Saturday, April 26, 2025
Kbank Laos โอน รับ จ่าย

ເທັກນິກການກຽມຄວາມພ້ອມ ເຂົ້າເຮັດວຽກຂອງນັກສຶກສາຈົບໃໝ່

ອີກບໍ່ເທົ່າໃດເດືອນ ກໍຮອດມື້ເສັງຈົບຂອງບັນດານັກສຶກສາມະຫາວິທະຍາໄລ ປີສຸດທ້າຍແລ້ວ ເຊິ່ງກຳລັງຈະເລີ່ມກ້າວເຂົ້າສູ່ຊີວິດການເຮັດວຽກ ແລະ ການທິ່ຍັງບໍມີປະສົບການເຮັດວຽກ ກໍເຮັດໃຫ້ຫຼາຍຄົນບໍ່ຄຸ້ນເຄີຍກັບການສະໝັກວຽກ.

ແຕ່ຮູ້ບໍ່ວ່າ ກ່ອນຈະເລີ່ມການເຮັດວຽກຕ້ອງໄດ້ກຽມຫຼາຍຢ່າງ ບໍ່ວ່າຈະເປັນເປົ້າໝາຍວຽກທີ່ຈະເຮັດ, ເອກະສານທາງການຕ່າງໆ, ລວບລວມປະສົບການຕ່າງໆ ທີ່ເຮົາມີ ເຊິ່ງເຮົາຈະລວບລວມຂໍ້ມູນ ແລະ ຂັ້ນຕອນ ໃນການສະໝັກວຽກ ໃຫ້ກັບນັກສຶກສາ ວ່າຄວນກຽມຫຍັງແນ່.

ກຽມຕັດສິນໃຈເລື່ອງສາຍອາຊີບໃຫ້ດີ

ເລື່ອງທຳອິດທີ່ນັກສຶກສາຈົບໃໝ່ ຄວນເຮັດກ່ອນທີ່ຈະສະໝັກວຽກ ແມ່ນຕ້ອງຕັດສິນໃຈກ່ອນວ່າ ຊີວິດໃນຊ່ວງເຮັດວຽກຂອງເຮົາຈະໄປເຮັດໃນວຽກແບບໃດ, ເປັນວຽກທີ່ມັກ ຫຼື ບໍ່ ເຊິ່ງຫາກເຮົາບໍ່ມັກວຽກທີ່ເຮັດ ກໍຈະເຮັດໃຫ້ເຮົາອຶດອັດ, ເສຍໂອກາດ ແລະ ເສຍເວລາໄປລ້າໆ.
ສະນັ້ນ, ເຮົາຄວນຈະຫາຂໍ້ມູນກ່ຽວກັບອາຊີບນັ້ນໆ ແລະ ກັ່ນຕອງໃຫ້ດີກ່ອນ ອາດຈະປຶກສາຄອບຄົວ, ໝູ່ເພື່ອນ ຫຼື ສອບຖາມຈາກຄົນທີ່ຢູ່ໃນສາຍອາຊີບທີ່ເຮົາສົນໃຈ ເພື່ອຈະວາງແຜນສາຍອາຊີບໄດ້ຢ່າງເໝາະສົມ.

ເກັບລວບລວມຜົນງານ ແລະ ປະສົບການຕ່າງໆ ໃຫ້ພ້ອມ

ຜົນງານ ແລະ ປະສົບການ ທີ່ເຮົາມີຕອນຢູ່ໃນໂຮງຮຽນ ຫຼື ຕອນຝຶກງານ ເປັນສິ່ງທີ່ສາມາດບົ່ງບອກຕົວຕົນຂອງເຮົາໄດ້ຢ່າງດີທີ່ສຸດ ຕ້ອງຄິດໄປເຖິງປະສົບການຕ່າງໆ ຫຼື ງານພາດທາມຕ່າງໆ ທີ່ເຄີຍເຮັດມາ ເພື່ອນໍາຂໍ້ມູນໄປຂຽນໃນແບບຟອມສະໝັກງານ ລວມໄປເຖິງການລວບລວມຂໍ້ມູນເອກະສານຫຼັກຖານ ທີ່ກ່ຽວກັບປະສົບການກິດຈະກຳທີ່ເຄີຍເຮັດ ແລ້ວແນບໄປນໍາໃບສະໝັກງານ.

ກຽມເຮັດແບບຟອມສະໝັກງານ ຫຼື Resume ໃຫ້ສົມບູນ

ແບບຟອມສະໝັກງານ ຫຼື Resume ເປັນສິ່ງທີ່ເຮົາຕ້ອງໃຊ້ສະໝັກງານທຸກຄັ້ງ ແລະ ເປັນເອກະສານແນະນຳຕົວອັນທຳອິດ ທີ່ບໍລິສັດຈະທຳຄວາມຮູ້ຈັກກັບເຮົາ ດັ່ງນັ້ນ, ເຮົາຕ້ອງຂຽນລາຍລະອຽດທີ່ກ່ຽວຂ້ອງກັບໂຕເອງໃຫ້ຮຽບຮ້ອຍ ບໍ່ວ່າຈະເປັນ ຊື່-ນາມສະກຸນ, ຂໍ້ມູນສ່ວນໂຕ, ຈຸດໝາຍໃນອາຊີບ ປະຫວັດການສຶກສາ, ປະສົບການເຮັດວຽກ ແລະ ເບີໂທຕິດຕໍ່ກັບ ນອກຈາກນີ້, ຢ່າລືມກວດເບິ່ງຄວາມຖືກຕ້ອງຂອງຂໍ້ມູນໃນ Resume ກ່ອນສົ່ງ.

ກະກຽມເອກະສານສະໝັກງານໃຫ້ພ້ອມ

ໃນການສະໝັກງານໜຶ່ງຄັ້ງ ຕ້ອງໃຊ້ເອກະສານໃນການສະໝັກງານຫຼາຍໆ ຢ່າງເຊັ່ນ: Resume, ຈົດໝາຍແນະນຳ (Cover Letter), ໃບຈົບການຮຽນ ແລະ ໃບຢັ້ງຢືນຕ່າງໆ ເຊິ່ງເອກະສານເຫຼົ່ານີເປັນສິ່ງທີ່ອາດຈະຕົກຫຼົ່ນ ຫຼື ຜິດພາດໄດ້, ສະນັ້ນ ກ່ອນທີ່ຈະສົ່ງໃບສະໝັກງານ ຫຼື ເດີນທາງໄປສຳພາດງານທີ່ບໍລິສັດ ກໍຢ່າລືມກະກຽມເອກະສານເຫຼົ່ານີ້ໃຫ້ພ້ອມ ລວມເຖິງກຽມຖ່າຍຮູບສຳລັບໃຊ້ໃນການສະໝັກງານ ເພາະຮູບພາບ ກໍເປັນສ່ວນໜຶ່ງໃນການສະໝັກເຮັດວຽກເຊັ່ນກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.