ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄວາມແຕກຕ່າງຫຼັກໆຂອງອາການໂຄວິດ ໃນກຸ່ມຜູ້ທີ່ບໍ່ໄດ້ສັກວັກຊີນຄື ອາການໄຂ້ ເຊິ່ງບົ່ງບອກເຖິງອາການທີ່ຮ້າຍແຮງກວ່າ ຜູ້ປ່ວຍໂຄວິດ ກຸ່ມນີ້ຍັງລາຍງານວ່າມີອາການເຈັບຫົວ ແລະ ເຈັບຄໍຫຼາຍກວ່າຜູ້ທີ່ໄດ້ຮັບວັກຊີນຕ້ານໂຄວິດຄົບ 2 ເຂັມ ຫຼື ຫຼາຍກວ່ານັ້ນ

ຈາກການວິເຄາະຂໍ້ມູນຈາກແອບພີເຄຊັ້ນ ໂຊອີ (Zoe) ທີຜະລິດໂດຍ ຄິງ ຄຣອດເລດ ພົບວ່າຫຼັງຈາກປະຊາກອນສ່ວນໃຫຍ່ ໄດ້ຮັບວັກຊີນຕ້ານໂຄວິດ ຫຼື ຮ່າງກາຍມີພູມຄຸ້ມກັນທີ່ເກີດຈາກການຕິດເຊື້ອເທື່ອກ່ອນນັ້ນ ກໍມີແນວໂນ້ມທີ່ຈະມີອາການປ່ວຍໜ້ອຍລົງ ເມື່ອທຽບກັບອາການສ່ວນໃຫຍ່ທີ່ພົບໃນຊ່ວງທີ່ໂຄວິດລະບາດໃໝ່ໆ ໂດຍຄົນສ່ວນຫຼາຍມັກທີ່ຈະມີອາການທີ່ສ້າງຄວາມລຳຄານເຊັ່ນ: ນ້ຳມູກໄຫຼ ແລະຈາມເປັນຕົ້ນ

ຄວາມແຕກຕ່າງລະຫວ່າງ ການສັກວັກຊີນ ແລະ ບໍ່ຊັກວັກຊີນ

  • 5 ອາການທີ່ພົບຫຼາຍທີ່ສຸດໃນກຸ່ມຜູ້ຕິດໂຄວິດ 19 ຫຼັງຈາກໄດ້ຮັບການສັກວັກຊີນແລ້ວ 2 ເຂັມຫຼືຫຼາຍກວ່ານັ້ນຄື: ມີນ້ຳມູກໄຫຼ, ເຈັບຫົວ, ຈາມ, ເຈັບຄໍ ແລະໄອຕໍ່ເນື່ອງ
  • ສ່ວນຜູ້ທີ່ຍັງບໍ່ໄດ້ຮັບການສັກວັກຊີນ ເມື່ອມີການຕິດເຊື່ອຈະມີອາການປ່ວຍ ທີ່ພົບຕະຫຼອກ ( ຈັດລຳດັບຈາກຫຼາຍໄປຫາໜ້ອຍ) ຄື: ເຈັບຫົວ, ເຈັບຄໍ, ນ້ຳມູກໄຫຼ, ມີໄຂ້ ແລະໄອຕໍ່ເນື່ອງ

ສີ່ງທີ່ຄົນພົບນີ້ ໄດ້ຈາກການເຝົ້າຕິດຕາມເກັບຂໍ້ມູນ ​ກ່ຽວ​ກັບ​ຄົນ​ຕິດ COVID-19 ເປັນເວລາ 2 ປີຈາກແອບພີເຄຊັ້ນທີ່ພັດທະນາຂຶ້ນ ໂດຍບໍລິສັດເຕັກໂນໂລຍີທີ່ຊື່ວ່າ ໂຊອີ (Zoe) ທີ່ມີຜູ້ໃຊ້ງານກວ່າ 4,7 ລ້ານຄົນ ເຂົ້າໄປບັນທຶກອາການປ່ວຍ ຫຼັງຈາກໄດ້ຮັບການກວດຢັ້ງຢືນວ່າຕິດ ໂຄວິດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຄະນະວິໄຈນຳຂໍ້ມູນທີ່ໄດ້ ມາຈັດລຳດັບອາການໂຄວິດທີ່ພົບໄດ້ງ່າຍທີ່ສຸດ ເພາະພົບຫຼັກຖານຊີ້ແຈ້ງວ່າອາການຂອງໂລກມີການປ່ຽນແປງຕະຫຼອດເວລາຂອງການແພ່ລະບາດຫຼາຍ ຊ່ວງ 2 ປີທີ່ຜ່ານມາງານວິໄຈໄດ້ຮັບເງິນສະໜັບສະໜູນ ຈາກລັດຖະບານອັງກິດ ຈົນຮອດເດືອນ ມີນາ 2022 ເປັນງານວິໄຈອັນສຳຄັນທີ່ຊ່ວຍໃຫ້ສາມາດລະບຸອາການຂອງໂລກໂຄວິດທີ່ຄາດບໍ່ເຖິງບາງຢ່າງເຊັ່ນ: ການບໍ່ໄດ້ກີ່ນ ແລະຣົດຊາດອາຫານ

