“ເຜົ່າມົ້ງ” ແມ່ນຊົນເຜົ່າໜຶ່ງ ທີ່ດຳລົງຊີວິດຢູ່ດິນແດນປະເທດລາວເຮົາ ນັບແຕ່ກາງສະຕະວັດທີ 19 ເປັນຕົ້ນມາ ຊົນເຜົ່າມົ້ງ ໄດ້ອົບພະຍົກເຄື່ອນຍ້າຍມາຈາກທິເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ແລະ ຕັ້ງຖິ່ນຖານຢູ່ແມ່ນ້ຳເຫຼືອງ (ຮວງຮາ) ຍ້ອນສົງຄາມ ຈຶ່ງໄດ້ອົບພະຍົກ ແລະ ເຄື່ອນຍ້າຍຖອຍລົງມາທາງພາກໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ ປະເທດຫວຽດນາມ, ລາວ ແລະ ໄທ.
ສໍາລັບຊົນເຜົ່າມົ້ງ ການທີ່ເອີ້ນວ່າ “ມົ້ງ” ແມ່ນຍ້ອນເຂົາເຈົ້າມັກ ແລະ ເພິ່ງພໍໃຈ, ທັງແມ່ນຊື່ດັ່ງເດີມ ແລະ ເປັນຊື່ທີ່ນຳໃຊ້ທາງລັດຖະການໃນປັດຈຸບັນ ຄຳວ່າ “ມົ້ງ” ຕາມຄວາມໝາຍຂອງພາສາເຂົາເຈົ້າແປວ່າ “ຄົນ” ຊົນເຜົ່າມົ້ງຢູ່ລາວ ປະກອບດ້ວຍຫຼາຍແຊງເຊັ່ນ: ມົ້ງຂາວ (ມົ້ງເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງຢົ້ວ) ແລະ ມົ້ງດຳ (ມົ້ງດູ້).
ຊົນເຜົ່າມົ້ງ ສ່ວນຫຼາຍແມ່ນປະກອບອາຊີບດ້ານການກະເສດເປັນຕົ້ນ: ເຮັດໄຮ່ປູກເຂົ້າຈ້າວ ແລະ ສາລີ. ນອກຈາກນີ້ ຍັງປູກພືດຜັກ, ມັນຊະນິດຕ່າງໆ ເພື່ອຮັບໃຊ້ຊີວິດປະຈຳວັນ ແລະ ນິຍົມການລ້ຽງສັດຫຼາຍປະເພດເຊັ່ນ: ງົວ, ຄວາຍ, ມ້າ, ແບ້, ໝູ, ເປັດ, ໄກ່ ແລະ ອື່ນໆ.
ສຳລັບຜູ້ຊາຍເຜົ່າມົ້ງ ແມ່ນຊຳນານທາງດ້ານການຕີເຫຼັກ ແລະ ແມ່ຍິງມີຄວາມຊຳນານທາງດ້ານ ການຍິບປັກທັກແສ່ວ ແບບລວດລາຍຕ່າງໆ ສະເພາະທີ່ເຂົາເຈົ້າມັກນິຍົມກັນ.
ພ້ອມກັນນັ້ນ ຍັງມີຄວາມເອົາໃຈໃສ່ໃນການເລືອກແນວພັນສັດ, ແນວພັນພືດເພື່ອຕອບສະໜອງຜົນຜະລິດໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ປັດຈຸບັນ ຊົນເຜົ່າມົ້ງຈຳນວນໜຶ່ງຫັນມາສູ່ອາຊີບການເຮັດນາປູກເຂົ້າຈ້າວ ແລະຄ້າຂາຍຢູ່ຕາມເຂດທົ່ງພຽງ.
