Sunday, February 16, 2025

ອາຊີບເສີມ ທີ່ທຸກຄົນເຮັດໄດ້ ຫຼັງຈາກເຮັດວຽກປະຈຳ.

ຢູ່ໃນສັງຄົມຍຸກເສດຖະກິດແບບນີ້ ເຊື່ອວ່າຫຼາຍຄົນຄົງບໍ່ຢາກເຮັດວຽກໃດວຽກໜຶ່ງ ຫຼື ມີລາຍໄດ້ພຽງຊ່ອງທາງດຽວ ຄົນທີມີວຽກຫຼັກຢູ່ແລ້ວ ກໍຫາວຽກເສີມເພື່ອເພີ່ມລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍລົງ ດັ່ງການໃຫ້ສຳພາດຂອງພະນັກງານທີ່ຫາລາຍໄດ້ຫຼາຍກວ່າຊ່ອງທາງດຽວ.

ນາງ ກິ່ງມາລາ ພະນັກງານຫ້ອງການນ້ຳປະປາ ກໍເປັນຜູ້ໜຶ່ງທີ່ມີພາລະການໃຊ້ຈ່າຍຫຼາຍບໍ່ວ່າຈະເປັນລາຍຈ່າຍພາຍໃນຄອບຄົວ ແລະສ່ວນຕົວ ກໍຕົກເປັນເງິນຫຼາຍລ້ານຕໍ່ເດືອນຢູ່ ສ່ຳເງິນເດືອນປົກກະຕິກະບໍ່ພໍກິນ ຈຶ່ງຫາເວລາວ່າງຈາກການເລີກວຽກ ແລະ ເສົາອາທິດເພື່ອຫາເງິນເພີ່ມ ເຊິ່ງການລໍຖ້າແຕ່ເງິນເດືອນນັ້ນບໍ່ກຸ້ມກິນ. ກີ່ງໄດ້ເຮັດອາຊີບເສີມ ທັງຂາຍເຄື່ອງອອນລາຍ ເປັນປະເພດເຄື່ອງນຸ່ງ ແລະເຄື່ອງໃຊ້ ເອົາເວລາວ່າງຫຼືເວລາກາງຄືນໂພດເຄື່ອງ ເພາະຢູ່ຫ້ອງການບໍ່ໃຫ້ໂພດໃນໂມງເຮັດວຽກ ແລະ ສົ່ງເຄື່ອງໃຫ້ລູກຄ້າຫຼັງເລີກວຽກ, ຂາຍເລກອາທິດລະ 3 ມື້ ຈັນ, ພຸດ ແລະສຸກຂາຍຕອນແລງ ແລະ ເກັບເງິນຄ່ານ້ຳກໍເກັບຕອນແລງຫຼັງເລີກວຽກ ກັບເກັບວັນເສົາວັນທິດມື້ພັກທາງລັດຖະການ.

ນາງ ສອນນະພາ ກໍເປັນອີກຄົນທີ່ເຮັດອາຊີບເປັນຄູສອນແລ້ວຍັງຫາລາຍໄດ້ເສີມຈາກການສອນເພີ່ມໃຫ້ນັກຮຽນໃນວັນເສົາອາທິດ  ແລະ ຍັງໂພດຂາຍເຄື່ອງອ່ອນລາຍໃນເວລາພັກຜ່ອນນຳອີກ ການຂາຍເຄື່ອງອ່ອນລາຍຖືເປັນວິທີທີ່ດີທີສຸດສຳລັບການຫາລາຍໄດ້ເສີມຢູ່ໃນປັດຈຸບັນນີ້ ເພາະມັນປະຢັດເວລາ ແລະ ສະດວກສະບາຍ.

ສ່ວນ ສາວຫຼ້າ ສາວຕຳຫຼວດ ກໍໃຊ້ເວລາວ່າງຕອນເລີກວຽກລ້ຽງເປັດ, ລ້ຽງໄກ່, ໝູ, ກົບ ແລະ ປາດຸກ ເພື່ອຫຼຸດຜ່ອນການຊື້ຈາກຜູ້ອື່ນ ແລະ ລ້ຽງໃຫຍ່ມາກໍສາມາດນຳອອກຂາຍເພື່ອຫາລາຍໄດ້ເພີ່ມ ຫຼັງຈາກຂາຍໂຕເກົ່າໝົດກະສາມາດເອົາໂຕໃໝ່ມາລົງແທນແບບນີ້ເລື້ອຍໆ. ນອກຈາກນີ້ຊ່ວງທີ່ຜ່ານມາຫຼ້າຍັງເຮັດເຂົ້າໜົມເກືອຂາຍໃນວັນເສົາ-ອາທິດ ໃນຊ່ວງທີ່ວ່າງວຽກນຳອີກ.

ແລ້ວທ່ານເດ່ ມີວິທີການຫາລາຍໄດ້ເສີມແບບໃດ? ສາມາດເອົາປະສົບການຕົວຈິງຂອງເຈົ້າມາແບ່ງປັນ ຫຼື ບອກຕໍ່ໃຫ້ກັບຄົນທີ່ກຳລັງຊອກຫາລາຍໄດ້ ນອກເໜືອຈາກວຽກປະຈຳກັນນຳເດີ ເພື່ອເປັນກຳລັງໃຈ ແລະ ແຮງພັກດັນໃຫ້ກັບຄົນທີ່ຫາລາຍໄດ້ໃຫ້ຫຼາຍກວ່າ 1 ຊ່ອງທາງ.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.