຕາມອັດຕາແລກປ່ຽນເງິນຈາກທານະຄານ. ທຸກມື້ນີ້ບໍ່ວ່າເຄື່ອງທີ່ຊື້ຈາກບໍລິສັດຢູ່ບ້ານເຮົາ ກໍໃຊ້ແຕ່ເງິນບາດທັງໝົດຈຶ່ງເຮັດໃຫ້ເງິນເຮົາເຟີ້ແຮງຫຼາຍ.
ສິ່ງທີ່ຕ້ອງປັບຕົວ ກໍຄືເຮັດແນວໃດຈະຢູ່ໃຫ້ລອດໃນສັງຄົມປັດຈຸບັນນີ້, ແຕ່ສິ່ງທີ່ຢາກໃຫ້ຂັ້ນເທິງຮີບແກ້ໄຂກໍຄື ການປັບອັດຕາເງິນໃຫ້ຄົງທີ່, ອອກແຈ້ງການໃຫ້ຄົນລາວ ຫຼື ຄົນອາໄສຢູ່ລາວ ໃຊ້ແຕ່ເງິນກີບ, ຫ້າມບໍ່ໃຫ້ໃຊ້ເງິນຕາຕ່າງປະເທດ ຖ້າຫາກເຫັນໃຜໃຊ້ ຫຼື ບໍລິສັດໃດຂັດຂືນໃຫ້ລົງໂທດຕາມກົດລະບຽບນັ້ນເລີຍ, ຖືຄະຕິວ່າ “ຢູ່ເມືອງລາວໃຊ້ແຕ່ເງິນກີບ” ຖ້າແກ້ບັນຫານີ້ໄດ້ ສັ່ງຄົມເຮົາຈະບໍ່ຫຍຸ້ງຍາກເທົ່າທຸກມື້ນີ້.
ນາງນ້ອຍ ພະນັກງານຢູ່ຮ້ານຄ້າແຫ່ງໜຶ່ງ ເວົ້າວ່າ ສິ່ງທີ່ກະທົບກັບຊີວິດປະຈຳວັນ ແລະ ວຽກງານຂ້ອຍທີ່ສຸດ ໃນປັດຈຸບັນ ຄືຄ່າຂອງເງິນກີບທີ່ອ່ອນໂຕລົງ ເພາະມັນສົ່ງຜົນໃຫ້ການໃຊ້ຈ່າຍຫຼາຍຂຶ້ນກວ່າເກົ່າ ທັງທີ່ຊື້ເຄື່ອງອຸປະໂພກ-ບໍລິໂພກ ເທົ່າເດີມ ທີ່ສຳຄັນເງິນເດືອນທີ່ຂ້ອຍໄດ້ຮັບເທົ່າເດີມ ມັນເລີຍກາຍເປັນລາຍຮັບເທົ່າເດີມ ແຕ່ລາຍຈ່າຍເພີ່ມຂຶ້ນ ຈົນບໍ່ມີເງິນເຫຼືອເກັບໃນແຕ່ລະເດືອນ. ການປັບຕົວຂອງຂ້ອຍກໍຄື: ປະຍັດໃນການໃຊ້ຈ່າຍໃຫ້ຫຼາຍຂຶ້ນເຊັ່ນວ່າ ຊື້ເຄື່ອງໃຊ້ ຫຼືເຄື່ອງກິນແຕ່ແນວຈຳເປັນເທົ່ານັ້ນ ແລະ ພາຍະຍາມຊອກເຮັດວຽກເສີມຢູ່ເລື້ອຍໆເພື່ອໃຫ້ມີລາຍຮັບເພີ່ມຂຶ້ນມາຊ່ວຍເຂົ້າໃນການໃຊ້ຈ່າຍ.
ຢາກໃຫ້ຂັ້ນເທິງພິຈາລະນາແກ້ໄຂໃນເລື່ອງການອ່ອນຄ່າຂອງເງິນກີບກ່ອນໝູ່ ເພາະປັດຈຸບັນ ເຄື່ອງອຸປະໂພກ-ບໍລິໂພກ ຫຼາຍໆ ອັນເຊັ່ນ: ນ້ຳມັນເຊື້ອໄຟ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ທີ່ປະເທດເຮົານຳເຂົ້າຈາກຕ່າງປະເທດ ດັ່ງນັ້ນ, ເມື່ອເງິນກີບອ່ອນຄ່າລົງມັນຈຶ່ງເຮັດໃຫ້ເຮົາມີລາຍຈ່າຍຫຼາຍຂຶ້ນເທົ່າຕົວ.
