Monday, May 19, 2025
Kbank Laos โอน รับ จ่าย

ພຣະທາດອິງຮັງ ແຂວງ ສະຫວັນນະເຂດ

ພຣະທາດອິງຮັງ ເປັນສິລະປະ ແລະ ສະຖາປັດຕະຍະກຳ ທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງໜຶ່ງຢູ່ ສປປ ລາວ ຕັ້ງຢູ່ລະຫວ່າງເສັ້ນທາງ ສະຫວັນ-ເຊໂນ ປະມານ 15 ກິໂລແມັດແຂວງ ສະຫວັນນະເຂດ, ອົງພຣະທາດກວ້າງ ດ້ານລະ 9 ແມັດ ມີລັກສະນະເປັນສີ່ຫຼ່ຽມຫຍໍ້ມູມຄືຫໍຜາສາດ ເປັນພຣະທາດແບບປະສົມວິຫານ ຄືເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກໄດ້.

ໃນປີ 1548 ພະເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລ້ານຊ້າງ ໄດ້ນຳພາປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍກວ້າງ 9 ແມັດ ແລະ ສູງ 25 ແມັດ, ເຊິ່ງຍອດພຣະທາດມີລັກສະນະຄືກັບດອກບົວຈູມ.

ພຣະທາດອີງຮັງ ຫຼື ຄົນທົ່ວໄປມັກເອີ້ນວ່າ “ອິນຮັງ” ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງ ສະຫວັນນະເຂດ ພຣະທາດອົງນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກປະຕິສັງຂອນມາແລ້ວຫຼາຍຄັ້ງ.

ພຣະທາດນີ້ ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊ ຣາຊາແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ (ຄູບາອາຈານ) ຊາວອິນເດຍເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.

ໃນລະຫວ່າງຂະເໝນມີອຳນາດພຣະທາດອົງນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.

ທີ່ມາ: ລາວ Temple 

ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ : ພຣະອາຈານ ດາວສະເດັດ ເລີດມະນີ

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້