ທີ່ຕັ້ງບ້ານ ແລະ ເຮືອນ
ຕາມປະເພນີແລ້ວຊົນເຜົ່າມົ້ງມັກຢູ່ເຮືອນຕິດພື້ນດິນ ແລະ ຕ້ອງສັງເກດວ່າມີການຄະລຳອັນໃດບໍ່? ໂດຍສະເພາະແມ່ນເຄື່ອງໝາຍຕາແຫຼວ ຫຼືພົດໄມ້ດີບທີ່ຕິດແປະກັບປະຕູທາງເຂົ້າເຮືອນຂອງຊົນເຜົ່າມົ້ງ ຫ້າມບໍ່ໃຫ້ນັ່ງອີງເສົາກາງເຮືອນ ແລະແຕະຕ້ອງຮ້ານຜີ ພ້ອມກັບການນອນເບື້ອງເທິງຫ້ອງໄວ້ຮ້ານຜີ
ໃນປັດຈຸບັນ ການຮັກສາເຄື່ອງນຸ່ງຫົ່ມ ເອ້ຍ້ອງໄດ້ດີກ່ອນເພີ່ນກໍແມ່ນຊົນເຜົ່າມົ້ງນັ້ນເອງ ບໍ່ວ່າຈະເປັນບຸນປະເພນີ ຫຼືວັນທຳມະດາ ເຮົາກໍຈະພົບເຫັນ ເຄື່ອງນຸ່ງຫົ່ມທີ່ເປັນເອກະລັກຂອງຊົນເຜົ່າເຊັ່ນ: ສຳລັບແມ່ຍິງກໍຈະເປັນເສື້ອ ແລະນຸ່ງກະໂປ່ງທີ່ມີລວດລາຍໃນການປັກແສ່ວ ແລະເຄື່ອງປະດັບເອ້ຢ້ອງຫຼາຍສີສັນເຊັ່ນ: ປອກແຂນ, ສາຍຄໍ, ຕ້າງຫູ ແລະໝວກ. ສໍາລັບຜູ້ຊາຍກໍຈະນຸ່ງເສື້ອ, ໂສ້ງສີດຳທີ່ມີການປັກແສ່ວລວດລາຍຕ່າງໆ
ເຄື່ອງແຕ່ງກາຍ ແລະ ງານບຸນປະເພນີ
ນັບແຕ່ໃດມາໃນຊີວິດຂອງຊົນເຜົ່າມົ້ງ ຍັງຮັກສາເອກະລັກຄວາມເຊື່ອຖື ແຕ່ບັນພະບູລຸດໄວ້ໃຫ້ແກ່ຄົນລຸ້ນລູກ ລຸ້ນຫຼານຈົນເຖິງທຸກມື້ນີ້ເຊັ່ນ: ນັບຖືຜີພໍ່ຜີແມ່, ຜີເຮືອນ, ຜີເຈົ້າຖີ່ນ, ເຈົ້າຖານ, ຜີຟ້າ, ຜີແຖນ ແລະອື່ນໆ
ຜີເຮືອນຈະລວມຫຼາຍສັນຍາລັກ ແລະເປັນສິ່ງຄະລຳຂອງແຂກຄົນອື່ນເຊັ່ນ: ຮ້ານນ້ອຍແຂນຢູ່ຝາເຮືອນ, ແຜ່ນເຈ້ຍນ້ອຍຕິດຝາເບື້ອງເທິງຫ້ອງກາງເຮືອນ, ເສົາກາງເຮືອນ, ບໍ່ລ່ວງຫ້ອງນອນທີ່ແອ້ມໄວ້, ບໍ່ນອນຂວາງຕາມລວງຍາວຂອງເຮືອນ, ມີຟົດໄມ້ດີບ ຫຼື ຕາແຫຼວຕິດຢູ່ປາກປະຕູແມ່ນເຂົ້າເຮືອນບໍ່ໄດ້ ຫຼື ຕາມຮີດຄອງຂອງຊົນເຜົ່າມົ້ງ ຜູ້ໃດເປັນແຂກທີ່ມາແຕ່ໄກ, ກ່ອນຈະຍ່າງເຂົ້າເຮືອນຕ້ອງຖາມ ຫຼືຂໍອະນຸຍາດຈາກເຈົ້າຂອງເຮືອນເສຍກ່ອນແລ້ວຈຶ່ງເຂົ້າໄດ້ ງານບຸນແມ່ນມີທັງການກິນ, ການອວຍພອນເຊິ່ງກັນ ແລະ ກັນ ທັງເປັນການສະຫຼຸບຜົນຜະລິດຂອງແຕ່ລະຄອບຄົວໃນປີທີ່ຜ່ານມາ.
