Monday, March 24, 2025

ນັກສຶກສາຈົບໃໝ່! ຄວນປັບໂຕແນວໃດ ເພື່ອໃຫ້ເຂົ້າກັບສັງຄົມແຮງງານ

ການທີ່ເຮົາຕ້ອງອອກມາພົບກັບສັງຄົມທີ່ເຮົາບໍ່ຄຸ້ນເຄີຍ ໃນການເຮັດວຽກໃໝ່ໆ ເຊື່ອວ່າຫຼາຍຄົນກໍຕ້ອງກັງວົນບໍ່ຫຼາຍກໍໜ້ອຍ ແຕ່ເມື່ອເຮົາຈະເລີ່ມເຂົ້າໄປສັງຄົມແຮງງານແລ້ວ ແລະ ພ້ອມທີ່ຈະເຮັດວຽກນັ້ນແລ້ວ ກໍຕ້ອງກ້າວຕໍ່ໄປ ເຊິ່ງຈະຢູ່ໄດ້ແນ່ນອນຖ້າເຮັດຕາມເຄັດລັບຕໍ່ໄປນີ້.

ຕ້ອງມີຄວາມສຸພາບ

ຄວາມສຸພາບ ມີມາລະຍາດ ໄດ້ໃຈໄປກວ່າເຄິ່ງໜຶ່ງ ເຊັ່ນດຽວກັນກັບການເລີ່ມຕົ້ນຄວາມສຳພັນດີໆ ກັບເພື່ອນຮ່ວມງານໃຫມ່ ເມື່ອຢາກທຳຄວາມຮູ້ຈັກກໍຄວນເຂົ້າຫາດ້ວຍຄວາມສຸພາບ ແລະ ສະແດງຄວາມຈິງໃຈໃຫ້ກັບອີກຝ່າຍ ຫາກເຮົາເຂົ້າຫາແບບນີ້ ເຊື່ອໄດ້ເລີຍວ່າ ໃຜໆ ກໍຍິນດີຕ້ອນຮັບ ແລະ ພ້ອມໃຫ້ຄວາມຊ່ວມເຫຼືອຢູ່ສະເໝີ.

ໂດຍສະເພາະມາລະຍາດ ແລະ ການໃຫ້ຄວາມເຄົາລົບຕໍ່ຜູ້ໃຫຍ່ໃນອົງກອນ ກໍມີສ່ວນຊ່ວຍໃຫ້ເຮົາເຕີບໂຕໃນໜ້າທີ່ການງານໄດ້ ໃຫ້ຮັກສາມາລະຍາດ ແລະ ເວົ້າຈາຢ່າງລະມັດລະວັງຢູ່ຕະຫຼອດເວລາ.

ຄວນຮັບຟັງຄຳຕຳນິຈາກຄົນອື່ນ

ເພາະການເຮັດວຽກໃນສັງຄົມແຮງງານ ເປັນສັງຄົມທີ່ນັກສຶກສາຈົບໃໝ່ບໍ່ຄຸ້ນເຄີຍ ເພາະສະນັ້ນ ການທີ່ເຮົາເຫັນໂຕເອງເປັນຈຸດສູນກາງບໍ່ດີປານໃດ ສຳລັບການເຮັດວຽກໃນສັງຄົມແຮງງານ, ເພາະເພື່ອນຮ່ວມງານອາດຈະຮູ້ສຶກບໍ່ດີກັບເຮົາກໍໄດ້, ໃນຊ່ວງເລີ່ມຕົ້ນ ແນະນຳໃຫ້ໝັ່ນສັງເກດແນວທາງໃນການເຮັດວຽກຂອງເພື່ອນຮ່ວມງານ ວ່າເຂົາເຮັດວຽກແນວໃດ, ສື່ສານກັນແບບໃດ ແລະ ໃຊ້ເຄື່ອງມືຫຍັງແນ່ ເພື່ອທີ່ເຮົາຈະບໍ່ໄດ້ຕາມຫຼັງ ແລະ ບໍ່ເຮັດຜິດພາດໃນໜ້າທີ່ວຽກງານ ໂດຍເຮົາຈະຕ້ອງຮັບຟັງຄຳແນະນຳເພີ່ມເຕີມຈາກເພື່ອນຮ່ວມງານ ຫຼື ເພື່ອນຮ່ວມງານທີ່ຢູ່ອ້ອມຂ້າງ ເຊິ່ງຈະຊ່ວຍໃຫ້ເຮົາປັບໂຕໄດ້ໄວຂຶ້ນ.