ນາງພຸດ ນັກສຶກສາຢູ່ ຄະນະວິທະຍາສາດທຳມະຊາດ ປີ 4 ບອກວ່າ ສີ່ງທີ່ກະທົບຕໍ່ກັບເສດຖະກິດການເປັນຢູ່ຂອງນ້ອງຄື ອັດຕາເງິນເຟີ້ທີ່ສູງຂຶ້ນ, ຄ່າຄອງຊີບສູງເຮັດໃຫ້ມີລາຍຈ່າຍສູງຂຶ້ນຕາມມາ, ສິນຄ້າສ່ວນຫຼາຍນຳເຂົ້າຈາກຕ່າງປະເທດເຊິ່ງເຮັດໃຫ້ລາຄາແພງເຊັ່ນ: ນ້ຳມັນ, ອາຫານແຫ້ງ, ອາຫານທະເລ, ເສື້ອຜ້າ, ເຄື່ອງໃຊ້ຂອງສອຍໃນຊີວິດປະຈຳວັນ.
ໃນເມື່ອເສດຖະກິດມັນເປັນແບບນີ້ ເຮົາກໍຕ້ອງຍອມຮັບ ວ່າທຸກຢ່າງປ່ຽນໄປທັງດ້ານເສດຖະກິດ, ການເງິນ ບາງຄັ້ງລາຍໄດ້ຍັງຕ່ຳກວ່າລາຍຈ່າຍ ນ້ອງກໍເປັນນັກສຶກສາຜູ້ໜຶ່ງທີ່ມີລາຍຈ່າຍຫຼາຍ ທັງຄ່າທີ່ພັກອາໄສ, ຄ່າອາຫານການກິນໃນແຕ່ລະມື້, ຄ່າເຄື່ອງໃຊ້ລ້ວນແລ້ວແຕ່ຈຳເປັນທັງນັ້ນ ກັບວິກິດການແບບນີ້ ສີ່ງທີ່ນ້ອງຕ້ອງປັບຕົວກໍຄື ບໍ່ຫຼີ້ນກິນຟຸມເຟືອຍເຊັ່ນ: ຫຼຸດການໄປຫຼີ້ນນອກສະຖານທີ່ນຳໝູ່ເພື່ອນ, ຫຼຸດການຊື້ເຄື່ອງສຳອາງ ແລະ ເສື້ອຜ້າລົງ ແລ້ວເອົາເງິນສ່ວນນັ້ນມາຊື້ອາຫານແທນ ເພາະວ່າອາຫານເປັນປັດໃຈສຳຄັນທີ່ສຸດໃນການຫຼໍ່ລ້ຽງຊີວິດໃຫ້ຢູ່ລອດ.
ສິ່ງທີ່ຢາກໃຫ້ຂັ້ນເທິງແກ້ໄຂກ່ອນໝູ່ແມ່ນ ຢາກໃຫ້ມີໂຮງຈັກໂຮງງານເພີ່ມຂຶ້ນ ເພື່ອສະໜອງສິນຄ້າໃຫ້ມັນທ່ວງທັນກັບຄວາມຕ້ອງການຂອງຕະຫຼາດ, ຢາກໃຫ້ມີການຈັດສັນອາຊີບ ໂດຍເພີ່ມອັດຕາການຈ້າງງານ ຄຽງຄູ່ກັບການຜະລິດ ເພື່ອໃຫ້ກຸ່ມປະຊາກອນມີວຽກເຮັດງານທຳຫຼາຍຂຶ້ນ ຢາກໃຫ້ອົງກອນຮັບຜິດຊອບດ້ານອຸສາຫະກຳ-ການຄ້າ ລົງກວດສອບລາຄາສິນຄ້າຕາມທ້ອງຕະຫຼາດ ແລະ ຮ້ານຄ້າທົ່ວໄປເພື່ອບໍ່ໃຫ້ຜູ້ຂາຍເອົາປຽບຜູ້ບໍລິໂພກຫຼາຍເກີນໄປ.