ກິນຖົ່ວລຽນແນວໃດ! ໃຫ້ຄຸ້ມຄ່າກັບລາຄາທີ່ຊື້ມາແພງ

ຫຼາຍຄົນທີ່ຊື້ໝາກຖົ່ວລຽນມາກິນ ກໍຄົງຮູ້ດີວ່າລາຄາຂ້ອນຂ້າງສູງ ແຕ່ເຮັດແນວໃດໄດ້ແນວວ່າເປັນສິ່ງທີ່ເຮົາມັກແພງປານໃດກໍຊື້ມາກິນ, ມັນຈະດີກວ່າບໍ່ ທີ່ເຮົາຈະກິນຖົ່ວລຽນໃຫ້ຄຸ້ມຄ່າກັບເງິນທີ່ເຮົາຊື້ມາແພງ, ສາມາດກິນໄດ້ທັງນວນ, ແກ່ນ ແລະ ເປືອກ ເຊິ່ງຈະມີວິທີ່ແນວໃດນັ້ນ ໄປເບິ່ງນຳກັນເລີຍ!

ຫຼັງຈາກທີ່ເຮົາກິນຖົ່ວລຽນແລ້ວ ຢ່າພ້າວຖີ້ມແກ່ນມັນເດີ! ເອົາໄວ້ເຮັດ ແກ່ນຖົ່ວລຽນຈືນກອບ ດ້ວຍວິທີງ່າຍໆ ດັ່ງນີ້.

  • ນຳແກ່ນຖົ່ວລຽນໄປລ້າງໃຫ້ສະອາດ ປອກເປືອກ ແລະ ຊອຍບາງໆ.
  • ນຳແກ່ນທີ່ຊອຍແລ້ວໃສ່ໝໍ້ຈືນທີ່ບໍ່ມີນ້ຳມັນ ຮອບທຳອິດໃຊ້ອຸນຫະພູມ 160 ອົງສາ ເວລາ 5 ນາທີ ນຳອອກມາສັ່ນ ແລະ ນຳໄປຈືນຮອບສອງ ໃຊ້ອຸນຫະພູມ 180 ອົງສາ ເວລາ 10 ນາທີ (ສຳລັບໃຜທີ່ບໍ່ມີໝໍ້ຈືນແບບບໍ່ໃຊ້ນ້ຳມັນ ກໍສາມາດຈືນໃສ່ນ້ຳມັນໃຫ້ເຫຼືອງໄດ້)

  • ເມື່ອຈືນຈົນກອບແລ້ວ ນຳເກືອມາໂຮຍເຫຼັກນ້ອຍ ກອບໆມັນໆ ແຊັບລົດຊາດຄ້າຍຄືເລມ້ອນ ແຕ່ຖ້າຢາກຮູ້ຕ້ອງລອງເຮັດກິນເບິ່ງແລ້ວຈະຕິດໃຈ.

ນອກຈາກແກ່ນຖົ່ວລຽນແລ້ວ ເປືອກຖົ່ວລຽນກໍຍັງກິນໄດ້ເຊັ່ນດຽວກັນ ພຽງແຕ່ປາດໜາມຖົ່ວລຽນອອກເຫຼືອແຕ່ເປືອກສີຂາວ, ແລ້ວນຳໄປລວກນ້ຳຮ້ອນທີ່ໃສ່ເກືອ ຫຼື ສານສົ້ມ ເພື່ອໃຫ້ເມືອກອອກຈາກເປືອກ ເຮັດເມນູຄາວຫວານໄດ້ໝົດ ທັງແກງສົ້ມ, ຜັດກະເຜົາ, ຍຳແຊັບ ໄປຈົນຮອດເຊື່ອມເປືອກຖົ່ວລຽນ.

  1. ແກງສົ້ມເປືອກຖົ່ວລຽນ: ຊອຍເປືອກຖົ່ວລຽນໃຫ້ເປັນຕ່ອນນ້ອຍໆ ນຳໄປລວກໃນນ້ຳຮ້ອນ ຈາກນັ້ນກໍຕັ້ງໝໍ້ໃຫ້ຮ້ອນໃສ່ເຄື່ອງຜັດກະເພົາ ຄົນໃຫ້ເຂົ້າກັນ ປຸງຣົດ ແລ້ວໃສ່ໝູສັບລົງໄປຜັດພໍໃຫ້ເລີ່ມສຸກ ໃສ່ເປືອກຖົ່ວລຽນລົງໄປຜັດທຸກຢ່າງໃຫ້ເຂົ້າກັນ ໃສ່ໃບກະເພົາລົງທ້າຍ ແລ້ວຕັກໃສ່ຖ້ວຍ ພຽງເທົ່ານີ້ກໍໄດ້ແກ້ງສົ້ມເປືອກຖົ່ວລຽນແລ້ວ.
  2. ຍຳເປືອກຖົ່ວລຽນກຸ້ງສົດ: ຊອຍເປືອກຖົ່ວລຽນແລ້ວນຳໄປລວກນ້ຳຮ້ອນເຊັ່ນເຄີຍ ເມື່ອລວກແລ້ວນຳຂຶ້ນມາປະໄວ້ ເລີ່ມຕົ້ນດ້ວຍການໃສ່ກຸ້ງທີ່ລວກສຸກໄວ້ແລ້ວ ພ້ອມດ້ວຍໝູສຸກທີ່ຊອຍເປັນຕ່ອນບາງໆ ແລ້ວໃສ່ນ້ຳຍຳລົງໄປຄົນໃຫ້ເຂົ້າກັນ ຈຶ່ງໃສ່ຜັກບົ່ວໃຫຍ່, ໝາກເຂືອສົ້ມ, ຫົວກາຣົດ ຕາມດ້ວຍຜັກເຊີນາຣີ ຄົນໃຫ້ເຂົ້າກັນ ຊີມຣົດຊາດຕາມຄວາມມັກ.
  3. ເປືອກຖົ່ວລຽນເຊື່ອມ ລາດດ້ວຍນ້ຳກະທິ ເພີ່ມຄວາມແຊັບຫຼາຍຂຶ້ນ ກິ່ນບໍ່ແຮງເນື້ອຂອງເປືອກທຸລຽນມີຄວາມຊຸ່ມຊື່ນແຊັບກຳລັງດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...