ເຮັດແບບນີ້ ການຮຽນຈະດີຂຶ້ນ ແລະ ບໍ່ໜ້າເບື່ອ.

ໄລຍະນີ້ ເຖິງວ່າຈະເປັນຊ່ວງທີ່ສອບເສັງຈົບຊັ້ນ-ເລື່ອນຊັ້ນ ໄປແລ້ວກໍຕາມ ແຕ່ການຮ່ຳຮຽນນັ້ນບໍ່ມີມື້ສິ້ນສຸດ. ແຕ່ຖ້າເວົ້າເຖິງການຮຽນໃນຫ້ອງຮຽນແລ້ວ ເຊື່ອວ່າມີ ນັກຮຽນ-ນັກສຶກສາ ສ່ວນຫຼາຍມັກຈະບໍ່ສົນໃຈວິຊາຮຽນທີ່ໂຕເອງບໍ່ມັກ ຫຼື ຮຽນບໍ່ໄດ້ ແລະ ຈະມັກຈະຮູ້ສຶກງ້ວງນອນ ຫຼື ບໍ່ສົນໃຈຕໍ່ບົດຮຽນນັ້ນເມື່ອຮອດໂມງຮຽນວິຊານັ້ນ.

ຈາກການສອບຖາມນັກສຶກສາກຸ່ມໜຶ່ງໃນ ຄະນະວິທະຍາສາດທຳມະຊາດ ມະຫາວິ ທະຍາໄລແຫ່ງຊາດລາວ ທີ່ມີຜົນການຮຽນດີ ແລະ ຕັ້ງໃຈຮຽນ ພວກເຮົາມີວິທີແນວ ໃດໃນການຮ່ຳຮຽນ ທີ່ເຮັດໃຫ້ທຸກໆ ຊົ່ວໂມງຮຽນຂອງພວກເຂົາ ມີແຕ່ຄວາມ ມ່ວນຊື່ນ.

  • ວາງແຜນການຮຽນ: ຖ້າມີການວາງແຜນ ວ່າຈະເຮັດແນວໃດ ສີ່ງນັ້ນກໍຈະອອກມາດີກວ່າການທີ່ບໍ່ໄດ້ວາງແຜນສະເໝີ ຖ້າເຮົາໄດ້ວາງແຜນວິຊາທີ່ຈະຮຽນໃນມື້ນີ້ວ່າເນື້ອໃນກ່ຽວກັບຫຍັງ ແລ້ວໄດ້ອ່ານມາລ່ວງໜ້າ ຫຼື ໄດ້ທຳຄວາມເຂົ້າໃຈມາບາງສ່ວນແລ້ວ ພໍຮອດເວລາຮຽນເຮົາກໍຈະມ່ວນໄປນຳ ແລະ ເຂົ້າໃຈເນື້ອໃນຫຼາຍຂຶ້ນ ຈະເຮັດໃຫ້ເຮົາບໍ່ເບື່ອວິຊານັ້ນອີກ.
  • ໃຫ້ຄິດເຫັນຄວາມສຳເລັດທີ່ເຮົາເຄີຍເຮັດໄດ້: ອາດຈະເປັນຄະແນນທີດີໃນແຕ່ລະເທີມ, ເງິນທືນການສຶກສາຈາກບໍລິສັດ ຫຼື ທືນຈາກຕ່າງປະເທດ.
  • ຊອກຫາແຮງບັນດານໃຈໃນການຮຽນ: ບາງເທື່ອເຮົາກໍມີຈຸດທີ່ເອີ້ນວ່າບໍ່ມີກະຈິດກະໃຈໃນການຮຽນ ບໍ່ຮູ້ຈະຮຽນໄປເພື່ອຫຍັງ ບໍ່ແປກທີ່ເຮົາຈະມີຄວາມຄິດແບບນີ້ ວິທີແກ້ຄືໃຫ້ຫາບຸກຄົນຕົວຢ່າງ ທີ່ເຂົາຮຽນເກັ່ງມາເປັນແຮງບັນດານໃຈ ເຊື່ອວ່າຖ້າເຮົາເຫັນເຂົາປະສົບຄວາມສຳເລັດ ເຮົາກໍຢາກຈະເປັນແບບເຂົາ.
  • ນັ່ງໂຕະໜ້າຂອງຫ້ອງຮຽນເລີຍ: ຖ້າຄິດຮອດສະໄໝທີ່ຮຽນອານຸບານ ເວລາມີຄູຖາມຈະມັກຍາດກັນຕອບ ແຕ່ພໍເຮົາໃຫຍ່ຂຶ້ນມາແລ້ວ ເວລາຄູຖາມເຮົາກໍຈະບໍ່ກ້າຕອບ ແລະ ໄປນັ່ງທາງຫຼັງຫ້ອງ ສັງເກດບໍ່ວ່າໝູ່ທີ່ນັ່ງໜ້າຈະຖືກຄູເອີ້ນຕະຫຼອດ ແລະ ເຂົ້າໃຈຫຼາຍກວ່າ ຖ້າເຮົາລອງໄປນັ່ງໂຕະໜ້າຈັກ 1-2 ທິດຈະເຫັນໄດ້ວ່າມີຫຍັງປ່ຽນໄປຫຼາຍ.
  • ໃຫ້ກຳລັງໃຈຕົນເອງ: ບໍ່ມີໃຜຈະເຂົ້າໃຈຕົວເຮົາໄດ້ເທົ່າຕົວເຮົາເອງແລ້ວ ຫຼາຍໆເທື່ອທີ່ເຮົາເບື່ອເວລາຮຽນກໍເພາະເຮົາຍັງບໍ່ໄດ້ໃສ່ໃຈມັນຫຼາຍພໍເທື່ອ ລອງປ່ຽນຄວາມຄິດວ່າເຮົາຈະຮຽນເພື່ອຫຍັງ, ຮຽນເພື່ອໃຜ ແລະຖ້າເຮົາຮຽນຈົບແລ້ວເຮົາຈະເຮັດຫຍັງ ໃຫ້ກຳລັງໃຈຕົນເອງສະເໝີ

ແລ້ວເຈົ້າເດ່ມີວິທີໃນການ ເຮັດໃຫ້ການຮຽນເປັນເລື່ອງທີ່ມ່ວນ ແລະ ມີຄວາມສຸກໃນທຸກໆເທື່ອທີ່ໄດ້ຮຽນແລ້ວບໍ່? ຖ້າຫາກໝູ່ເພື່ອນມີວິທີ ກໍສາມາດເອົາມາແບ່ງປັນປະສົບການໃຫ້ກັບໝູ່ເພື່ອນທີ່ເບື່ອການຮຽນ ແລະຢາກນອນໃນເວລາຮຽນກັນແດ່ເດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...