Thursday, March 20, 2025

ຫຼາຍສິ່ງທີ່ທ່ານຄວນເຮັດ ກ່ອນຮອດອາຍຸ 30 ປີ.

ຢູ່ໃນປະເທດລາວ ຜູ້ທີ່ຢູ່ໃນຊ່ວງອາຍຸ 20-30 ປີ ຖືວ່າເປັນຊ່ວງໄລຍະເວລາທີ່ສຳຄັນຂອງຊີວິດ ໃນການເຂົ້າສູ່ໄວເຮັດວຽກຢ່າງເຕັມໂຕ ມີເງິນເດືອນ, ມີສັງຄົມ ແລະ ເພື່ອຮ່ວມງານກຸ່ມໃໝ່ ເຊິ່ງເປັນຊ່ວງເວລາທີ່ທ້າທາຍ ແລະ ອາດຈະເຮັດໃຫ້ຫຼາຍຄົນຮູ້ສຶກກັງວົນໄປໃນຂະນະດຽວກັນ.

ໂດຍສິ່ງທີ່ເຮົາຄວນຈະມີ ກ່ອນຮອດອາຍຸ 30 ປີ ອາດຈະບໍ່ແມ່ນພຽງແຕ່ມີເງິນເກັບ ຫຼື ມີຊັບສິນຫຼາຍເທົ່ານັ້ນ, ແຕ່ຍັງລວມໄປເຖິງມຸມມອງຊີວິດ, ປະສົບການລະຫວ່າງການດຳລົງຊີວິດ ແລະ ທັດສະນະຄະຕິທີ່ຈະຊ່ວຍພັດທະນາຕົວເອງ ໃຫ້ເດີນທາງຂ້າມຜ່ານຊ່ວງເວລາເຮົາອາຍຸ 30 ປີ ໄປດ້ວຍດີ.

ຕໍ່ໄປນີ້ ແມ່ນສິ່ງທີ່ທ່ານຄວນເຮັດກ່ອນອາຍຸ 30 ປີ.