ວັກຊີນຄືວິທີທີ່ດີທີ່ສຸດ ໃນການປ້ອງກັນການເກີດອາການຮຸນແຮງຈາກໂຄວິດ ມີສາເຫດຫຼາຍປະການທີ່ຊ່ວຍອະທິບາຍການປ່ຽນແປງນີ້ເຊັ່ນ ຜູ້ໄດ້ຮັບວັກຊີນມີອາການຮຸນແຮງໜ້ອຍກວ່າ ທີມນັກວິໄຈຍັງລະບຸວ່າ ການຈັດອັນດັບຂອງອາການໂຄວິດຄັ້ງນີ້ ມີທີ່ມາຈາກແຫ່ງດຽວນັ້ນຄືຂໍ້ມູນທີ່ຜູ້ຄົນເຂົ້າໄປແບ່ງປັນທາງແອບພີເຄຊັ້ນຂອງບໍລິສັດໂຊອີ ແລະບໍ່ໄດ້ພິຈາລະນາປັດໄຈເລື່ອງສາຍພັນຂອງເຊື້ອໄວຣັດໂຄໂຣນາທີ່ຜູ້ປ່ວຍເຫຼົ່ານີ້ໄດ້ຮັບ

ຂະນະດຽວກັນ ກໍຈະຕ້ອງພິຈາລະນາເຖິງປະເດັນທີ່ວ່າ ຜູ້ຕິດໂຄວິດອາດສະແດງອາການປ່ວຍທີ່ແຕກຕ່າງກັນອອກໄປ ເຊິ່ງອາການທີ່ໜ່ວຍງານສາທາລະນະສຸກໄດ້ລະບຸໄວ້ວ່າ:

  • ມີໄຂ້ສູງ
  • ໄອຕໍ່ເນື່ອງເຊີ່ງໝາຍຄວາມວ່າ ມີອາການໄອຫຼາຍເປັນເວລາກວ່າໜຶ່ງຊົ່ວໂມງ ຫຼືມີຊ່ວງທີ່ໄອຕໍ່ເນື່ອງກັນ 3 ຊ່ວງຂຶ້ນໄປໃນໄລຍະເວລາ 24 ຊົ່ວໂມງ
  • ເກີດການປ່ຽນແປງຫຼືສູນເສຍຄວາມສາມາດໃນການຮັບກີ່ນ ແລະຣົດຊາດ
  • ຫາຍໃຈລຳບາກ
  • ຮູ້ສຶກເມື່ອຍ ແລະອ່ອນເພຍ
  • ປວດເມື່ອຕາມຕົນໂຕ
  • ເຈັບຫົວ
  • ເຈັບຄໍ
  • ຄັນດັງຫຼືນ້ຳໝູກໄຫຼ
  • ເບື່ອອາຫານ
  • ຖອກທ້ອງ
  • ຮູ້ສຶກບໍ່ສະບາຍ
  • ຮູ້ສືກປວດຮາກ

ຕ້ອງເຮັດແນວໃດເມື່ອມີອາການໂຄວິດ

ຂໍ້ມູນຂອງລັດຖະບານຈາກຫຼາຍປະເທດ ສະແດງໃຫ້ເຫັນວ່າຖ້າທ່ານມີອາການໜຶ່ງຫຼືຫຼາຍກວ່າໜຶ່ງອາການຂຶ້ນໄປ ຂັ້ນທຳອິດໃຫ້ກັກຕົວຢູ່ເຮືອນ ແລະຫຼີກລ້ຽງການຕິດຕໍ່ໃກ້ຊິດກັບຜູ້ອື່ນ

ຂໍ້ນີ້ສຳຄັນຫຼາຍ ຫາກເຈົ້າມີຄົນໃກ້ສິດເປັນກຸ່ມສ່ຽງ ເຊິ່ງມີໂອກາດຈະເກີດອາການຮຸນແຮງຫາກຕິດໂຄວິດເຊັ່ນ: ຜູ້ເຖົ້າ ຫຼືຜູ້ປ່ວຍທີ່ມີລະບົບພູມຄຸ້ມກັນອ່ອນແອ

ສີ່ງສຳຄັນອີກອັນໜຶ່ງ ຄືການກວດຢືນຢັນການຕິດເຊື້ອ ບໍ່ວ່າຈະເປັນການເກັບຕົວຢ່າງເຊື້ອຈາກດັງ ໄປວິເຄາະຫາຜົນທາງຫ້ອງປະຕິບັດການ ວິທະຍາສາດຕາມວິທີທີ່ເອີ້ນວ່າ PCR ຫຼືການກວດດ້ວຍຊຸດກວດ ATK ທີ່ສາມາດກວດໄດ້ດ້ວຍຕົນເອງ ແລະສະແດງຜົນຢ່າງໄວ ຫາກຜົນກວດອອກມາເປັນບວກ ສີ່ງສຳຄັນຄືການກັກຕົວເປັນເວລາ 5-7 ມື້ ຫາກອາການບໍ່ສະບາຍເລີ່ມດີຂຶ້ນເມື່ອເວລາຜ່ານໄປ ຜູ້ປ່ວຍກໍສາມາດກັບໄປເຮັດກິດຈະກຳຕາມປົກກະຕິໄດ້ ແຕ່ຫາກມີອາການຮ້າຍແຮງຂຶ້ນ ເຊັ່ນຫາຍໃຈລຳບາກ ກໍຈະຕ້ອງຮີບຂໍຄວາມຊ່ວຍເຫຼືອຈາກແພດໝໍ

