Saturday, November 1, 2025
Kbank Laos โอน รับ จ่าย

ມາຮູ້ຈັກ! ນັດດາວ ສາວສຽງໃສ ຈາກ ຫຼວງນ້ຳທາ.

ຫຼາຍຄົນຄົງຈະຄຸ້ນຫູກັນດີກັບເພງ “ແພງອ້າຍ” ທີ່ມີນັກຮ້ອງສາວສຽງໃສ ນັດດາວ ຮ້ອງຮ່ວມກັບ “ລູກເຂີຍໃສ່ມອງ” ທີ່ຍອດວິວຕອນນີ້ທະລຸເກືອບ 200 ລ້ານວິວແລ້ວ, ແຕ່ສິ່ງທີ່ຫຼາຍຄົນສົງໃສວ່າ ນັດດາວ ສາວນ້ອຍໄວ 20 ປີ ຄົນນີ້ ມາຮ່ວມງານກັບ ລູກເຂີຍໃສ່ມອງ ໄດ້ແນວໃດ ແລະ ເຂົາເຄີຍມີຜົນງານເພງຫຍັງມາແດ່?

ນັດດາວ ທອນບັນດິດ, ເກີດຢູ່ບ້ານ ວຽງເງິນ, ເມືອງ ແລະ ແຂວງ ຫຼວງນ້ຳທາ ເຂົາເລີ່ມເປັນທີ່ຮູ້ຈັກຂອງຄົນໃນສັງຄົມຈາກເພງ “ແພງອ້າຍ” ທີ່ເຮັດໃຫ້ໄປໄກເຖິງປະເທດເພື່ອນບ້ານ.

ນັດດາວ ບອກກັບ ອິນໄຊລາວ ວ່າ ເມື່ອ 3 ກ່ອນ ຕອນທີ່ເຂົາຫາກໍຈົບມໍປາຍ ແຕ່ຍັງບໍ່ທັນໄດ້ຮຽນຕໍ່ໃສເທື່ອ ຕອນນັ້ນ, ກໍກຳລັງຫາວຽກເຮັດໄປກ່ອນເພື່ອຂັ້ນເວລາ ກໍບໍ່ໄດ້ຕັ້ງໃຈວ່າວຽກທີ່ຫາຢູ່ນັ້ນຈະໄດ້ໄປເປັນນັກຮ້ອງ; ມື້ນັ້ນ, ໄປຫຼີ້ນກັບໝູ່ ເປັນຮ້ານທີ່ມີໂຟກຊ່ອງ ແລ້ວໝູ່ບອກຂຶ້ນໄປຮ້ອງເພງໃຫ້ຟັງກໍຂຶ້ນໄປຮ້ອງ ປາກົດວ່າມີຫຼາຍຄົນມັກ ແລ້ວຕົວນ້ອງເອງກະມັກຮ້ອງເພງຢູ່ແລ້ວ ຮູ້ສຶກວ່າຕື່ນເຕັ້ນດີ ແລະ ຄິດວ່າຖ້າໄດ້ຮ້ອງເພງໃຫ້ທຸກຄົນຟັງແລ້ວເຂົາເຈົ້າມັກເຮົາກໍມີຄວາມສຸກແລ້ວ.

ເລີຍຖາມມືກີຕ້າວ່າ ມີນັກຮ້ອງຍິງລະບໍ? ເຂົາເຈົ້າຕອບວ່າຍັງບໍ່ມີ ນ້ອງກໍເລີຍເວົ້າຫຼີ້ນແກມແທ້ກັບອ້າຍຄົນນັ້ນວ່າ ຝາກເນື້ອຝາກຕົວໄວ້ພິຈາລະນາແດ່ເດີ ແຕ່ນ້ອງຊ້ຳພັດເຂົ້າຕາເຈົ້າຂອງຮ້ານພໍດີ ລາວມັກສຽງຮ້ອງເພງຂອງນ້ອງ ຈາກນັ້ນມາກໍໄດ້ເປັນນັກຮ້ອງໂຟກຊ່ອງ ຢູ່ຮ້ານອາຫານ ແລ້ວກໍເລີ່ມມີຄົນຮູ້ຈັກ ແລະ ເວົ້າຮອດຕໍ່ໆກັນມາ ເລີ່ມມີຫຼາຍໆ ຮ້ານມາຈ້າງໃຫ້ໄປຮ້ອງເພງ ແລະ ນ້ອງກໍໄປຮ້ອງຢູ່ຫຼາຍຮ້ານສົມຄວນ.

