Monday, April 21, 2025

ຈັບຕາເບິ່ງ ໂອມິຄຣອນ ສາຍພັນ BA.5! ລາມມາ 2 ປະເທດອາຊຽນແລ້ວ.

ພາຍຫຼັງທີ່ເດືອນ ພຶດສະພາ 2022 ທີ່ ປະເທດສິງກະໂປ ກວດພົບ ໂຄວິດ-19 ໂອມິຄຣອນກາຍພັນ ສາຍພັນ BA.5, ຈົນມາຮອດເດືອນ ມິຖຸນາ ກໍມີຜົນຢັ້ງຢືນ BA.5 ຈາກຟິລິບປິນອອກມາແລ້ວວ່າ ມີຜູ້ຕິດເຊື້ອພາຍໃນປະເທດແລ້ວ ແລະ ຍິ່ງໄປກວ່ານັ້ນ ລາຍງານອັດຕາການແຜ່ລະບາດໃນປະເທດ ຕາເວັນຕົກ ກໍເລີ່ມຢັ້ງຢືນຊັດເຈນວ່າ ສາຍພັນຕໍ່ໄປທີ່ຈະເຂົ້າມາແທນສາຍພັນເກົ່າກໍໜ້າຈະເປັນ BA.5 ນັ້ນເອງ.

ທັງນີ້, ຂໍ້ມູນຈາກທີມງານວິໄຈຂອງ ມະຫາວິທະຍາໄລ Oxford ປະເທດອັງກິດ ໄດ້ເຜີຍແຜ່ຜົນຂອງການສຶກສາກ່ຽວກັບລັກສະນະຂອງ ໄວຣັສ ໂຄວິດ-19 ສາຍພັນ Omicron BA.4 ແລະ BA.5 ໃນວາລະສານ ວິທະຍາສາດການແພດ Ceel ເມື່ອວັນທີ 8 ມິຖຸນາ 2022 ທີ່ຜ່ານມາວ່າ ສາຍພັນ BA.4 ແລະ BA.5 ນັ້ນ ມີການກາຍພັນທີ່ເປືອກນອກຫຼາຍຕຳແໜ່ງ ທີ່ຕ່າງຈາກສາຍພັນກ່ອນໜ້ານີ້ທັງໝົດ ແລະ ຍັງຕ່າງຈາກ BA.1 ແລະ BA.2 ທີ່ເຄີຍລະບາດມາກ່ອນໜ້ານີ້, ເຊິ່ງນັ້ນກໍ່ໝາຍຄວາມວ່າ ບໍ່ວ່າຜູ້ໃດທີ່ເຄີຍຕິດເຊື້ອສາຍພັນເກົ່າ ຫຼື ສັກວັກຊີນເຂັມທີ 3 ໄປແລ້ວ ກໍຍັງສາມາດຕິດເຊື້ອ BA.5 ໄດ້ອີກ.

ບໍ່ພຽງແຕ່ເທົ່ານັ້ນ, ທັງ BA.4 ແລະ BA.5ມີອັດຕາການແຜ່ລະບາດທີ່ໄວກວ່າສາຍພັນເກົ່າ ໂດຍສ່ວນໜຶ່ງເປັນເພາະວ່າ ມັນສາມາດຫຼົບຫຼີກພູມຄຸ້ມກັນໄດ້ຫຼາຍກວ່າເກົ່າ ທັງພູມທີ່ເກີດຂຶ້ນຈາກການສັກວັກຊີນ ແລະ ພູມທີ່ເກີດຫຼັງຈາກຕິດເຊື້ອສາຍພັນກ່ອນໜ້າ ແລະ ອີກສ່ວນໜຶ່ງ ກໍເປັນເພາະວ່າມັນບໍ່ຄ່ອຍຈະສະແດງອາການອອກມາ ແລະ ອາການບໍ່ຮຸນແຮງ, ເຮັດໃຫ້ຜູ້ທີ່ແຜ່ເຊື້ອບໍ່ຮູ້ໂຕ, ນອກຈາກນີ້ ຍັງດື້ຕໍ່ຢາ Antibody ທີ່ໃຊ້ປິ່ນປົວຫຼາຍຂຶ້ນອີກດ້ວຍ, ເຊິ່ງສິ່ງທີ່ບັນດາແພດທົ່ວໂລກກັງວົນ ຈຶ່ງບໍ່ແມ່ນອາການປ່ວຍໜັກ ແຕ່ເປັນອາການທີ່ເກີດຈາກ Long COVID ເຊິ່ງເຮັດໃຫ້ຜູ້ປ່ວຍອ່ອນແອ ແລະ ຕິດເຊື້ອອື່ນໆ ໄດ້ງ່າຍໃນໄລຍະຍາວ.