ເປັນຫຍັງສັກວັກຊີນແລ້ວຍັງຕິດໂຄວິດໄດ້

ວັກຊີນຕ້ານໂຄວິດໄດ້ຮັບການພັດທະນາຂຶ້ນດ້ວຍຈຸດປະສົງຫຼັກ ເພື່ອປ້ອງກັນຄວາມສ່ຽງໃນການຫຼົ້ມປ່ວຍຮຸນແຮງເມື່ອຕິດເຊື້ອ ຊຶ່ງອາດນຳໄປສູ່ການເຂົ້າໂຮງໝໍ ການໃຊ້ເຄື່ອງຊ່ວຍຫາຍໃຈ ແລະການເສຍຊີວິດ ບໍ່ວ່າວັກຊີນຈະພັດທະນາຂຶ້ນດ້ວຍເຕັກໂນໂລຍີໃດ ແຕ່ມີເປົ້າໝາຍສຳຄັນອັນດຽວກັນຄື: ການຊ່ວຍໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍຄົນເຮົາ ສາມາດຮັບການຕິດເຊື້ອໄວຣັດໄດ້ຢ່າງປອດໄພ ບໍ່ສົ່ງຜົນທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະຊ່ວຍໃຫ້ຮ່າງກາຍກຽມພ້ອມຮັບມືການຕິດເຊື້ອຕົວຈຶງໄດ້

ການທີ່ລະບົບພູມຄຸ້ມກັນຂອງຄົນເຮົາມີຄວາມສັບຊ້ອນຫຼາຍ ຈຶ່ງເຮັດໃຫ້ມີການຕອບສະໜອງທາງພູມຄຸ້ມກັນຕໍ່ໂຣກໄພໄຂ້ເຈັບທີ່ຕ່າງກັນອອກໄປ ໂດຍຂຶ້ນຢູ່ກັບປັດໄຈຕ່າງໆເຊັ່ນ: ຊະນິດຂອງເຊື້ອໄວຣັດ ຄວາມສາມາດໃນການກາຍພັນຂອງເຊື້ອ, ວິທີການພັດທະນາວັກຊີນ ສຸຂະພາບຂອງແຕ່ລະຄົນ ແລະປັດໄຈອື່ນໆ

ດັ່ງນັ້ນຈຶ່ງເປັນເລື່ອງຍາກຫຼາຍ ທີ່ຈະພັດທະນາສານກໍ່ພູມຄຸ້ມກັນທີ່ສາມາດປ້ອງກັນການຕິດເຊື້ອ ຫຼືປ້ອງກັນບໍ່ໃຫ້ເຊື້ອພະຍາດເຂົ້າໄປໃນຈຸລັງຂອງພວກເຮົາຢ່າງສົມບູນ ດ້ວຍເຫດນີ້, ຄົນທີ່ໄດ້ຮັບການສັກຢາແລ້ວສາມາດຕິດເຊື້ອໄດ້. ຢ່າງໃດກໍຕາມ, ພະຍາດທີ່ເປັນຜົນມາຈາກແນວໂນ້ມທີ່ຈະຮ້າຍແຮງຫນ້ອຍ. ແລະປ້ອງກັນການເສຍຊີວິດໄດ້

ນີ້ເປັນກໍລະນີດຽວກັນກັບວັກຊີນໄຂ້ວັດ ເຖິງຈະບໍ່ສາມາດປ້ອງກັນການຕິດເຊື້ອໄດ້ ແຕ່ກໍຊ່ວຍບໍ່ໃຫ້ຜູ້ຕິດເຊື້ອມີອາການປ່ວຍຮຸນແຮງ ດັ່ງທີ່ເຫັນກັນໃນຊ່ວງທ້າຍປີ 2021 ແລະຊ່ວງຕົ້ນປີ 2022 ເຊິ່ງເຊື້ອສາຍພັນໂອໄມຄຣອນ ເຮັດໃຫ້ເກີດໂຄວິດລະບາດໃນຫຼາຍປະເທດ ແຕ່ການທີ່ປະຊາຊົນໄດ້ຮັບວັກຊີນຕ້ານໂຄວິດໄປແລ້ວ ກໍເຮັດໃຫ້ອັດຕາຜູ້ປ່ວຍໜັກ ທີ່ຕ້ອງເຂົ້າຮັກສາຕົວໃນໂຮງໝໍ ແລະຜູ້ເສຍຊີວິດຕໍ່ຳກວ່າການລະບາດກ່ອນໜ້ານີ້

ຂໍ້ມູນຈາກ: BBC

Hits: 17

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້