ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄົນເຮົາທຸກຄົນ ມີເວລາເທົ່າກັນ, ແຕ່ບາງຄົນໃຊ້ເວລາເສຍໄປຖິ້ມໆຊື່ໆ ໂດຍທີ່ບໍ່ເກີດປະໂຫຍດຫຍັງ ແລ້ວກໍບອກວ່າໂຕເອງບໍ່ມີເວລາ; ມື້ນີ້ ອິນໄຊລາວ ມີວິທີ ທີ່ຈະເຮັດໃຫ້ເຈົ້າບໍລິຫານຈັດການເວລາໄດ້ຢ່າງຖືກວິທີ, ມີເວລາໃຫ້ກັບຊີວິດຫຼາຍຂຶ້ນ ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນນຳອີກ.

ພາບປະກອບ

ເຮົາຄວນບໍລິຫານເວລາແບບໃດໃຫ້ເໝາະສົມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ຕື່ນນອນແຕ່ເຊົ້າ.

 ແນ່ນອນວ່າເມື່ອເຮົາຕື່ນນອນແຕ່ເຊົ້າ ເຮົາຈະມີເວລາເຮັດວຽກຫຼາຍກວ່າຄົນອື່ນ ມີເວລາວາງແຜນຊີວິດຫຼາຍຂຶ້ນ ແຕ່ຈະຕື່ນເຊົ້າພຽງໃດ ກໍຂຶ້ນຢູ່ກັບການຈັດເວລາຂອງແຕ່ລະຄົນ ນອກຈາກນີ້, ການຕື່ນເຊົ້າຍັງເຮັດໃຫ້ເຮົາສາມາດຈັດການຊີວິດສ່ວນຕົວ ຢ່າງມີຄຸນນະພາບ ບໍ່ວ່າຈະເປັນການໄດ້ກິນເຂົ້າເຊົ້າ, ການເດີນທາງໄປວຽກແບບສະບາຍສະບາຍ ຫຼື ການອອກກຳລັງກາຍ ເປັນຕົ້ນ.

  • ຈັດຕາຕະລາງເວລາ.

ລອງຄິດເບິ່ງວ່າໃນໜຶ່ງມື້ເຈົ້າຈະຕ້ອງເຮັດຫຍັງແດ່ ແລ້ວຂຽນກິດຈະກຳຕ່າງໆທີ່ເຮົາຈະເຮັດລົງໄປໃນແຕ່ລະຊ່ວງເວລາ ໂດຍຈັດວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນໄວ້ໃນຍາມເຊົ້າ ແລະ ວາງວຽກອື່ນໆ ໄວ້ຊ່ວງຕອນສວາຍ ກໍຈະຊ່ວຍໃຫ້ເຈົ້າສາມາດຈັດການເລື່ອງລາວຕ່າງໆ ໄດ້ງ່າຍຂຶ້ນ ອີກທັງຍັງບໍ່ເຮັດໃຫ້ເຈົ້າພາດທຸກວຽກສຳຄັນ ຄ້າຍໆຄືການຈັດຕາຕະລາງຮຽນນັ້ນແຫຼະ.

  • ຈັດອັນດັບຄວາມສຳຄັນ.

ເມື່ອເຮົາມີລາຍການທີ່ຕ້ອງເຮັດຢູ່ໃນມືແລ້ວ ສິ່ງທີ່ຕ້ອງເຮັດຕໍ່ໄປກໍຄື ນຳລາຍການເຫຼົ່ານັ້ນມາຈັດລຽງຕາມຄວາມສຳຄັນຈາກຫຼາຍໄປຫານ້ອຍ ແລະ ມີວຽກໃດທີ່ຕ້ອງເຮັດຕໍ່ເນື່ອງເພື່ອເຮັດໃຫ້ຕົວເຈົ້າເອງຮູ້ວ່າ ແຕ່ລະວຽກຕ້ອງໃຊ້ເວລາໜ້ອຍຫຼາຍປານໃດ ແລະ ຄວນຈະທຸ້ມແຮງໃຫ້ກັບວຽກນັ້ນສ່ຳໃດ.

  • ເຮັດວຽກທີ່ຍາກກ່ອນ.

ບາງຄົນມັກຈະເຮັດວຽກງ່າຍກ່ອນເຮັດວຽກຍາກ ເພາະວຽກງ່າຍອາດຈະໃຊ້ເວລາໜ້ອຍ ແລະ ບໍ່ຕ້ອງໃຊ້ຄວາມຄິດຫຍັງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ເຈົ້າຄວນຈະເຮັດວຽກຍາກໃຫ້ແລ້ວກ່ອນ ເພາະຫຼັງຈາກວຽກນັ້ນຈົບລົງເຈົ້າກໍຈະຮູ້ສຶກຜ່ອນຄາຍສະບາຍໃຈ ເຮັດໃຫ້ມີເຫື່ອແຮງເຮັດວຽກຫຼາຍຂຶ້ນ.

  • ໃຫ້ເວລາກັບສິ່ງທີ່ຮັກ.

ການແບ່ງເວລາໃຫ້ກັບສີ່ງທີ່ເຈົ້າຮັກ ຖືໄດ້ວ່າມີຄວາມສຳຄັນເຊັ່ນດຽວກັນ ເພາະສິ່ງຕ່າງໆ ເຫຼົ່ານີ້ ຈະຊ່ວຍໃຫ້ຊີວິດຂອງເຈົ້າມີຄຸນຄ່າ ແລະ ເຈົ້າຈະຮູ້ວ່າຊີວິດຂອງເຈົ້າມີຄວາມໝາຍຫຼາຍເທົ່າໃດ.

  • ຊ່ວງເວລາແຫ່ງການອອກກຳລັງກາຍ

ຫຼາຍຄົນມັກຈະອ້າງວ່າບໍ່ມີເວລາອອກກໍາລັງກາຍໃນແຕ່ລະມື້ ແຕ່ຖ້າເຈົ້າແບ່ງເວລາພຽງ 30 ນາທີ ມາອອກກໍາລັງກາຍເລັກນ້ອຍ ເພື່ອໃຫ້ຕົນເອງມີສຸຂະພາບດີ ໂດຍໃຊ້ໄລຍະເວລາບໍ່ດົນ.

ແນວໃດກໍຕາມ ການທີ່ເຮົາມັກຈົ່ມວ່າ ບໍ່ມີເວລາ ສາເຫດສ່ວນໜຶ່ງອາດເກີດມາຈາກການບໍລິຫານເວລາແບບຜິດໆ ຈຶ່ງເຮັດໃຫ້ການໃຊ້ຊີວິດວຸ້ນວາຍ ແລະ ເຮັດວຽກໄດ້ແບບບໍ່ໄດ້ຄຸນນະພາບເທົ່າທີຄວນ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້