ຕໍ່ມາມີລຸ້ນອ້າຍທີ່ຮັກມັກໃນການຮ້ອງເພງລາວ ເຫັນແວວກໍລອງຊວນມາເຮັດເພງຫຼິ້ນໆນຳ ຕອນນັ້ນ ເພງທຳອິດແມ່ນເພງ ເປັນພຽງຝຸ່ນ ປ່ອຍອອກໄປ ບໍ່ຄິດວ່າຈະໄດ້ຜົນຕອບຮັບດີ  ວິວຂຶ້ນແຕະ 1 ລ້ານວີວ.

ແລະ ກໍເລີ່ມມີເພງທີສອງອອກມາຕິດໆ ເປັນເພງ ຖາມຈັກຄຳ ເພງນີ້ເຮັດໃຫ້ຍອດວິວຂຶ້ນຫຼາຍກວ່າເກົ່າອີກ ປັດຈຸບັນເພງນີ້ກໍເກືອບ 10 ລ້ານວີວແລ້ວ ຖືໄດ້ວ່າເພງນີ້ ເປັນຈຸດປ່ຽນຂັ້ນທຳອິດຂອງນ້ອງເລີຍກໍວ່າໄດ້ ເລີ່ມມີຄົນຮູ້ຈັກ ແລະ ເລີ່ມມີວຽກຕິດຕໍ່ເຂົ້າມາ, ເລີ່ມມີຄົນມອບໂອກາດດີໆໃຫ້.

ນັດດາວ ບອກວ່າ ອ້າຍໂສພະນາ ກໍເປັນອີກຄົນທີ່ຕິດຕໍ່ມາວ່າ ມີໂປຣເຈັກຢາກໃຫ້ຮ່ວມຮ້ອງເພງນຳ ກະຄືເພງ ແພງອ້າຍ ນ້ອງກະຕອບຕົກລົງ ແລ້ວຂຶ້ນມານະຄອນຫຼວງ ວຽງຈັນ ທັນທີ ສໍາລັບເພງນີ້ແລ້ວໃຊ້ເວລາພຽງແຕ່ 3 ມື້ ໃນການຖ່າຍເອັມວີ ຈາກນັ້ນກໍກະປ່ອຍລົງຢູທູບເລີຍ.

ສຳລັບການທີ່ໄດ້ມາຮ້ອງເພງນີ້ກະບໍ່ໄດ້ຄາດຫວັງຫຍັງຫຼາຍ ວ່າຜົນຕອບຮັບມັນຈະເປັນແນວໃດ ນ້ອງຄິດວ່າພຽງແຕ່ໄດ້ຮ້ອງເພງກັບ ອ້າຍໂສພະນາ ກໍດີໃຈຫຼາຍແລ້ວ ແຕ່ພໍປ່ອຍເພງນີ້ອອກໄປ ກໍໄດ້ສຽງຕອບຮັບດີຫຼາຍ ປັດຈຸບັນ ຍອດວິວກໍເກືອບ 200 ລ້ານວິວແລ້ວ ບາງເທື່ອນ້ອງກະຍັງຄິດຢູ່ວ່າໂຕເອງຝັນໄປຢູ່ເບາະ ຈາກນັກຮ້ອງແລ່ນຮັບຈ້າງຮ້ອງເພງຕາມຮ້ານມື້ນັ້ນສູ່ນັກຮ້ອງ 100 ລ້ານວິວ ໃນມື້ນີ້.

“ມັນເປັນອີຫຍັງທີ່ນ້ອງຕື້ນຕັນໃຈອີຫຼີ ແລ້ວເພງ ແພງອ້າຍ ນີ້ກະເປັນຈຸດປ່ຽນໃນຊີວິດຂອງນ້ອງໃຫ້ກ້າວຂຶ້ນໄປອີກຂັ້ນ ມັນໄດ້ພານ້ອງໄປຮອດລາຍການຊຸບເປີ້ໝ່ຳ ເຊິ່ງລາຍການທີ່ມີຊື່ສຽງ ແລະ ມີຄົນນິຍົມເບິ່ງຫຼາຍຂອງໄທ” ນັດດາວ ກ່າວດ້ວຍຄວາມດີໃຈ.