  • ຫາປະສົບການໃນການເຮັດວຽກຕ່າງໆ: ນອກຈາກວຽກປະຈຳ ເພື່ອໃຫ້ເຮົາມີທັກສະຕິດໂຕຫຼາຍກວ່າ 1 ຢ່າງ.
  • ເລືອກວຽກທີ່ເຮັດໃຫ້ເຮົາເຕີບໃຫຍ່ໃນສາຍວຽກນີ້ຕໍ່ໄປໄດ້ ແລະ ເໝາະກັບໂຕເອງ.
  • ເກັບກ່ຽວຄວາມຮູ້ຈາກຜູ້ທີ່ມີປະສົບການຫຼາຍກວ່າ: ແລະ ຢ່າອາຍທີ່ຈະສົງໄສດ້ວຍການຮຽນຮູ້ຈາກເພື່ອຮ່ວມງານທີ່ມີປະສົບການໃນດ້ານທີ່ແຕກຕ່າງຈາກໂຕເອງ.
  • ລົງທຶນກັບການຮຽນຮູ້ເດືອນລະເທື່ອ: ອາດຈະເລີ່ມຕົ້ນຈາກຄອຣ໌ດຮຽນຟຣີຂອງ ມະຫາວິທະຍາໄລຕ່າງໆ ຜ່ານທາງອອນລາຍ ເຊິ່ງຈະເຮັດໃຫ້ທ່ານມີຄວາມຮູ້ເພີ່ມຂຶ້ນ.
  • ຕ້ອງ Work Smart ບໍ່ແມ່ນ Work Hard: ການທີ່ເຮົາເຮັດວຽກໜັກຈົນເຮັດໃຫ້ຊີວິດມ່ວນຊື່ນໜ້ອຍລົງ ອາດຈະບໍ່ແມ່ນຄຳຕອບທີ່ດີ ເພາະການຈັດການທຸກຢ່າງໃຫ້ສອດຄ່ອງກັນໄດ້ ຈະຊ່ວຍໃຫ້ເຮົາໃຊ້ຊີວິດໄດ້ມີຄວາມສຸກ.
  • ໃຊ້ເງິນເພື່ອປະສົບການຊີວິດ: ບໍ່ແມ່ນໃຊ້ເພື່ອຊື້ຂອງຟຸມເຟືອຍ.
  • ເລີ່ມທ້ອນເງິນ ເພື່ອກຽມໄວ້ສຳລັບອະນາຄົດ: ທ່ານອາດເລີ່ມຕົ້ນທ້ອນເງິນດ້ວຍອັດຕາສ່ວນນ້ອຍໆ ຈັກ 20% ຂອງເງິ່ນເດືອນ ຖ້າເກັບໄດ້ຈຳນວນໜຶ່ງ ລອງສຶກສາການລົງທຶນທີ່ປອດໄພ ແລະ ໃຫ້ຜົນຕອບແທນດ້ວຍສັດສ່ວນທີ່ເໝາະສົມ ແລະ ຢ່າລືມແບ່ງເງິນເກັບ ຈາກການລົງທຶນບາງສ່ວນໄວ້ຝາກປະຈຳ ເພື່ອສຳຮອງເງິນສົດໄວ້ຍາມສຸກເສີນ.
  • ໃຊ້ເວລາຂອງໂຕເອງໃຫ້ສະຫຼາດຂຶ້ນ: ເຊັ່ນ ຈາກປົກກະຕິທ່ານມັກໄປຊຸມແຊວກັບໝູ່ເກືອບທຸກມື້ ອາດຈະປ່ຽນເປັນ ອາທິດລະຄັ້ງແທນ.
  • ເລືອກຄົນຮັກໃຫ້ດີ ແລະ ຮອບຄອບ: ຖ້າທ່ານມີຄົນຮັກທີ່ບໍ່ເຂົ້າໃຈກັນມີປັນຫາກັນຕະຫຼອດ ສ່ວນນີ້ ອາດຈະເຮັດໃຫ້ຊີວິດເຮົາເມື່ອຍກວ່າເກົ່າ.
  • ເລືອກຄົບໝູ່: ໃຊ້ເວລາກັບຄົນທີ່ມີຄວາມສຳຄັນກັບເຮົາແທ້ໆ ຫຼີກຫຼ່ຽງຄົນທີ່ມັກສ້າງບັນຫາໃຫ້ກັບເຮົາ ແລະ ຄົນອ້ອມຂ້າງ.
  • ຢ່າລືມຫາເວລາອອກກຳລັງກາຍ ແລະ ເບິ່ງແຍງໂຕເອງຕັ້ງແຕ່ອາຍຸຍັງນ້ອຍໆ.
  • ຮຽນຮູ້ທີ່ຈະ “Let It Go” ປ່ອຍສິ່ງຕ່າງໆໃຫ້ມັນຜ່ານໄປ ເພາະຊີວິດເຮົາບໍ່ສາມາດຄວບຄຸມໄດ້ໝົດທຸກຢ່າງ ເຊິ່ງທ່ານຈຳເປັນຕ້ອງປ່ອຍໃຫ້ມັນເປັນໄປແດ່.
  • ລອງເຮັດສິ່ງໃໝ່ໆ: ເປັນຕົ້ນແມ່ນສິ່ງທີ່ທ້າທາຍສຳລັບໂຕເຮົາ ຫຼື ເປັນສິ່ງທີ່ທ່ານເຄີຍຢ້ານທີ່ຈະເຮັດເຊັ່ນ ລອງແພັກເຄື່ອງໄປທ່ຽວຄົນດຽວລອງເບິ່ງ.
  • ວາງເປົ້າໝາຍຊີວິດ: ເບິ່ງວ່າໃນອະນາຄົດຊີວິດໂຕທ່ານເອງຈະຢູ່ຈຸດໃດ ແລະ ຈະໄປເຖິງຈຸດນັ້ນໄດ້ແນວໃດ.
  • ຮຽນຮູ້ທີ່ຈະເປັນຜູ້ໃຫ້ຫຼາຍກວ່າຜູ້ຮັບ: ເພາະສິ່ງນີ້ ຈະຊ່ວຍເຕີມເຕັມຄວາມຮູ້ສຶກເຮົາໄດ້ຫຼາຍກວ່າເປັນຜູ້ຮັບ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.