ການສູດຊໍາຮະ ຫຼື ເຮັດບຸນເບີກບ້ານ ຮີດເດືອນ 7 ຂອງວັດທະນະທຳລາວ

ບຸນສູດຊຳຮະ ແມ່ນບຸນຫນຶ່ງທີ່ຢູ່ໃນ ຮີດ 12 ຂອງລາວ ເຮົາມາແຕ່ ດຶກດຳບັນ. ຜູ້ເຖົ້າບູຮານ ມັກເອົາ ເດືອນ 7 ເປັນການເລີ່ມເຮັດບຸນນີ້ ອາດຈະຈັດ 3 ມື້ 3 ຄືນ ຫຼື ຄືນໜຶ່ງ ຕາມແຕ່ລະບ້ານ ຕົກລົງກັນເຮັດ.

ສະຖານທີ່ຈັດ ອາດຈະຕົກລົງກັນເອົາກາງບ້ານ, ຫຼັກບ້ານ, ຫຼັກເມືອງ ບ່ອນສັກສິດພາຍໃນບ້ານ ເປັນບ່ອນປະກອບພິທີການ ຕົວຢ່າງ: ໃນນະຄອນຫຼວງ ວຽງຈັນ ເຖົ້າແກ່ບູຮານກໍມັກກໍານົດເອົາ ວັດສີເມືອງ (ວັດຫຼັກເມືອງ ກ່ອນອານາຈັກລ້ານຊ້າງ) ເຊິ່ງເປັນບ່ອນສັກສິດຂອງເມືອງ ເປັນບ່ອນຈັດພິທີທຸກໆປີ .

ພາບຈາກເພຈ: ວັດສີເມືອງ

ໃນພິທີຕ້ອງແຕ່ງເຄື່ອງກິຍະບູຊາຕ່າງໆ ແລ້ວນິມົນພຣະສົງຈາກນວນຫຼາຍ ມາສູດພຸດທະມົນຄາຖາໃນພາກແລງ, ພາກເຊົ້າມື້ຕໍ່ມາ ປະຊາຊົນກໍພາກັນເຮັດບຸນໃສ່ບາດ ຖວາຍທານ ອຸທິດບຸນໃຫ້ເຈົ້າຖິ່ນເຈົ້າຖານ, ເທວະດາອາຮັກ, ພຣະພູມເຈົ້າທີ່ ແລະ ເທວະດາ ຕ່າງໆ ເພື່ອຄວາມຢູ່ເຢັນເປັນສຸກ ຂອງລູກຫຼານ ແລະ ຜູ້ເຂົ້າຮ່ວມງານ.

ຈຸດປະສົງຂອງພິທີບຸນຊຳຮະ ແມ່ນ

  • ເປັນການຕ້ອນຮັບລະດູການປູກຝັງ ແລະ ເລີ່ມລົງຫຼັກປັກຖານ ໃນການກະເສດ ເພື່ອເຮັດໃຫ້ຟ້າຝົນຊົນລະທາ ສົມບູນດີຕາມສົມຄວນ.
  • ເພື່ອກໍາຈັດປັດເປົ່າເຫດຮ້າຍ ໂພຍໄພ ສິ່ງທີ່ເປັນສະນຽດຈັງໄຮ ທັງທີ່ເບິ່ງເຫັນ ແລະເບິ່ງບໍ່ເຫັນ ໃຫ້ຫາຍສິ້ນໄປ ຈາກບ້ານ ຈາກເຮືອນ ຈາກໄຮ່ນາຕາກ້າ ຮົ້ວສວນ ແລະຊີວິດ ຮ່າງກາຍລູກຫຼານ.
  • ເພື່ອເຮັດບຸນ ຮັບໂຊກຫຼັ່ງມາໂຮມ ດ້ວຍການສ້າງບຸນທຳທານ ອຸທິດບຸນໃຫ້ອະມະນຸດ ແລະ ສິ່ງສັກສິດທີ່ປົກປ້ອງຄຸມຄອງປະເທດຊາດບ້ານເຮືອນ ແລະ ຈາກການນິມົນພຣະສົງມາຈະເລີນພຸດທະມົນຄາຖາ.
  • ເພື່ອໃຫ້ຜູ້ເປັນລູກຫຼານ ແລະ ປະຊາຊົນພາຍໃນບ້ານ, ໃນເຮືອນ, ໃນປະເທດ ມີຄວາມຢູ່ຊຸ່ມກິນເຢັນ ຢູ່ເຢັນເປັນສຸກ ດັ່ງນີ້ເປັນຕົ້ນ.

ດັ່ງນັ້ນແລ້ວ, ປະເພນີການເຮັດບຸນຊໍາຮະນີ້ ຕາມບູຮານນະການມາຮອດປັດຈຸບັນ ເພິ່ນຈຶ່ງສືບໄວ້, ຮັກສາໄວ້ ແລະ ພາກັນປະຕິບັດຢູ່ເປັນປະຈໍາ ບໍ່ໃຫ້ຂາດ. ເພາະຈະເປັນມຸງຄຸນ ທັງແກ່ຕົນ ແລະ ຄົນອ້ອມຂ້າງ, ສັງຄົມ ຕະຫຼອດຮອດປະເທດຊາດບ້ານເມືອງ .

ພາບຈາກເພຈ: ວັດສີເມືອງ

ເວລາໄປຮ່ວມບຸນນີ້ ຕ້ອງກຽມ

  • ຂັນຫ້າ 1 ຂັນ.
  • ໝາກເບັງ 1 ຄູ່.
  • ດິນຊາຍ 4 ກຳ ຫີນແຮ່ 4 ກຳ. ( ແຍກໆໃສ່ຖົງ ).
  • ທຽນຄ່າສອກວຽນຫົວຄ່າຄີງ.
  • ນໍ້າອົບນ້ຳຫອມ ມາສ່ວນຕົວກະໄດ້.

ເພາະຫຼັງສູດແລ້ວກໍນໍາກັບໄປຫວ່ານ ໄປຢາຍ ໄປຫົດຕາມເຮືອນ ເຂດດິນຂອງໃຜລາວ ເພື່ອເປັນສິລິມຸງຄຸນ.

ຂໍ້ມູນນີ້ ມີສ່ວນທີ່ຜິດ-ຖືກ ຕ້ອງຂໍອະໄພ ເພາະບຸນຊຳຮະ ຕາມແຕ່ລະທ້ອງຖິ່ນ ຈະມີລາຍລະອຽດປີກຍ່ອຍແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ແຕ່ມີກົກເຄົ້າອັນດຽວກັນ ເພື່ອຄວາມເປັນສິຣິມຸງຄົນແກ່ຄົນ ສັດ ແລະສັງຄົມ… ນັ້ນແລ.

ທີ່ມາ: Art and Culture of Laos

ຂໍ້ມູນຈາກ: ພຣະອາຈາຣຍ໌ ກໍວິເສດ ທອງບົວສີ

ພາບຈາກເພຈ: ວັດສີເມືອງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...