Friday, March 21, 2025

ບໍລິການລົດເມ ທາງເລືອກໜຶ່ງທີ່ຫຼາຍຄົນເລືອກໃຊ້ໃນຍຸກນີ້

ລົດເມ ເປັນອີກບໍລິການໜຶ່ງ ທີ່ອຳນວຍຄວາມສະດວກໃຫ້ກັບຄົນທີ່ບໍ່ມີພາຫະນະສ່ວນຕົວຂີ່ ແລະ ໃນຍຸກທີ່ນ້ຳມັນແພງແບບນີ້ ການໃຊ້ບໍລິການຂອງລົດເມ ກໍເປັນທາງເລືອກອີກອັນໜຶ່ງໃນການປະຢັດຄ່າໃຊ້ຈ່າຍໃນການຊື້ນ້ຳມັນໃສ່ລົດ ໄດ້ທັງຄວາມສະດວກສະບາຍ ແລະ ຍັງປອດໄພນຳອີກ.

ທ່ານ ທະນົງສີ ເດດວົງສອນ, ຫົວໜ້າຝ່າຍແຜນການຕະຫຼາດ ລັດວິສາຫະກິດ ລົດເມນະຄອນຫຼວງ ໃຫ້ຮູ້ວ່າ ປັດຈຸບັນ ລົດເມທີ່ແລ່ນໃນ ນະຄອນຫຼວງ ວຽງຈັນ ຍັງບໍ່ໄດ້ໄດ້ເປີດແລ່ນໝົດທຸກສາຍເທື່ອ ເຊິ່ງຈະເປີດແລ່ນສະເພາະສາຍ ຕະຫຼາດເຊົ້າ-ທ່າເດື່ອ, ຕະຫຼາດເຊົ້າ-ຂົວມິດຕະພາບ, ຕະຫຼາດເຊົ້າ-ທ່າງ່ອນ, ຕະຫຼາດເຊົ້າ-ດົງໂດກ ແລະ ຕະຫຼາດເຊົ້າ-ສະຖານີລົດໄຟ ລາວ-ຈີນ.

ສຳລັບຜູ້ໃຊ້ບໍລິການສ່ວນຫຼາຍ ກໍຈະເປັນກຸ່ມນັກສຶກສາ ທີ່ສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ແລະ ປະຊາຊົນທົ່ວໄປ ລູກຄ້າປະຈຳຈະເປັນນັກສຶກສາ ເພາະເຂົາເຈົ້າຕ້ອງໄດ້ທຽວໄປມະຫາໄລທຸກມື້  ສ່ວນສາຍອື່ນໆກໍຈະມີລູກຄ້າທີ່ຈະເດີນທາງໄປຂົວມິດຕະພາບ ຈະເປັນນັກທ່ອງທ່ຽວທີ່ຈະຂ້າມໄປໄທຈະຫຼາຍກວ່າ

ຈາກການສຳພາດຜູ້ໂດຍສານທົ່ວໄປທີ່ໃຊ້ບໍລິການລົດເມ ຫຼາຍທ່ານບອກວ່າ ການທີ່ເລືອກໃຊ້ບໍລິການລົດເມ ກໍເພື່ອຄວາມສະດວກສະບາຍໃນການໄປມາ ບໍ່ຕ້ອງຂັບລົດເອງ, ປະຢັດລາຍຈ່າຍລົງສ່ວນໜຶ່ງ, ບາງຄົນກໍສະດວກສະບາຍໃນການໄປຮັບໄປສົ່ງລູກ, ຊ່ວຍປະຢັດນ້ຳມັນໃນຊ່ວງນີ້ອີກ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດ ໃນການໃຊ້ລົດສວນຕົວ.

ນາງ ອຸ່ນຄຳ ຜູ້ໂດຍສານ ທີ່ມັກເດີນທາງໄປທ່າເດື່ອ ບອກວ່າ ການເດີນທາງດ້ວຍລົດເມແມ່ນສະດວກດີ ເພາະເພິ່ນຂັບລົດບໍ່ເປັນ ໄປໃສມາໃສກະຍາກ ຈະໃຫ້ແຕ່ຄົນໃນຄອບຄົວໄປຮັບໄປສົ່ງກໍເສຍເວລາ ຈຶ່ງເລືອກເດີນທາງດ້ວຍລົດເມດີກວ່າ ບໍ່ໄດ້ເປັນພາລະໃຜອີກ.

ສ່ວນ ນາງ ສີແພງ ກໍເປັນຜູ້ໂດຍສານອີກຜູ້ໜຶ່ງ ທີ່ມັກໃຊ້ບໍລິການລົດເມໃນການເດີນທາງ ໄປມາ ແຕ່ກໍບໍ່ຄ່ອຍປະຈຳດອກ 2-3 ມື້ເທື່ອໜຶ່ງ ບາງເທື່ອກໍເປັນທິດພຸ້ນລະໃນການເດີນທາງໄປບ້ານຢູ່ ທ່າງ່ອນ ເຂົ້າມາຊື້ເຄື່ອງໃຊ້ຢູ່ຕະຫຼາດເຊົ້າ ຈະຂີ່ລົດຈັກມາເອງກະໄກ, ລົດຕິດນຳ ລົດໃຫຍ່ກະບໍ່ມີ ເລີຍຂີ່ລົດເມນີ້ແຫຼະສະດວກສະບາຍສຸດແລ້ວ ອີກຢ່າງກະປອດໄພ ເຮົາຊື້ເຄື່ອງໃຊ້ຫຼາຍຢ່າງກໍຂົນໄດ້ສະດວກສະບາຍ.

ລາຄາບໍລິການລົດເມແຕ່ລະສາຍ

ນອກຈາກນີ້ ໃນຊ່ວງໄລຍະຜ່ານມາ ກໍຈະມີການເຮັດບັດ, ມີນະໂຍບາຍສະເພາະນັກຮຽນ ແລະ ໄດ້ລົງໄປໂຄສະນາ ສົ່ງເສີມໃນການນຳໃຊ້ລົດເມສາທາລະນະ ເພື່ອຮັກສາຄວາມປອດໄພໃຫ້ນ້ອງນັກຮຽນ ແລະ ເພື່ອປະຢັດເວລາຂອງພໍ່ແມ່ໄປຮັບໄປສົ່ງນຳອີກ.

ເບິ່ງການອັບເດດລາຄາ ແລະ ສາຍທາງລົດເມໄດ້ທີ່: Vientiane City 2 Bus Service – ລົດເມນະຄອນຫຼວງວຽງຈັນ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່