ເຄີຍກິນບໍ່ “ໝາກເລີ້ງ” ໝາກໄມ້ທຳມະຊາດທີ່ມີປະໂຫຍດຫຼາຍຢ່າງ ຈາກແຂວງ ຊຽງຂວາງ.

ຫຼາຍທ່ານອາດຈະຍັງບໍ່ທັນຄຸ້ນຫູກັບຊື່ໝາກໄມ້ຊະນິດນີ້ “ໝາກເລີ້ງ” ເຊິ່ງເປັນໝາກໄມ້ປ່າທີ່ເກີດຂຶ້ນຕາມທຳມະຊາດ ຢູ່ທາງພາກເໜືອຂອງ ປະເທດລາວ ໂດຍສະເພາະແມ່ນແຂວງ ຊຽງຂວາງ. ໝາກລີ້ງ ມັກເກີດຢູ່ໃນເຂດໜາວ ແລະ ເປັນໝາກໄມ້ລະດູດຽວ ສາມາດອອກຜົນຜະລິດໄດ້ພຽງແຕ່ຄັ້ງດຽວຕໍ່ປີ.

“ໝາກເລີ້ງ” ເປັນໝາກໄມ້ທີ່ມີທັງຣົດຂົມ, ສົ້ມ, ຝາດ ໃນໜ່ວຍດຽວ ຈຶ່ງເຮັດໃຫ້ມີສັບພະຄຸນທາງຢາຫຼາຍຢ່າງເຊັ່ນ: ຄວາມສົ້ມຂອງມັນ ສາມາດດີທ໊ອກລຳໃສ້ໄດ້, ສ່ວນຄວາມຂົມ ແລະ ຝາດຂອງມັນ ສາມາດບຳລຸງເສັ້ນປະສາດ, ຜ່ອນຄາຍສະໝອງ, ເຮັດໃຫ້ນອນຫຼັບດີ.

ດ້ວຍຣົດຊາດຊາດທີ່ມີທັງ ສົ້ມ, ຂົມ ແລະ ຝາດ ຄົນທ້ອງຖິ່ນມັກຈະນຳເອົາ ໝາກເລີ້ງ ມາຝານຈ້ຳແຈ່ວເກືອກິນຫຼິ້ນ, ແຕ່ໃນ ປັດຈຸບັນ ໝາກເລີ້ງ ໄດ້ກາຍເປັນວັດຖຸດິບຫຼັກ ໃນການນຳມາຜະລິດເປັນເຄື່ອງດື່ມວາຍເພື່ອສຸຂະພາບ ທີ່ມີສັບພະຄຸນຊ່ວຍບຸງລຸງປະສາດ, ເຮັດໃຫ້ນອນຫຼັບດີ ແລະ ກໍຍັງມີ ໝາກເລີ້ງ ອົບແຫ້ງ ທີ່ສາມາດນຳເອົາໄປດອງໃສ່ນ້ຳທຳມະດາກິນຈະມີຣົດຊາດຫອມຫວານອອກສົ້ມໜ້ອຍໜຶ່ງ ຫຼື ນຳໄປດອງເຫຼົ້າກໍໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...