ລາວຊໍາຊຸງ ຈັດກິດຈະກຳ Samsung Love & Care ໂຄງການປັບປຸງອາຄານ ແລະ ມອບອຸປະກອນການຮຽນໃຫ້ນ້ອງ

ຊໍາຊຸງ ຂໍເປັນສ່ວນໜຶ່ງໃນການສ້າງສັນສັງຄົມແຫ່ງເຕັກໂນໂລຊີ ເພື່ອການຮຽນຮູ້ ແລະ ເປັນສ່ວນໜຶ່ງໃນຊີວິດປະຈໍາວັນດ້ວຍ ໂຄງການ Samsung Love & Care ເຊິ່ງຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ໂຮງຮຽນປະຖົມສົມບູນຫົວນາທົ່ງ, ບ້ານຫົວນາທົ່ງ, ເມືອງປາກງື່ມ, ແຂວງນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ວໍລະວັນ ຕັງກະມົນສະຖາພອນ, ຫົວໜ້າພະແນກມືຖື, ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈໍາກັດ, ທ່ານ ຄໍາປານ ຂຸນທະວົງ, ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງປາກງື່ມ ແລະ  ທ່ານ ອໍາພອນ ພົມມະຈັນ, ຜູ້ອຳນວຍການໂຮງຮຽນປະຖົມສົມບູນຫົວນາທົ່ງ ໃຫ້ກຽດເຂົ້າຮ່ວມເປັນປະທານໃນງານ.

ທ່ານນາງ ວໍລະວັນ ໄດ້ໃຫ້ຮູ້ວ່າ “ບໍລິສັດ ລາວຊໍາຊຸງອີເລັກໂທຣນິກທີ່ມີສູນຈໍາໜ່າຍທົ່ວປະເທດທີ່ໄດ້ດໍາເນີນທຸລະກິດມາຫຼາຍກວ່າ 10 ປີ ແລະ ຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ກໍເພື່ອບູລະນະຮັກສາໂຮງຮຽນ ລວມທັ້ງນຳພານັກຮຽນ ແລະ ເຍົາວະຊົນໃນໂຮງຮຽນໃຫ້ໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການຮຽນ, ໂດຍປະກອບສ່ວນໂທລະພາບ ແລະ ແທັບເລັດເຂົ້າໃນການສຶກສາ ຕະຫຼອດຈົນການສົ່ງເສີມໃຫ້ນັກຮຽນຫຼິ້ນກິລາ, ກິດຈະກໍາໃນໂຄງການນີ້ ປະກອບດ້ວຍການປັບປຸງອາຄານຮຽນ, ສ້າງຫ້ອງສະໝຸດ, ມອບອຸປະກອນການຮຽນ ແລະ ອຸປະກອນອິເລັກໂທນິກທີ່ຈຳເປັນເພິ່ມເຕີມເຊັ່ນ: ໂທລະພາບຊໍາຊຸງຂະໜາດ 6,5 ນິ້ວ 1 ເຄື່ອງ ແລະແທັບເລັດຊໍາຊຸງອີກ 3 ເຄື່ອງ ລວມມູນຄ່າຫຼາຍກວ່າ 241.000.000 ກີບ ເຊິ່ງເຮົາເຊື່ອວ່າ ທັງໝົດນີ້ຈະເປັນສ່ວນໜຶ່ງໃນການສ້າງພື້ນຖານເພື່ອການພັດທະນາຢ່າງຍືນຍົງຕໍ່ໄປໃຫ້ກັບສັງຄົມ”.

ທັ້ງນີ້ ທ່ານ ອໍາພອນໄດ້ກ່າວວ່າ “ທັ້ງໝົດນີ້ນັບໄດ້ວ່າເປັນຈຳນວນທີ່ຫຼາຍ, ຂ້າພະເຈົ້າຕ້ອງຂໍຂອບໃຈທີ່ ຊຳຊຸງ ທີ່ໃຫ້ການສະໜັບສະໜູນໂຮງຮຽນປະຖົມສົມບູນຫົວນາທົ່ງ ແລະ ພວກເຮົາຈະນຳເອົາສິ່ງຂອງທີ່ໄດ້ຮັບການຊ່ວຍເຫຼືອນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ນັກຮຽນ”.

ກິດຈະກໍາ Samsung Love & Care ຂອງ ຊໍາຊຸງລາວ ນັບວ່າເປັນໜຶ່ງໃນກິດຈະກໍາທີ່ຈັດຂຶ້ນຕາມວິໄສທັດຂອງຊໍາຊຸງ ທີ່ມຸ່ງໝັ້ນໃນການໃຊ້ຄວາມຊ່ຽວຊານ ແລະ ເຕັກໂນໂລຊີໃຫ້ເປັນສ່ວນໜຶ່ງໃນການຊຸກຍູ້ສັງຄົມໃຫ້ກ້າວໄປສູ່ອານາຄົດທີ່ດີກວ່າເກົ່າໂດຍຍຶດຫຼັກການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມຢູ່ສະເໝີ ພາຍໃຕ້ແນວຄິດ Together for Tomorrow ເຊິ່ງມຸ່ງເນັ້ນການສ້າງອານາຄົດທີ່ດີຮ່ວມກັນກັບສັງຄົມ ທັງດ້ານການສຶກສາ, ສັກກາຍະພາບມະນຸດ ແລະ ສິ່ງແວດລ້ອມເຊິ່ງເປັນແນວທາງທີ່ຊໍາຊຸງໃຊ້ໃນທຸກກປະເທດທົ່ວໂລກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...