Saturday, January 18, 2025

ຍ້ອນຫຍັງ ຄົນລາວຈຶ່ງບໍ່ນິຍົມໃຊ້ “ສິນຄ້າລາວ”? ສິນຄ້າແພງກວ່າ ຫຼື ມາດຕະຖານບໍ່ໄດ້!

ເຊື່ອວ່າ ຄົນລາວສ່ວນໃຫຍ່ຕ່າງກໍຢາກສົ່ງເສີມສິນຄ້າລາວຢູ່ແລ້ວ ຖ້າຫາກວ່າສິນຄ້າ ເຫຼົ່ານັ້ນ ມີຄຸນນະພາບເມື່ອທຽບກັບສິນຄ້ານຳເຂົ້າຈາກຕ່າງປະເທດ ແລະ ມີລາຄາທີ່ ເໝາະສົມ, ແຕ່ກໍບໍ່ໄດ້ໝາຍຄວາມວ່າສິນຄ້າລາວເຮົາບໍ່ມີຄຸນນະພາບ ເຊິ່ງສິນຄ້າ ທີ່ໄດ້ຄຸນນະພາບນັ້ນ ຊ້ຳພັດມີລາຄາທີ່ສູງຕາມມານຳ.

ຈາກການສຳພາດຄວາມຄິດເຫັນຂອງປະຊາຊົນລາວສ່ວນໜຶ່ງກ່ຽວກັບການນຳໃຊ້ສິນຄ້າລາວ ໄດ້ບອກໃຫ້ຮູ້ວ່າ ຄວາມຈິງແລ້ວພວກເຂົາກໍຢາກໃຊ້ສິນຄ້າລາວ ເພາະຄິດວ່າລາຄາອາດຈະຖືກກວ່າສິນຄ້ານຳເຂົ້າ, ທັງເປັນການສົ່ງເສີມ ແລະ ເປັນການຫຼຸດລາຍຈ່າຍລົງ ໃນຊ່ວງວິກິດແບບນີ້, ແຕ່ເມື່ອມາສົມທຽບເບິ່ງແລ້ວ ລາຄາສິນຄ້າບາງອັນ ທີ່ຖືກກວ່າຂອງນຳເຂົ້າແທ້ ແຕ່ຊ້ຳພັດບໍ່ໄດ້ມາດຕະຖານ ເມື່ອທຽບກັບສິນຄ້ານຳເຂົ້າທີ່ມີລາຄາແພງກວ່າແຕ່ໄດ້ຄຸນນະພາບ ຄົນສ່ວນຫຼາຍຈຶ່ງນິຍົມໃຊ້ສິນຄ້າທີ່ມີຄຸນນະພາບເຖິງລາຄາຈະແພງກໍຕາມ. ເພາະການທີ່ເຮົາຈະເອົາມາໃຊ້ກະຕ້ອງເລືອກໂຕທີ່ມີຄຸນນະພາບດີ ໃຊ້ແລ້ວຄຸ້ມຄ່າທີ່ສຸດສຳລັບເຮົາ, ບໍ່ແມ່ນວ່າເຫັນມັນຖືກແລ້ວຈັ່ງຊິຊື້ ບາງເທື່ອຊື້ໂຕລາຄາຖືກມາກໍໄດ້ຖິ້ມ ຊ້ຳບໍ່ໜຳເສຍເງິນສອງຕໍ່ອີກ.

ສ່ວນສິນຄ້າທີ່ມີຄຸນນະພາບຂຶ້ນມາແດ່ ລາຄາຊ້ຳພັດຂ້ອນຂ້າງສູງ ທັ້ງໆທີ່ຜະລິດພາຍໃນ ແຕ່ລາຄາສູງກວ່າສິນຄ້ານຳເຂົ້າ ຈຶ່ງເຮັດໃຫ້ຜູ້ບໍລິໂພກມັກສົມທຽບທັງລາຄາ ແລະ ຄຸນນະພາບໄປພ້ອມໆກັນ.

ດ້ານແມ່ຄ້າຊາວຂາຍ ກໍບອກເປັນສຽງດຽວກັນວ່າ ຢາກສະໜັບສະໜູນ ແລະ ຢາກເອົາສິນຄ້າລາວມາຂາຍ ແຕ່ເມື່ອເອົາມາຂາຍແລ້ວ ສິນຄ້າລາວບາງອັນ ທີ່ມີຄຸນນະພາບແດ່ ລາຄາກໍສູງກວ່າສິນຄ້ານຳເຂົ້າ ລູກຄ້າຈົ່ມວ່າແພງກໍບໍ່ໄດ້ຂາຍ, ສ່ວນສິນ ຄ້າລາວບາງອັນທີ່ມີລາຄາຖືກ ແຕ່ເມື່ອລູກຄ້າຊື້ໄປໃຊ້ແລ້ວກໍມັກມາຈົ່ມໃສ່ອີກວ່າ ເຖິງຈະລາຄາຖືກ ແຕ່ກໍບໍ່ໄດ້ຄຸນນະພາບ ສະນັ້ນ, ຖ້າຈະໃຫ້ຄົນລາວ ສະໜັບສະໜຸນ ແລະ ໃຊ້ສິນຄ້າລາວ ຕ້ອງເນັ້ນເລື່ອງຄຸນນະພາບເປັນຫຼັກ, ການຫຸ້ມຫໍ່ທີ່ມີຄວາມ ສວຍງາມສະດຸດຕາ ສ່ວນເລື່ອງລາຄາກໍຄວນປັບຕາມຄວາມເໝາະສົມລັບ ຄົນລາວທີ່ສາມາດຈ່າຍໄດ້ ໃຫ້ສົມກັບຄຳວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”.

ທັງນີ້ ອິນໄຊລາວ ເຊື່ອວ່າ ຍາມວິກິດແບບນີ້ ເປັນເວລາສຳຄັນທີ່ຜູ້ຜະລິດສິນຄ້າລາວ ຕ້ອງໃຊ້ໂອກາດໃນການພັດທະນາຜະລິດຕະພັນ ເພື່ອຄອງໃຈຜູ້ບໍລິໂພກຄົນລາວ ໃຫ້ໄດ້ຫຼາຍທີ່ສຸດ ກ່ອນທີ່ສະພາບການທາງດ້ານເສດຖະກິດ ຈະກັບມາສູ່ສະພາບເດີມ, ເຊິ່ງຖ້າຮອດມື້ນັ້ນ ກໍຄົງຍາກທີ່ຈະໄດ້ກະແສນິຍົມການຊົມໃຊ້ສິນຄ້າລາວ ກັບຄືນມາຈາກ ຜູ້ບໍລິໂພກ ເຖິງຈະມີຄວາມຫຍຸ້ງຍາກແດ່ ແຕ່ກໍສົ່ງເສີມໃຫ້ຄົນລາວ ຊົມໃຊ້ຜະລິດຕະພັນຂອງຄົນລາວ ແລະ ຂໍໃຫ້ຜ່ານພົ້ນວິກິດນີ້ໄປນຳກັນ.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: