Friday, July 18, 2025
Kbank Laos โอน รับ จ่าย

ຮຽນແບບໃດໃຫ້ໄດ້ທຶນຮຽນ! ເທັກນິກການຮຽນເກັ່ງ ຈາກ ຈັນທະຈອນ ວົງຂັນທອງ

ຄວາມພະຍາຍາມທີ່ຈະສຶກສາຮ່ຳຮຽນ ສາມາດເກີດຂຶ້ນໄດ້ກັບທຸກຄົນ ເຖິງວ່າບຸກຄົນນັ້ນຈະເຄີຍຮຽນອ່ອນມາກໍຕາມ ຖ້າມີຄວາມຕັ້ງໃຈແລ້ວ ຄວາມສຳເລັດກໍຈະຕາມມາ ເຊັ່ນດຽວກັນກັບ ທ້າວ ຈັນທະຈອນ ວົງຂັນທອງ, ອາຍຸ 18 ປີ ເປັນຄົນ ຊົນເຜົ່າລື້ ອາໄສຢູ່ ເມືອງ ຊຽງຮ່ອນ, ແຂວງ ໄຊຍະບູລີ ເປັນນັກຮຽນທຶນ ຂອງໂຄງການ Child’s dream Scholarship, ປັດຈຸບັນ ເຂົາ ສຶກສາຢູ່ປີ 1 ຄະນະພາສາສາດ, ພາກວິຊາພາສາອັງກິດ, ມະຫາວິທະຍາໄລ ສຸພານຸວົງ, ແຂວງ ຫຼວງພຣະບາງ.

ຈັນທະຈອນ ບອກວ່າ ເຂົາເປັນຄົນໜຶ່ງທີ່ບໍ່ໄດ້ຮຽນເກັ່ງມາແຕ່ນ້ອຍ ເພາະຕອນຮຽນຢູ່ມໍຕົ້ນເຂົາກໍເປັນຄົນທີ່ຮຽນຂ້ອນຂ້າງອ່ອນຫຼາຍເລີຍລະ! ເພາະຕິດໝູ່ຫຼິ້ນ ແລະ ຕິດເກມ ເຮັດໃຫ້ການຮຽນຂອງເຂົາຕົກຕ່ຳຫຼາຍ.

ມາຮອດມື້ໜຶ່ງມີໝູ່ໃນຫ້ອງເວົ້າໃຫ້ວ່າ ນິດໄສແບບນີ້ຈ້າງກະບໍ່ໄດ້ທີ 1 ນຳເຂົາຈັກເທື່ອດອກ ເມື່ອໄດ້ຟັງຄຳນີ້ມັນບີບຫົວໃຈນ້ອງທັນທີ ເລີຍເກັບເອົາຄຳເວົ້າດູຖູກນີ້ມາເປັນແຮງຊຸກດັນໃນການຮຽນ ວ່າເຮົາຕ້ອງຮຽນເກັ່ງໃຫ້ໄດ້ ແລະ ເຮັດໃຫ້ເຂົາເຈົ້າເຫັນວ່າຄົນແບບເຮົາກະເຮັດໄດ້.

ຈາກຄວາມບຸກບືນ ບວກກັບຄວາມຕັ້ງໃຈໃນການປ່ຽນແປງຕົວເອງ ເມື່ອຂຶ້ນມໍ 5  ຈັນທະຈອນຕິດ 1 ໃນ 3 ຂອງຫ້ອງ ແລະ ຮັກມາດຕະຖານນີ້ໄວ້ໄດ້ຈົນຮອດມໍ 7 ໂດຍຄະແນນສະເລ່ຍແຕ່ລະວິຊາ ແມ່ນບໍ່ເຄີຍຫຼຸດ 7 ເລີຍ.

ສຳລັບເທັກນິກໃນການຮຽນຂອງ ຈັນທະຈອນ ແມ່ນ:                  

ອ່ານບົດຮຽນກ່ອນອາຈານໜຶ່ງບົດ ເມື່ອອາຈານເປີດໂອກາດໃຫ້ເອົາຄະແນນເພີ່ມ ເຮົາກໍເອົາບົດຮຽນທີ່ເຮົາໄດ້ອ່ານມາຕອບກ່ອນໝູ່ໂລດ, ຖ້າເປັນວິຊາຈຳພວກຄິດໄລ່ນ້ອງຊອກວິທີແກ້ໂຈດຈາກອິນເຕີເນັດ ແລ້ວນຳມາແກ້ບົດຕົວຢ່າງ ແລະ ບົດເຝິກຫັດກ່ອນອາຈານ ເພາະຫຼາຍໆ ອາຈານເພີ່ນຈະໃຫ້ອອກໄປແກ້ໂຈດຢູ່ກະດານເພື່ອເກັບຄະແນນເພີ່ມບວກໃສ່ກວດກາ ບາງວິຊານ້ອງແທບຈະບໍ່ໄດ້ກວດກາເພາະມີຄະແນນເພີ່ມເກີນ 10 ຄະແນນ.

ຕໍ່ມາແມ່ນຕັ້ງໃຈຮຽນເວລາຢູ່ຫ້ອງຮຽນ ແລະ ຖາມທັນທີເມື່ອມີສີ່ງທີ່ບໍ່ເຂົ້າໃຈ, ເມື່ອເລີກຮຽນນ້ອງກໍຫາກິດຈະກໍາຜ່ອນຄາຍສະໝອງເຮັດຄື: ຫຼີ້ນກີ້ຕ້າ, ຟັງເພງ, ເຮັດວຽກເຮືອນຊ່ວຍແມ່ ຕອນກາງຄືນນ້ອງຈະໃຊ້ເວລາທົບທວນບົດຮຽນເກົ່າຄືນປະມານ 25 ນາທີ ຮຽນບົດຮຽນໃໝ່ 1 ຊົ່ວໂມງ ຈະບໍ່ໃຊ້ເວລາຮຽນດົນເພື່ອບໍ່ເປັນການບັງຄັບສະໝອງຈົນຫຼາຍເກີນໄປ.

ສຳລັບການແບ່ງເວລາຂອງນ້ອງນັ້ນ ວັນຈັນ-ວັນສຸກ ນ້ອງຈະສຸມໃສ່ບົດຮຽນຫຼາຍກວ່າເວລາຫຼີ້ນ, ຫຼຸດເວລາຫຼີ້ນໃຫ້ໜ້ອຍກວ່າການຮຽນ, ວັນເສົາ-ວັນອາທິດ ຈະຜ່ອນຄາຍສະໝອງດ້ວຍການເຮັດວຽກຊ່ວຍຄອບຄົວ ແລະ ຊອກຫຼີ້ນນຳໝູ່ຕາມໄວໜຸ່ມຂອງເຮົາ ໃນລະຫວ່າງສອງມື້ນີ້ນ້ອງຈະບໍ່ຈັບປຶ້ມເລີຍ (ຍົກເວັ້ນຕອນໃກ້ເສັງ)

ຖ້າຖາມນ້ອງວ່າຮຽນແບບໃດໃຫ້ຄະແນນຄົງທີ່ ກໍຄືຈະເປັນການຮຽນທີ່ສະເໝີຕົ້ນສະເໝີປາຍ ການຮຽນກໍເຊັ່ນດຽວກັນ ໝັ່ນທົບທວນບົດຮຽນ, ເຝິກຊ້ອມແກ້ໂຈດ ແລະ ແນະນຳໝູ່ໃນຫ້ອງດຽວກັນເພື່ອເຮັດໃຫ້ເຮົາຈື່ຫຼາຍຂຶ້ນກວ່າເກົ່າ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.