ທັງນີ້, ກະຊວງສາທາລະນະສຸກ ປະເທດສິງກະໂປ ເຊື່ອວ່າ ໂຄວິດ-19 ສາຍພັນ BA.5 ອາດຈະເຂົ້າມາແຜ່ລະບາດໃນປະເທດສິງກະໂປຮອບໃໝ່ໃນເດືອນ ກໍລະກົດ-ສິງຫາ 2022 ແລະ ໄດ້ສັ່ງການກຽມປ້ອງກັນໄວ້ແລ້ວ, ບໍ່ພຽງແຕ່ຜູ້ສູງອາຍຸ ແລະ ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ເທົ່ານັ້ນ ທີ່ຈັດຢູ່ໃນກຸ່ມສ່ຽງ ແຕ່ຜູ້ທີ່ໄດ້ຮັບວັກຊີນພຽງ 2 ເຂັມ ຫຼື ໜ້ອຍກວ່າ ກໍຖືວ່າເປັນອີກກຸ່ມໜຶ່ງ ທີ່ສ່ຽງປ່ວຍໜັກໄດ້ເຊັ່ນກັນ.

ສຳລັບປະເທດລາວ ທີ່ມີລາຍງານການສັກວັດຊີນຄົບ 2 ເຂັມປະມານ 69% ຂອງປະຊາກອນ ແລະ ມີທ່າອ່ຽງການເຂົ້າຮັບວັກຊີນຕ່ຳລົງເລື້ອຍໆ ແຕ່ແຕ່ເດືອນ ເມສາ ທີ່ຜ່ານມາ (ອ້າງອີງຂໍ້ມູນຈາກ ourworldindata.org) ຈຶ່ງໄວ້ວາງໃຈບໍ່ໄດ້ວ່າ ຖ້າມີການແອຜ່ລະບາດຂອງສາຍພັນ BA.5 ເຂົ້າມາໃນປະເທດ ຈະສົ່ງຜົນກະທົບແນວໃດ?.

ນອກຈາກນີ້, ລາຍງານຈາກກົມຄວບຄຸມໂຣກ ປະເທດໄທ ຍັງສະແດງໃຫ້ເຫັນອີກວ່າ ຈັງຫວັດຂອງໄທ ທີ່ມີຊາຍແດນຕິດກັບ ຫຼາຍແຂວງຂອງ ລາວ ເຊັ່ນ ບຶງການ, ໜອງບົວລຳພູ, ເລີຍ, ໜອງຄາຍ ແລະ ມຸກດາຫານ ກໍມີປະລິມານຜູ້ເຂົ້າຮັບວັກຊີນເຂັມທີ 3 ໜ້ອຍກວ່າຜູ້ສັກວັກຊີນເຂັມທີ 2 ເຖິງເຄິ່ງໜຶ່ງ ເຊິ່ງຈະເຮັດໃຫ້ພູມຕ້ານທານສາຍພັນ BA.5 ຕ່ຳລົງເຊັ່ນດຽວກັນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.