ສ້າງມິດ ແລະ ເປີດໃຈໃຫ້ຄົນອື່ນໆ

ເມື່ອເຂົ້າໄປເປັນສະມາຊິກໃໝ່ ເຮົາຕ້ອງຮູ້ຈັກການຜູກມິດກັບເພື່ອນຮ່ວມງານທີ່ຢູ່ມາກ່ອນເອົາໄວ້ ຢ່າງໜ້ອຍເຮົາກໍຄວນທີ່ຈະຕ້ອງຮູ້ຈັກຊື່ ເພື່ອໃນອະນາຄົດອາດຈະໄດ້ເຮັດວຽກຮ່ວມກັນ ຈະໄດ້ໄປຫາຖືກຄົນ ແຕ່ເຮົາກໍບໍ່ຮູ້ວ່າໃຜເປັນມິດ ຫຼື ບໍ່ເປັນມິດ ເຮົາກໍຄວນເປີດໃຈໃຫ້ກັບທຸກຄົນ ແລະ ຮຽນຮູ້ນິດໃສ, ຄວາມມັກ ຂອງແຕ່ລະຄົນໄວ້ ຫາກຮູ້ສຶກສາວ່າໄປກັນບໍ່ໄດ້ແທ້ໆ ກໍບໍ່ເປັນຫຍັງ ຢ່າງໜ້ອຍເຮົາກໍເປັນເພື່ອນຮ່ວມງານທີ່ດີ.

ພ້ອມຮຽນຮູ້ສິ່ງໃໝ່ໆ

ການເລີ່ມຕົ້ນສິ່ງໃໝ່ ເຖິງວ່າເຮົາຈະມີຄວາມຮູ້ຄວາມສາມາດ ແຕ່ຢ່າປະມາດເດັດຂາດ ເພາະວັດທະນາທຳຂອງແຕ່ລະສັງຄົມ ແຕ່ລະອົງກອນແຕກຕ່າງກັນ ດັ່ງນັ້ນ ເຮົາຕ້ອງບໍ່ຢຸດທີ່ຈະຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ເພື່ອຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແລະ ຕາມທັນຍຸກສະໄໝທີ່ພັດທະນາໄປເລື້ອຍໆ, ຫາກເຮົາເປີດໃຈຮັບສິ່ງໃໝ່ໆ ຈະເຮັດໃຫ້ເຮົາມີທັກສະເພີ່ມເຕີມຫຼາຍຂຶ້ນ ຈາກທີ່ມີຢູ່ແລ້ວ ຫຼື ອາດໄດ້ທັກສະໃໝ່ໆ ທີ່ບໍ່ເຄີຍຮູ້ມາກ່ອນ ເຊິ່ງຈະຊ່ວຍໃຫ້ເຮົາມີໂອກາດພັດທະນາ ໃນໜ້າທີ່ການງານຫຼາຍຂຶ້ນ.

