Sunday, May 25, 2025
Kbank Laos โอน รับ จ่าย

ກະຊວງໂຍທາ ເຫັນດີໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ

ແມ່ນອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ພາຍໃນປະເທດໃຫ້ເປັນປົກກະຕິ; ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າທາງລົດໄຟ ລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ສປປ ລາວເປັນຄູ່ພາຄີ, ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງປະເທດປາຍທາງ

ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດພາຍໃນປະເທດໃຫ້ເປັນປົກກະຕິ, ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດລະຫວ່າງປະເທດ ຕາມສັນຍາສອງ ຝ່າຍ ແລະ ຫລາຍຝ່າຍ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກແມ່ນ ໃຫ້ປະຕິບັດຕາມມາດຕະການ ຂອງປະເທດປາຍທາງ.

ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາພາຍໃນປະເທດໃຫ້ເປັນປົກກະຕິ, ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານ, ສິນຄ້າ ແລະ ທ່ອງທ່ຽວທາງນ້ໍາ ລະຫວ່າງປະເທດ ໃຫ້ສອດຄ່ອງກັບກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ສໍາລັບຂາອອກຂອງການຂົນສົ່ງລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ປະຕິບັດຕາມມາດຕະການຂອງ ປະເທດປາຍທາງ.

ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ

ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກພາຍໃນປະເທດໃຫ້ເປັນປົກກະຕິ, ອະນຸຍາດໃຫ້ລົດສ່ວນຕົວ, ລົດໂດຍສານປະຈໍາທາງ ແລະ ລົດທ່ອງທ່ຽວລະຫວ່າງປະເທດສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ຕາມສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນຄູ່ພາຄີ, ອະນຸຍາດໃຫ້ ການຂົນສົ່ງສິນຄ້າພາຍໃນປະເທດແມ່ນສາມາດດໍາເນີນໄດ້ຢ່າງເປັນປົກກະຕິ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າງສານທາງດ້ານການຄ້າ ຂອງ ສປປ ລາວ

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.