Saturday, April 26, 2025
Kbank Laos โอน รับ จ่าย

5 ຍຸດທະສາດ ຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມຜະລິດພາຍໃນ

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດຫຼາຍນິຕິກຳ ແລະ ວາງມາດຕະການຕ່າງໆອອກມາໃນແຕ່ລະໄລຍະ ໃນນີ້ໄດ້ວາງ 5 ຍຸດທະສາດ ເພື່ອຄຸ້ມຄອງລາຄາສິນຄ້າທີ່ນຳໃຊ້ໃນປັດຈຸບັນ ດັ່ງນີ້:

  1. ຍຸດທະສາດ ກອງທຶນຄັງແຮເຂົ້າ: ຊຶ່ງກອງທຶນດັ່ງກ່າວຈະນຳໃຊ້ເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫຼື ຂາຍໃນລາຄາແຊກແຊງ ໃນເວລາທີ່ເຂົ້າສານມີການເໜັງຕີງສູງຂຶ້ນ ເກີນເພດານທີ່ລັດກຳນົດໄວ້. ການສ້າງຄັງແຮເຂົ້າ ຖືວ່າມີຄວາມຈຳເປັນ ຊຶ່ງລັດຖະບານກໍໄດ້ເລັງເຫັນຄວາມສຳຄັນ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຊາດ.
  2. ຍຸດທະສາດ ການຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດຖືເປັນປະຈຳວັນ: ຊຶ່ງຂະແໜງ ອຄ ກໍໄດ້ຕິດຕາມສະພາບການສະໜອງສິນຄ້າ ແລະ ລາຄາສິນຄ້າຕາມທ້ອງຕະຫຼາດເປັນປະຈຳໃນແຕ່ລະວັນ ເພື່ອຮັບປະກັນການເໜັງຕີງລາຄາສິນຄ້າ ໃຫ້ໄປຕາມກົນໄກຕະຫຼາດ ແລະ ປ້ອງກັນການສວຍໂອກາດໃນທຸກຮູບແບບ.
  3. ຍຸດທະສາດ ການກຳນົດລາຄາສິນຄ້າຂາຍຍົກ-ຂາຍຍ່ອຍ, ການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ: ໂດຍສະເພາະສິນຄ້າໃນບັນຊີຄວບຄຸມ ຫຼື ບັນຊີສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ເຊັ່ນ: ເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄຂ່ ແລະ ປານິນ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການປະເພດດັ່ງກ່າວ ເກີນຄວາມເປັນຈິງ ດ້ານໂຄງສ້າງລາຄາ ບົນພື້ນຖານດຳລັດ 474/ນຍ ລົງວັນທີ 18/11/2010 ແລະ ຕາມລະບຽບການທີ່ກ່ຽວຂ້ອງ ຊຶ່ງໂຄງສ້າງລາຄາຂອງສິນຄ້າແຕ່ລະຊະນິດໃນບັນຊີທີ່ກ່າວມານັ້ນ ແມ່ນໄດ້ມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງລະອຽດ ເປັນຕົ້ນນັບແຕ່ຂອດຕົ້ນທຶນການຜະລິດ ຫຼື ການນຳເຂົ້າ, ມີການກຳນົດລາຄາຢ່າງຈະແຈ້ງ ນັບແຕ່ຂອດຂາຍຍົກ ຈົນຮອດຂອດຂາຍຍ່ອຍ ຖືວ່າຂອດສຸດທ້າຍ.
  4. ຍຸດທະສາດ ດັດສົມການສະໜອງສິນຄ້າ ແລະ ຄວາມຕ້ອງການ ຫຼື ແຜນດຸ່ນດ່ຽງ: ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ ເພື່ອປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນສິນຄ້າ ຫຼື ຂຶ້ນລາຄາ.
  5. ຍຸດທະສາດ ເຄື່ອງມືດ້ານນິຕິກຳ: ເປັນຕົ້ນນຳໃຊ້ມາດຕະການພາຍໃຕ້ດຳລັດ 474/ນຍ ຊຶ່ງເປັນເຄື່ອງມືທາງດ້ານນິຕິກຳທີ່ສຳຄັນໃນການຄຸ້ມຄອງລາຄາສິນຄ້າ.

ນອກຈາກນັ້ນ, ກະຊວງ ອຄ ກໍໄດ້ສຸມໃສ່ອຸດສາຫະກຳປຸງແຕ່ງທີ່ມີໜໍ່ແໜງ, ດຶງດູດການລົງທຶນ ແລະ ຊຸກຍູ້ການເຊື່ອມໂຍງ ເພື່ອການຜະລິດໄດ້ຂະຫຍາຍຕົວເພີ່ມຂຶ້ນ ແລະ ຕໍ່ເນື່ອງ ໂດຍເນັ້ນໃສ່ທ່າແຮງບົ່ມຊ້ອນໃນ 8 ອຸດສາຫະກຳ ແລະ ຫັດຖະກຳເປົ້າໝາຍ ທີ່ຈະສຸມໃສ່ຊຸກຍູ້ສົ່ງເສີມເປັນພິເສດ ຊຶ່ງສາມາດຫຼຸດຜ່ອນການນຳເຂົ້າໄດ້ຫຼາຍລ້ານໂດລາ

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.