Friday, February 14, 2025

ຈາກຜົນວິໄຈ ພົບວ່າ! ໂຄວິດ-19 ສາມາດລະບາດຈາກຄົນສູ່ແມວ ແລະ ແມວສູ່ຄົນ ໄດ້

ຜົນການສຶກສາໄລຍະຍາວ ຢືນຢັນວ່າ ໂຄວິດ-19 ສາມາດຖ່າຍທອດເຊື້ອຈາກຄົນສູ່ແມວ ແລະ ຈາກແມວສົ່ງກັບມາຫາຄົນໄດ້ ຫາກມີການສຳພັດໃກ້ຊິດກັບສານຄັດຫຼັ່ງຂອງແມວ, ຈາກລາຍງານອ້າງອີງເຖິງງານວິໄຈ ຂອງມະຫາວິທະຍາໄລສົງຂານະຄະລິນ ທີ່ຕີພິມ ຜ່ານວາລະສານໂລກຕິດຕໍ່ Emerging Infectious Diseases ຂອງສູນວິໄຈຄວບຄຸມໂລກ (ຊີດີຊີ) ທີ່ລະບຸວ່າ ປະເທດໄທໜ້າຈະເປັນປະເທດທຳອິດທີ່ພົບການຕິດເຊື້ອໂຄວິດ-19 ເຊິ່ງຄາດວ່າເປັນການຕິດເຊື້ອຈາກ “ແມວສູ່ຄົນ”

ເຊິ່ງຈາກເຫດການດັ່ງກ່າວ ຈາກແມວສູ່ຄົນ ເປັນເຫດການທີ່ມີແມວອາຍຸ 10 ປີຢູ່ກັບເຈົ້າຂອງ 2 ຄົນ ເຊິ່ງເຈົ້າຂອງກໍເປັນຜູ້ຕິດເຊື້ອໂຄວິດ-19 ດັ່ງນັ້ນສັດຕະວະແພດຈຶ່ງໄດ້ຄິດວ່າ ແມວກໍອາດຕິດເຊື້ອເຊັ່ນກັນ ດັ່ງນັ້ນຈຶ່ງກວດແມວ ເຊິ່ງຜົນພົບວ່າ ຕິດເຊື້ອໂຄວິດ-19

ໃນຂະນະທີ່ກວດນັ້ນເອງ ແມວກໍໄດ້ຈາມອອກມາ ແຕ່ຂະນະນັ້ນຜູ້ກວດກໍ່ໄດ້ໃສ່ຜ້າອັດປາກຢ່າງແໜ້ນໜາ, ຫຼັງຈາກນັ້ນ ຜ່ານໄປ 3 ວັນ ສັດຕະວະແພດກໍເລີ່ມມີອາການໄຂ້ ໄອ ຈຶ່ງໄປກວດພົບວ່າມີເຊື້ອໂຄວິດ-19 ພ້ອມເຂົ້າໄປຮັບການີັກສາ ແຕ່ວ່າ ແມວໃນຈະນະຈ້ັນ ບໍ່ມີອາການນໍ້າມູກ ບໍ່ໄອ ແລະ ຍັງກິນອາຫານໄດ້ປົກກະຕິ

ເຊື້ອໂຄວິດ-19 ທີແມວຕິດນັ້ນດປັນສາຍພັນເດວຕາ ເຊິ່ງເປັນຂະນິດດຽວກັບ ກບັ ເຈົ້າຂອງ ແລະ ບໍ່ຄືກັນທີ່ກຳລັງລະບາດໃນຊຸມຊົນ ຈຶ່ງສາມາດສິຫຼຸບໄດ້ ວ່າ ເຫດການດ່ັງກ່າວ ບໍ່ແມ່ນການລະບາດຈາກຊຸມຊົນ ແຕ່ເປັນການລະບາດຈາກຄົນສູ່ແມວ ແລະ ແມວສູ່ຄົນ

ເຖິງຈະພົບວ່າ ມີຄວາມສ່ຽງຕໍ່າໃນການລະບາດຈາກແມວສູ່ຄົນ ຫຼື ຈາກຄົນສຸ່ແມວ ລວມເຖິງສັດເລື້ອງອື່ນໆ ໂດຍສະເພາະສັດລ້ຽງລູກດ້ວຍນໍ້ານົມ ຫາກເຈົ້າຂອງຂອງສັດມີອາການຂອງໂຄວິດ ຄວນຫຼີກລ້ຽງການສຳພັດໃຫ້ຊິດກັບສັດລ້ຽງ ເພາະຈາກການສຶກສາພົບວ່າ ກໍລະນີແມວຕິດເຊື້ອນັ້ນ ບໍ່ພົບອາການໃດໆ ຄາດວ່າເຊື້ອຈະສະແດງອາາມາທາງຂອງເສຍ ເຊິ່ງປົກກະຕິຄົນລ້ຽງສັດກໍຈະບໍ່ໄດ້ໄປສຳພັດ ແຕ່ແນະນຳໃຫ້ເຮັດຄວາມສະອາດລ້າງມືທຸກຄັ້ງ ແລະ ລ້າງດ້ວຍສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ.

ຂໍ້ມູນຈາກ: THAI PBS NEWS

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.