ບຸນກິນຈຽງ ສ່ວນຫຼາຍແມ່ນ ການຫຼີ້ນມ່ວນຊື່ນຂອງບ່າວສາວ, ສະແດງເຖິງຄວາມມັ່ງມີໃນແຕ່ລະຄອບຄົວ, ຊຸດເຄື່ອງນຸ່ງເປັນການສະແດງເຖິງສີໄມ້ລາຍມືຂອງແມ່ຍິງ, ທັງເປັນການຊອກຫາຄູ່ຂອງບ່າວ-ສາວ ເພື່ອຈະສ້າງຄອບຄົວນຳກັນ ຫຼືພໍ່ແມ່ຊອກຫາລູກໄພ້-ລູກເຂີຍ ດ້ວຍການໂຍນ ໝາກຄອນຮ່ວມກັນ, ມີບາງທ້ອງຖີ່ນຈະຫຼີ້ນຍາວເປັນເວລາ 15 ວັນ ຫຼື 30 ວັນ ແລະຍັງມີການແຂ່ງຂັນມ້າ, ຫຼີ້ນເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ ແລະອື່ນໆ
ສຳລັບງານບຸນປະຈຳປີຂອງມົ້ງ ໄດ້ແກ່ບຸນກິນຈຽງ ຈັດຂຶ້ນໃນມື້ແຮມ 15 ຄ່ຳເດືອນ 12 ລາວ, ເອີ້ນວ່າ “ເກົາເຕີ້ໄກ້” ຈາກນັ້ນຈຶ່ງເຮັດພິທີກິນຈ່ຽງໄກ່ ແລະສູ່ຂວັນປີໃໝ່ໃນຕອນຄໍາ ພ້ອມກັນເຮັດກິນ, ເຮັດທານ ແລະກະກຽມສະຫຼອງບຸນກິນຈຽງ ໃນມື້ຂຶ້ນ 1 ຄໍ່າເດືອນຈຽງ ໂດຍມີການຂ້າໝູ, ງົວ ຫຼື ຄວາຍ ຕາມເງື່ອນໄຂຂອງແຕ່ລະຄອບຄົວ ແລະມີພາເຂົ້າໃຫ້ຊາວບ້ານມາກິນ ທັງມີການມັດແຂນອວຍພອນເຊິ່ງກັນ ແລະກັນ ໃຫ້ທຸກຄົນມີສຸຂະພາບແຂງແຮງ ເມື່ອກ່ອນພາເຂົ້ານັ້ນຈະມີອາຫານ 30 ຢ່າງ, ດັ່ງນັ້ນຜູ້ຄົນທັງຫຼາຍຈຶ່ງມັກເອີ້ນກັນວ່າ: ກິນສາມສີບ
ເຄື່ອງດົນຕີ ແລະ ສິລະປະພື້ນເມືອງ
ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າມົ້ງມີ: ແຄນ, ກອງ, ແຊ່ງ ທີ່ນຳເອົາມາເປັນເຄື່ອງດົນຕີໃນງາມບຸນ, ງານດອງ, ງານເຮັດຮີດຄອງ ເຂົາເຈົ້າກໍຈະນຳມາເສບ ແລະຂັບລຳ ຫຼືເຂົາເຈົ້າເອີ້ນວ່າ: ຂັບມົ້ງ ແລະມີບົດເພງຮ້ອງ ເຄື່ອງດົນຕີທີ່ໂດດເດັ່ນກວ່າໝູ່ ຂອງຊົນເຜົ່າມົ້ງແມ່ນ ເປົ່າແຄນ.
ດ້ານພາສາປາກເວົ້າ
ຊົນເຜົ່າມົ້ງ ມີພາສາປາກເວົ້າສະເພາະເປັນຂອງຕົນເອງ ພ້ອມກັນນັ້ນ ເຂົາເຈົ້າຍັງມີຕົວໜັງສືຂຽນ 2 ລະບົບດ້ວຍກັນຄື: ລະບົບທີ່ໃຊ້ຕົວອັກສອນລາຕິນ ແລະ ລະບົບໜັງສື ທີ່ປະດິດແຕ່ງໂດຍທ່ານເລົາຝົງ, ພາສາຂອງຊົນເຜົ່າມົ້ງ ແຕ່ລະແຊງຈະມີຄວາມແຕກຕ່າງກັນເລັກນ້ອຍ ຕາມແຕ່ລະທ້ອງຖິ່ນ ແຕ່ກໍສາມາດເຂົ້າໃຈເຊິ່ງກັນ ແລະ ກັນ.
ແຫຼ່ງຂໍ້ມູນ: https://bit.ly/3yAyUXL