ມີຄວາມຮັບຜິດຊອບ

ການມີຄວາມຮັບຜິດຊອບ ເປັນຄຸນນະສົມບັດທີ່ທຸກຄົນຈະຕ້ອງມີ ໂດຍສະເພາະ ຄົນໃນໄວເຮັດວຽກ ເຖິງວ່າຊ່ວງຕົ້ນເຮົາອາດຈະບໍ່ຄຸ້ນເຄີຍກັບສະຖານທີ່, ຜູ້ຄົນໃໝ່ໆ ຫຼື ຂອບເຂດຂອງງານ ກໍຍັງພໍເຂົ້າໃຈໄດ້ໃນຊ່ວງທຳອິດ ແຕ່ກໍພະຍາຍາມຢ່າເປັນແບບນີ້ດົນ ເພາະຜູ້ວ່າຈ້າງກໍອາດຈະຕ້ອງຄາດຫວັງງານທີ່ສົມບູນຢູ່ແລ້ວຈຶ່ງຈ້າງເຮົາມາເຮັດໜ້າທີ່ນີ້, ພະຍາຍາມເວົ້າ ແລະ ທຳຄວາມເຂົ້າໃຈເລື່ອງຂອບເຂດຂອງງານກັນເພື່ອນຮ່ວມງານຫຼາຍໆ ເພື່ອໃຫ້ຮູ້ຂອບເຂດຂອງງານທີ່ຊັດເຈນ ຢ່າປ່ອຍໃຫ້ເກີດຂໍ້ຜິດພາດ ຫຼື ຄວາມຊັກຊ້າຂອງງານເກີດຂຶ້ນ ຫາກບໍ່ເຂົ້າໃຈສ່ວນໃດຂອງງານ ໃຫ້ຖາມຫົວໜ້າງານ ຫຼື ເພື່ອນຮ່ວມງານໃຫ້ຊັດເຈນຕັ້ງແຕ່ມື້ທຳອິດວ່າ ຂອບເຂດຮັບຜິດຊອບເຮົາມີຫຍັງແນ່ ແລະ ບໍລິຫານເວລາໃນການເຮັດວຽກໃຫ້ດີ ເພື່ອໃຫ້ເກີດຂໍຜິດພາດໜອຍທີ່ສຸດ.

ໝັ່ນຕິດຕາມຜົນງານ

ເຖິງເຮົາຈະຕັ້ງໃຈເຮັດວຽກ ແລະ ມີຄວາມຮັບຜິດຊອບຈະຊ່ວຍໃຫ້ງານສຳເລັດ ແຕ່ການຕິດຕາມຜົນງານທີ່ຢູ່ລະຫວ່າງການດຳເນີນການຂັ້ນຕອນອື່ນ ກໍຈະສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ການຕິດຕາມງານແບບນີ້ຈະຊ່ວຍໃຫ້ເພື່ອນຮ່ວມງານກວດເບິ່ງຂໍ້ຜິດພາດ ຫຼື ຈຸດທີ່ຕ້ອງການໃຫ້ເພີ່ມເຕີມໄດ້ໃຫ້ທັນທ່ວງທີ ເພາະຫາກເກີດຂໍ້ຜິດພາດຂຶ້ນກໍອາດຈະເກີດຜົນເສຍກັບງານໄດ້.

ການເລີ່ມຕົ້ນສິ່ງໃໝ່ເປັນຈຸດເລີ່ມຕົ້ນຂອງນັກສຶກສາທຸກຄົນ ແລະ ຄົນເຮົາສາມາດເລີ່ມຕົ້ນໃໝ່ໄດ້ທຸກຄັ້ງ ລວມທັງຜູ້ທີ່ກຳລັງຈະປ່ຽນງານ ໃນຊ່ວງທຳອິດມັນອາດຈະຢາກ ແຕ່ຖ້າເຮົາປັບໂຕໄດ້ ກໍຈະເຮັດໃຫ້ສິ່ງຕ່າງໆ ງ່າຍຂຶ້ນ ແລະ ຍັງເປັນການພັດທະນາໃຫ້ເກັ່ງຂຶ້ນໂດຍທີ່ເຮົາອາດບໍ່ຮູ້ໂຕກໍໄດ້ ເພາະສະນັ້ນ ຢ່າໄປຢ້ານທີ່ຈະເລີ່ມຕົ້ນໃໝ່.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.