Monday, March 24, 2025

ການປັກດໍາເຂົ້ານາປີ ຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 %

ຕາມການໃຫ້ສໍາພາດຂອງ ທ່ານ ຄໍາພູ ສຸກຈະເລີນ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລອງ ໃນຄັ້ງວັນທີ 28 ມິຖຸນາ ປີ 2022 ນີ້, ທ່ານໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນການປັກດໍາເຂົ້ານາປີຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 % ຂອງເນື້ອທີ່ທັງໝົດ 1.019 ເຮັກຕາ ແລະ ເຂົ້າເນີນສູງ ສໍາເລັດແລ້ວ 90% ຂອງເນື້ອທີ 2.383 ເຮັກຕາ ພາຍຫຼັງທີ່ໄດ້ເລີມປັກດໍາມາແຕ່ຕົ້ນເດືອນມີຖຸນາ 2022 ເປັນຕົ້ນມາ

ສໍາລັບແນວພັນເຂົ້າທີ່ຊາວກະສິກອນນິຍົມ ປູກໃນປີນີ້, ສ່ວນຫຼາຍແມ່ນແນວພັນເຂົ້າພື້ນເມືອງ ເປັນຕົ້ນແມ່ນເຂົ້າຕາຂຽດ, ເຂົ້າໄກ່ນ້ອຍ, ເຂົ້າອົບໂປບ ແລະ ເຂົ້າອານນ້ອຍ; ຄາດວ່າຜົນຜະລີດເຂົ້ານາປີຈະໃຫ້ໄດ້ 5 ໂຕນຕໍ່ 1 ເຮັກຕາ ແລະ ເຂົ້າເນີນສູງໃຫ້ໄດ້ 1,6 ໂຕນຕໍ່ 1 ເຮັກຕາ;

ຖ້າທຽບໃສ່ປີຜ່ານມາເຫັນວ່າປີີນີ້ມີເນື້ອທີ່ນາຫຼຸດລົງຈາກປີຜ່ານມາ  ສາເຫດຍ້ອນວ່າປະຊາຊົນຈໍານວນໜື່ງ ໄດ້ຫັນປ່ຽນໄປປູກພືດທົດແທນ ໃນເຂດທີ່ບໍ່ມີຊົນລະປະທານພຽງພໍ; ນອກຈາກການຜະລິດເຂົ້ານາປີແລ້ວ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໄດ້ລົງຊູກຍູ້ສົ່ງເສີ່ມໃຫ້ຊາວກະສິກອນ ປູກພືດ ເປັນສີນຄ້າປະເພດຕ່າງໆເຊັ່ນວ່າ: ປູກອ້ອຍ ແລະ ມັນຕົ້ນ ມີເນື້ອທີ່ທັງໝົດ 6.800 ກວ່າເຮັກຕາ

ຂ່າວ: ຄໍາອ່ອນ ແສງອຸ່ນ

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.