Tuesday, April 22, 2025

ໃຊ້ຊີວິດແບບພໍພຽງ! ກໍປະຢັດລາຍຈ່າຍໄດ້ເຊັ່ນກັນ.

ໃນປັດຈຸບັນ ຫຼາຍຄົນມັກຈະເວົ້າວ່າ ໃນຍຸກເສດຖະກິດແບບນີ້ ຖ້າຢາກຫຼຸດລາຍຈ່າຍປະຈຳວັນລົງກໍຕ້ອງໄດ້ປະຢັດ ແລ້ວເຮົາຈະປະຢັດແນວໃດ? ອັນນີ້ກໍຂຶ້ນຢູ່ກັບວ່າ ການປະຢັດຂອງແຕ່ລະຄົນ, ແຕ່ລະຄອບຄົວມີວິທີການແນວໃດ ແຕ່ກໍເຊື່ອວ່າທຸກຄົນມີເປົ້າໝາຍອັນດຽວກັນ ຄື ຫຼຸດລາຍຈ່າຍພາຍໃນຄອບຄົວລົງ ແລະ ໃຫ້ມີເງິນເກັບຫຼາຍຂຶ້ນ, ບໍ່ສະເພາະແຕ່ການເກັບອອມ ແຕ່ລວມໄປເຖິງການຄວບຄຸມຄ່າໃຊ້ຈ່າຍຕ່າງໆ, ຫາວຽກເຮັດເສີມ ແລະ ເຮັດກະສິກຳແບບພໍພຽງໄປນຳ.

ສວນພໍ່ຄຳໄລ

ພໍ່ຄຳໄລ ບ້ານ ໂພນແກ້ວ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ ບອກວ່າ ເນື່ອງຈາກເພິ່ນເອງມີພື້ນທີ່ດິນທີ່ສາມາດປູກພືດຜັກສວນຄົວໄດ້ ຈຶ່ງໄດ້ປຽບຜູ້ທີ່ບໍ່ມີ ເຊິ່ງມັນກໍເປັນອີກວິທີໜຶ່ງທີ່ເຮັດໃຫ້ເພິ່ນ ສາມາດຫຼຸດຄ່າໃຊ້ຈ່າຍພາຍໃນຄອບຄົວໄດ້ເປັນຢ່າງດີ ເພາະບໍ່ຕ້ອງອອກຕະຫຼາດ, ນອກຈາກນີ້ ການເຮັດສວນ ຍັງສາມາດນຳຜົນຜະລິດທີ່ປູກເຫຼືອກິນ ໄປຂາຍຕາມເຂດບ້ານພໍໄດ້ເງິນເກັບ ມື້ລະ 10.000 – 20.000 ກີບ.

ພາບປະກອບ

ນອກຈາກນີ້ ເພິ່ນກໍຍັງລ້ຽງເປັດ-ລ້ຽງໄກ່ ໄວ້ກິນເອງ ເພື່ອຫຼຸດການຊື້ອາຫານຈາກຕະຫຼາດ, ຊອກຫາຢູ່ຫາກິນຕາມທຳມະຊາດ ເຊັ່ນ: ຫາໜໍ່ໄມ້ມາໄວ້ຕົ້ມ, ແກງ, ຊຸບ ແລະ ເຮັດໜໍ່ຖົງເກັບໄວ້ກິນໄດ້ດົນນຳອີກ, ແຕ່ຖ້າຈຳເປັນຕ້ອງໄດ້ອອກຕະຫຼາດແທ້ໆ ກໍຈະຊື້ແຕ່ແນວທີ່ຈຳເປັນ, ງົດການອອກເຮືອນ ເພື່ອຫຼຸດສີ່ງທີ່ລໍ້ຕາລໍ້ໃຈ ແລ້ວເຮັດໃຫ້ເສຍເງິນ.

ສ່ວນຄອບຄົວຂອງ ນາງ ຫຼ້າ ຢູ່ບ້ານ ຊຳເກດ, ເມືອງ ໄຊທານີ ກໍເປັນອີກຄອບຄົວ  ໜຶ່ງທີ່ມີວິທີປະຍັດ ໂດຍການເລືອກເຄື່ອງທີ່ຈະຊື້ໃຫ້ດີໆກ່ອນ ຈຶ່ງຊື້, ຕ້ອງສົມທຽບລາຄາຂອງແຕ່ລະບ່ອນ ເຊັ່ນ ການຈະຊື້ເຄື່ອງໃຊ້ໃນຄົວເຮືອນແຕ່ລະອັນ ກໍຕ້ອງຄິດໄລ່ຄວາມຄຸ້ມຄ້າຂອງສິ່ງນັ້ນວ່າ ຈະໄດ້ໃຊ້ຢ່າງຄຸ້ມຄ່າ ຫຼື ບໍ່ຈຶ່ງຕັດສິນໃຈຊື້. ສຳລັບໃນຊ່ວງທີ່ເພິ່ນແປງເຮືອນໃໝ່ ການເຈາະນ້ຳບາດານໃຊ້ ກໍເປັນອີກວິທີໜຶ່ງທີ່ບໍ່ຕ້ອງເສຍເງິນຄ່ານ້ຳປະປາເພີ່ມ.

ອີກວິທີໜຶ່ງ ແມ່ນການຊື້ວັດຖຸດິບອາຫານມາແຕ່ງກິນເອງພາຍໃນຄອບຄົວ ເຊິ່ງມັນກໍສາມາດປະຍັດຄ່າໃຊ້ຈ່າຍໄດ້ຫຼາຍກວ່າຊື້ແນວກິນສຸກມາກິນ ໂດຍສະເພາະຄອບຄົວໃຫຍ່ທີ່ມີຫຼາຍຄົນ ແລະ ສຳລັບຄົນເຮັດວຽກທີ່ເຄີຍຊື້ເຂົ້າກິນທຸກມື້ ລອງມາແຕ່ງອາຫານໄປກິນເອງຢູ່ບ່ອນເຮັດວຽກ ຫຼື ຫ້ອງການ ກໍຈະສາມາດເຮັດໃຫ້ເຮົາປະຍັດເງິນໄດ້ຫຼາຍກວ່າ.

ສ່ວນການຈົດບັນທຶກລາຍຈ່າຍຂອງແຕ່ລະເດືອນ ກໍເປັນອີກວິທີໜຶ່ງທີ່ຕິດຕາມການໃຊ້ຈ່າຍຂອງເຮົາ ແລະ ຄົນໃນຄອບຄົວ ວ່າແຕ່ລະເດືອນເຮົາຊື້ເຄື່ອງໄປຄຸ້ມຄ່າບໍ່ ຫຼື ເກີນເປົ້າໝາຍ ແລ້ວຈຶ່ງມາຕັດສິ່ງທີ່ບໍ່ຈຳເປັນອອກໃນເດືອນຕໍ່ໄປ.

ສິ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ ອາດເປັນວິທີການປະຢັດຂອງແຕ່ລະຄົນ ແຕ່ລະຄອບຄົວ ແລ້ວທ່ານເດ! ມີວິທີການປະຍັດແບບໃດ? ເພື່ອໃຫ້ເສດຖະກິດໃນຄອບຄົວດີຂຶ້ນ ເອົາມາແຊຣ໌ກັນເບິ່ງແດ່ເດີ້!!!.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.