ການໄດ້ອອກລາຍການຊຸບເປີໝ່ຳ ນ້ອງຮູ້ສຶກດີໃຈຫຼາຍ ເພາະເປັນຄົນມັກເບິ່ງຊ່ອງເວີກພ້ອຍຢູ່ແລ້ວ ແຮງໄດ້ເຈິອ້າຍໝ່ຳອີກ ແຮງເຮັດໃຫ້ໄປບໍ່ເປັນເລີຍ ນ້ອງກັບມາເບິ່ງມັນຊ້ຳໆ ກັບຄວາມພູມໃຈໃນຄັ້ງນີ້ ເພື່ອເຕືອນໂຕເອງວ່າຄວາມພະຍາຍາມມັນບໍ່ເຄີຍທຳຮ້າຍໃຜອີຫຼີ.

ສຳລັບ ນັດດາວ ເອງມີຈຸດພິເສດ ເປັນຄົນລ້າເລີງຂ້ອນຂ້າງຕະຫຼົກເລີຍກໍວ່າໄດ້ ແຕ່ພັດມັກຮ້ອງເພງເສົ້າ ເພາະມັນງ່າຍກວ່າເພງໄວ ນ້ອງຈະເປັນຄົນທີ່ຖະນັດເພງຊ້າໆຊຶ້ງໆຫຼາຍກວ່າ ມັນຮ້ອງໄດ້ດີກວ່າເພງໄວ. ສ່ວນເວລາຫວ່າງຂອງນ້ອງຄື ມັກແຕ້ມຮູບ, ຫຼິ້ນກີຕ້າ, ເຕັ້ນ ແຕ່ຈະເປັນຄົນມັກເຕັ້ນໃນຫ້ອງນ້ຳ ອິອິອິ!

ຖ້າຖາມວ່າອານະຄົດນ້ອງຢາກເຮັດຫຍັງ? ບອກເລີຍວ່າ ນ້ອງຢາກເຮັດຫຼາຍຢ່າງເລີຍລະ! ອິອິອິ!!! ແຕ່ອາຊີບຫຼັກໆ ທີ່ນ້ອງຢາກເຮັດຄືການເປັນແມ່ນຄ້າຂາຍເຄື່ອງ, ຮອງລົງມາກະຢາກເປີດຄ້າຍເພງເປັນຂອງໂຕເອງ; ສຳລັບອາຊີບແມ່ຄ້າ ມັນມີແນວໃຫ້ເຮັດຫຼາຍຢ່າງ ຢາກຂາຍຫຍັງກໍໄດ້, ຢາກໃຊ້ເງິນຕອນໃດກໍໄດ້ໃຊ້ ອິອິອິ!!! ອີກຢ່າງນ້ອງມັກເວລາທີ່ແນະນຳເຄື່ອງໃຫ້ລູກຄ້າ, ສ່ວນວຽກນັ່ງຢູ່ຫ້ອງການ ມັນຈຳເຈເກີນໄປເລີກຕາມໂມງ, ເຂົ້າຕາມເວລາ ບໍ່ຄ່ອຍມັກປານໃດ ຖ້າຈະເວົ້າໄປກະຄືມັກອາຊີບອິດສະຫຼະຫຼາຍກວ່າ ວ່າຊັ້ນສະ!.

ແຕ່ປັດຈຸບັນ ຂໍໂຟກັດທີ່ເລື່ອງຮຽນກ່ອນ ແລະ ຢາກເອົາໃຈໃສ່ຮຽນພາສາຕ່າງປະເທດໃຫ້ໄດ້ກ່ອນເຊັ່ນ: ພາສາອັງກິດ ກັບ ພາສາຈີນ ເພາະເປັນພາສາທີ່ມີມີການນຳໃຊ້ຫຼາຍຢູ່ບ້ານເຮົາໃນປັດຈຸບັນ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.